ເຂົ້າຮ່ວມພິທີຕ້ອນຮັບມີການນຳທະຫານເຮືອເຂດ 4, ການນຳຕໍາຫຼວດທະເລເຂດ 3, ພ້ອມດ້ວຍຜູ້ຕາງໜ້າພະແນກພົວພັນຕ່າງປະເທດແຂວງແຄງຮວ່າ ແລະບາງອົງການທີ່ກ່ຽວຂ້ອງຂອງຫວຽດນາມ. ຝ່າຍອາເມລິກາ ມີເອກອັກຄະລັດຖະທູດ, ທູດປ້ອງກັນຊາດອາເມລິກາ ແລະເຈົ້າໜ້າທີ່ສະຖານທູດອາເມລິກາ ປະຈຳ ຫວຽດນາມ ຈຳນວນໜຶ່ງ.

leftcenterrightdel
ມອບດອກໄມ້ຕ້ອນຮັບຄະນະທະຫານເຮືອ ແລະກໍາລັງປ້ອງກັນຝັ່ງທະເລ ອາເມລິກາ ທີ່ພວມຢ້ຽມຢາມແຂວງແຄງຮວ່າ. ພາບ: qdnd.vn

ໃນຂອບເຂດການຢ້ຽມຢາມແຂວງແຄງຮວ່າ, ຜູ້ບັນຊາການກອງເຮືອຮົບທີ 7 ຂຶ້ນກັບກອງບັນຊາການມະຫາສະໝຸດອິນເດຍ-ປາຊີຟິກ ອາເມລິກາ ແລະກອງບັນຊາການກຳປັ່ນ ຈະເຂົ້າຢ້ຽມຂໍ່ານັບການນຳຄະນະກໍາມະການປະຊາຊົນແຂວງແຄງຮວ່າ, ເຫຼົ່າທັບເຮືອ; ພົບປະແລກປ່ຽນ, ແຂ່ງຂັນກິລາກັບພະນັກງານ, ນັກຮົບທະຫານເຮືອເຂດ 4 ແລະຕໍາຫຼວດທະເລເຂດ 3. ບັນດາກຸ່ມນາຍທະຫານ ແລະລູກເຮືອຈະເຂົ້າຮ່ວມບາງການເຄື່ອນໄຫວແລກປ່ຽນວິຊາສະເພາະກັບບັນດາກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ; ພົບປະແລກປ່ຽນດ້ານພາສາອັງກິດ, ຢ້ຽມຢາມມູນນິທິລ້ຽງດູເດັກນ້ອຍ ແລະຜູ້ມີຄວາມສ່ຽງ.

ການຢ້ຽມຢາມໄດ້ປະກອບສ່ວນຮັກສາການພົວພັນມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື ແລະພັດທະນາແບບຍືນຍົງລະຫວ່າງ ຫວຽດນາມ ແລະອາເມລິກາ.

ໂດຍ: ຈາງຫງວຽນ