ກອງປະຊຸມໄດ້ຈັດຕັ້ງກົງກັບວັນແພດໝໍຫວຽດນາມ (27-2) ເພື່ອແນໃສ່ເຊື່ອມຕໍ່ກັບໂຮງໝໍຕ່າງໆ, ຜ່ານນັ້ນສ້າງກໍາລັງແຮງດ້ານວິຊາການ, ສ້າງໂອກາດໃຫ້ຄົນເຈັບຢູ່ Bentiu ໄດ້ຮັບການປິ່ນປົວພະຍາດໄດ້ດີກວ່າອີກ ກໍ່ຄືໜູນຊ່ວຍກັນຜ່ານຜ່າສິ່ງຈໍາກັດກ່ຽວກັບວັດຖຸອຸປະກອນການແພດໃນເງື່ອນໄຂຍັງຂາດເຂີນຢູ່ທີ່ນີ້.

leftcenterrightdel
ຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ໂຮງໝໍ ສະໜາມ ຂັ້ນ 2 ເລກ 5

ເຂົ້າຮ່ວມກອງປະຊຸມມີແພດໝໍ, ທ່ານໝໍ ແລະພະນັກງານການແພດທີ່ພວມປະຕິບັດງານຢູ່ໂຮງໝໍແຫ່ງຕ່າງໆຢູ່ Bentiu. ທີ່ກອງປະຊຸມ, ນັກປາຖະກະຖາ 3 ຄົນຂອງໂຮງໝໍກາງສະໜາມຂັ້ນ 2 ເລກ 5 ໄດ້ແນະນຳບົດລາຍງານວິທະຍາສາດ 3 ບົດດ້ວຍຫົວຂໍ້: “ຕີລາຄາສະພາບການແພດຕົວຈິງຢູ່ Bentiu ແລະທິດທາງຮ່ວມມືດ້ານການແພດລະຫວ່າງໂຮງໝໍຕ່າງໆຢູ່ທີ່ນີ້ໃນປີ 2024”; “ຄຸ້ມຄອງພະຍາດຖອກທ້ອງ”,... ບົດລາຍງານຕ່າງໆລ້ວນແຕ່ມີຄຸນຄ່າພຶດຕິກໍາຕົວຈິງສູງ, ຕິດແທດກັບພະຍາດຕົວຈິງຢູ່ Bentiu, ປະກອບສ່ວນເປີດອອກຫຼາຍທິດທາງຮ່ວມມືດ້ານວິຊາການລະຫວ່າງໂຮງໝໍກາງສະໜາມ ຂັ້ນ 2 ເລກ 5 ກັບໂຮງໝໍຕ່າງໆຢູ່ Bentiu.

ກອງປະຊຸມເປັນຜົນປະໂຫຍດດ້ານວິຊາການໃຫ້ແກ່ແພດໝໍ, ທ່ານໝໍ, ຜ່ານນັ້ນສ້າງເວທີປາໄສເພື່ອແລກປ່ຽນ ແລະຖອດຖອນບົດຮຽນເຊິ່ງກັນ ແລະກັນ, ບົ່ງມະຕິພະຍາດຄົນເຈັບໜັກ... ຕາມ ປອ, ທ່ານໝໍ ຫງວຽນຮ່າງອັກ ຜູ້ອໍານວຍການໂຮງໝໍກາງສະໜາມ ຂັ້ນ 2 ເລກ 5 ແລ້ວ, ພາຍຫຼັງກອງປະຊຸມ, ບັນດາແພດໝໍສາກົນແລ້ວແຕ່ປາດຖະໜາຢາກຮ່ວມມືດ້ານວິຊາການກັບໂຮງໝໍກາງສະໜາມ ຂັ້ນ 2 ເລກ 5 ແລະທາງໂຮງໝໍຈະຈັດຕັ້ງຫຼາຍກອງປະຊຸມຄືດັ່ງກ່າວຕື່ມອີກໃນອະນາຄົດ.

ໂດຍ: ເກື່ອງດັ້ງ