ທ່ານພົນເອກ ຟານວັນຢາງ ຊົມເຊີຍທ່ານເອກອັກຄະລັດຖະທູດ Nikorndej Balankura ໄດ້ປະຕິບັດສຳເລັດໜ້າທີ່ການທູດຢູ່ຫວຽດນາມ; ຮັບຮູ້ ແລະຕີລາຄາສູງການປະກອບສ່ວນຂອງທ່ານເອກອັກຄະລັດຖະທູດ Nikorndej Balankura ໃນການຊຸກຍູ້ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ໄທ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ຕ້ອນຮັບທ່ານເອກອັກຄະລັດຖະທູດໄທ Nikorndej Balankura. ພາບ: qdnd.vn

ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ, ໃນໄລຍະຜ່ານມາ, ຫວຽດນາມ ແລະ ໄທ ຖືເປັນສຳຄັນ ແລະຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນຫຼາຍຂົງເຂດຄື: ຮັກສາບັນດາກົນໄກເຈລະຈານະໂຍບາຍດ້ານປ້ອງກັນຊາດ, ກອງປະຊຸມປຶກສາຫາລື ຢ່າງມີປະສິດທິຜົນ; ການພົບປະ ແລກປ່ຽນ ລະຫວ່າງເຫຼົ່າທັບ, ເຫຼົ່າຮົບ; ການບໍາລຸງກໍ່ສ້າງ; ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ; ສະໜັບສະໜູນເຊິ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ແລະ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນເປີດກວ້າງ (ADMM+).

ທ່ານພົນເອກ ຟານວັນຢາງ ສະແດງຄວາມເຊື່ອໝັ້ນວ່າ, ບໍ່ວ່າໃນຕໍາແໜ່ງວຽກງານໃດກໍ່ຕາມ, ທ່ານເອກອັກຄະລັດຖະທູດ Nikorndej Balankura ຈະປະຕິບັດ ສຳເລັດໜ້າທີ່ຂອງຕົນ ແລະເພີ່ມພູນຄູນສ້າງສາຍພົວພັນ ລະຫວ່າງຫວຽດນາມ - ໄທ ຢ່າງບໍ່ຢຸດຢັ້ງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານເອກອັກຄະລັດຖະທູດໄທ Nikorndej Balankura ພ້ອມດ້ວຍບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ສ່ວນທ່ານເອກອັກຄະລັດຖະທູດ Nikorndej Balankura ໄດ້ສະແດງຄວາມຂອບໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມ ທີ່ໄດ້ໃຫ້ການໜູນຊ່ວຍ, ສົມທົບກັນ ຢ່າງແໜ້ນແຟ້ນໃນອາຍຸ ການປະຕິບັດງານຂອງຕົນ; ເນັ້ນໜັກເຖິງບົດບາດສຳຄັນຂອງການຮ່ວມມືດ້ານປ້ອງກັນຊາດໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ໄທ; ທ່ານNikorndej Balankura ຊີ້ແຈ້ງວ່າ ບໍ່ວ່າຈະດຳລົງຕຳແໜ່ງໃດກໍ່ຕາມ, ທ່ານຈະສືບຕໍ່ມານະພະຍາຍາມປະກອບສ່ວນຊຸກຍູ້ການພົວພັນລະຫວ່າງສອງປະເທດໃຫ້ນັບມື້ນັບພັດທະນາ.

ໂດຍ: ທູຈາງ