ທີ່ການຕ້ອນຮັບ, ທ່ານພົນຕີ ເຈີ່ນຫວໍຢູງ ໄດ້ລາຍງານໝາກຜົນແຫ່ງການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ວຽກງານການພົວພັນຕ່າງປະເທດຂອງພະນັກງານ, ນັກຮົບກໍາລັງປະກອບອາວຸດທະຫານເຂດ 4 ໃນໄລຍະຜ່ານມາ. ພິເສດແມ່ນໃນປີ 2023, ທະຫານເຂດ 4 ໄດ້ຮັບການຕີລາຄາຈາກກະຊວງປ້ອງກັນປະເທດຫວຽດນາມ ວ່າໄດ້ປະຕິບັດສໍາເລັດໜ້າທີ່ ເປັນຢ່າງດີ, ມີຫຼາຍໜ້າທີ່ສໍາເລັດດີເດັ່ນ. 

leftcenterrightdel
ບັນຍາກາດທີ່ການຢ້ຽມຢາມ ແລະອວຍພອນປີໃໝ່ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່, ປະທານປະເທດລາວ. ພາບ: ເລຖັ໊ງ

ໃນຊຸມປີມໍ່ໆມານີ້, ໂດຍປະຕິບັດໜ້າທີ່ການທູດປ້ອງກັນຊາດ ໂດຍກະຊວງປ້ອງກັນປະເທດ ມອບໝາຍໃຫ້, ຄະນະພັກ ແລະກອງບັນຊາການທະຫານເຂດ 4 ໄດ້ຊີ້ນຳບັນດາກົມກອງ, ທ້ອງຖິ່ນສົມທົບກັບບັນດາກົມກອງ, ທ້ອງຖິ່ນຂອງລາວ ທີ່ມີການເສັ້ນຊາຍແດນຮ່ວມປະຕິບັດເນື້ອໃນ, ລາຍການທີ່ໄດ້ລົງນາມໃນການປະຕິບັດໜ້າທີ່ການທະຫານ, ການປ້ອງກັນຊາດ, ກໍ່ສ້າງເສັ້ນຊາຍແດນໃຫ້ນັບມື້ນັບມີສະຖຽນລະພາບ, ສັນຕິພາບ ແລະ ພັດທະນາ.

leftcenterrightdel
ຄະນະປະຕິບັດງານກອງບັນຊາການທະຫານເຂດ 4 ອວຍພອນປີໃໝ່ທ່ານ ສອນໄຊ ສີພັນດອນ, ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີລາວ. ພາບ: ເລຖັ໊ງ

ທີ່ການຕ້ອນຮັບຄະນະປະຕິບັດງານທະຫານເຂດ 4, ທ່ານ ທອງລຸນ ສີສຸລິດ ແລະທ່ານ ສອນໄຊ ສີພັນດອນ ສະແດງຄວາມປິຕິຊົມຊື່ນເມື່ອເສດຖະກິດ-ສັງຄົມຫວຽດນາມ ນັບມື້ນັບພັດທະນາ ແລະທະຫານເຂດ 4 ຍາມໃດກໍ່ປະຕິບັດສຳເລັດທຸກໜ້າທີ່ທີ່ໄດ້ຮັບມອບໝາຍ. ບັນດາການນຳພັກ ແລະ ລັດລາວ ຢືນຢັນວ່າ: ພັກ, ລັດ ແລະປະຊາຊົນລາວ ຍາມໃດກໍ່ຈົດຈໍາການປະກອບສ່ວນ, ການເສຍສະຫຼະຂອງທະຫານ ແລະປະຊາຊົນຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບ ແລະປະຊາຊົນລາວ ໃນການຕໍ່ສູ້ຕ້ານສັດຕູດຽວກັນ ເພື່ອປົດປ່ອຍປະເທດລາວ. ຄົນລຸ້ນປະຈຸບັນ ແລະໃນອະນາຄົດ ຈະສືບຕໍ່ຮັກສາ ແລະ ພັດທະນາຄວາມສາມັກຄີອັນສະໜິດແໜ້ນ, ຄວາມສັດຊື່ບໍລິສຸດລະຫວ່າງສອງປະເທດຫວຽດນາມ - ລາວ.

ພັກ ແລະລັດ ລາວ ກໍ່ເຊື່ອໝັ້ນ ແລະ ຕີລາຄາສູງຕໍ່ບົດບາດ, ການສົມທົບຊ່ວຍເຫຼືອກັນໃນການປະຕິບັດບັນດາໜ້າທີ່ຂອງທະຫານເຂດ 4 ຢູ່ລາວ ຢ່າງມີປະສິດທິຜົນ; ປະກອບສ່ວນເຮັດໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ-ລາວ ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ໄປຊົ່ວກາລະນານ.

ໂດຍ: ທູຈາງ