ມີປະຊາຊົນເກືອບ 2.900 ຄົນໄດ້ຮັບການກວດ, ປິ່ນປົວພະຍາດ ແລະແຈກຢາຍຢາໂດຍບໍ່ເສຍຄ່າ

ໃນຊຸມວັນນີ້, ຖ້າໄປລຽບຕາມເສັ້ນທາງຫຼວງ 40 ເຖິງສາມແຍກອິນດູຈີນ ຢູ່ຕາແສງ ເປີອີ, ເມືອງຫງອັກໂຮ່ຍ, ແຂວງກອນຕຸມ, ແມ່ນຈະເຫັນທຸງແດງດາວເຫຼືອງເຕັມສອງແຄມທາງ. ເພື່ອກະກຽມໃຫ້ແກ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທຳອິດ, ພ້ອມກັບການປະດັບປະດາສະຖານທີ່ສໍາຄັນຕ່າງໆ, ບັນດາກິດຈະກຳເຄື່ອນໄຫວຢູ່ນອກລາຍການກໍ່ໄດ້ຮັບການກະກຽມຢ່າງຮອບຄອບຖີ່ຖ້ວນ, ໃນນັ້ນພົ້ນເດັ່ນແມ່ນການກວດ, ປິ່ນປົວພະຍາດ ແລະມອບທຶນການສຶກສາ, ມອບງົວພັນໃຫ້ປະຊາຊົນເຂດຊາຍແດນ 3 ປະເທດ.

leftcenterrightdel
 
leftcenterrightdel
ແພດໝໍ ກວດພະຍາດ ແລະໃຫ້ຄໍາປຶກສາໃຫ້ປະຊາຊົນຢ່າງສຸດອົກສຸດໃຈ ແລະມີຄວາມຮັບຜິດຊອບ. ພາບ: ຫງອັກທື.

ແຕ່ວັນທີ 3 ຫາວັນທີ 6 ທັນວາ, ການກວດ, ປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ປະຊາຊົນເຂດຊາຍແດນ ໄດ້ດໍາເນີນໃນບໍລິເວນ 4 ເມືອງ ລວມມີ: Oyadav (Ratanakiri, ກໍາປູເຈຍ); ດຶກເກີ (ຢາລາຍ, ຫວຽດນາມ); ຊານໄຊ (ອັດຕະປື, ລາວ) ແລະຫງອັກໂຮ່ຍ (ກອນຕຸມ, ຫວຽດນາມ).

ແບ່ງປັນກ່ຽວກັບໝາກຜົນຂອງການກວດ, ປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ທ່ານພັນເອກພິເສດ ເລວັນດົງ ຮອງຫົວໜ້າກົມເສນາຮັກ (ກົມໃຫຍ່ພະລາທິການ) ໃຫ້ຮູ້ວ່າ ກົມເສນາຮັກຫວຽດນາມ ໄດ້ສົມທົບກັບກົມເສນາຮັກກອງທັບປະຊາຊົນລາວ ແລະກໍາລັງເສນາຮັກກອງທັບແຫ່ງລາຊະອານາຈັກກໍາປູເຈຍ ດຳເນີນການກວດ, ປິ່ນປົວພະຍາດໃຫ້ປະຊາຊົນເຂດຊາຍແດນ 3 ປະເທດ. ໄລ່ຮອດວັນທີ 6 ທັນວາ ໄດ້ກວດພະຍາດ ແລະແຈກຢາຍຢາໃຫ້ປະຊາຊົນເກືອບ 2.900 ຄົນ, ປະກອບສ່ວນສ້າງເງື່ອນໄຂໃຫ້ພໍ່ແມ່ປະຊາຊົນຢູ່ເຂດຫ່າງໄກສອກຫຼີກ, ເຂດທຸລະກັນດານ ໄດ້ຮັບການສົ່ງເສີມສຸຂະພາບໃຫ້ດີກວ່າ.

ສ້າງຄວາມປະທັບໃຈອັນດີງາມໃນຈິດໃຈປະຊາຊົນ

ຄວາມຈິງແລ້ວ, ພໍ່ແມ່ປະຊາຊົນຫຼາຍໆຄົນທີ່ປະສົບຄວາມຫຍຸ້ງຍາກຢູ່ເຂດຊາຍແດນ ບໍ່ເຄີຍມີໂອກາດໄດ້ເຂົ້າເຖິງການແພດທີ່ມີຄຸນນະພາບສູງ. ຍ້ອນແນວນັ້ນ, ເມື່ອໄດ້ຮັບຂ່າວວ່າ ມີທີມງານແພດທະຫານມາກວດພະຍາດນັ້ນ, ມີປະຊາຊົນບາງຄົນໄດ້ປິ່ນພູຂ້າມຫ້ວຍນັບສິບກິໂລແມັດມາລົງທະບຽນເພື່ອກວດພະຍາດ.

leftcenterrightdel
ພໍ່ແມ່ປະຊາຊົນມາກວດພະຍາດ ລ້ວນແຕ່ໄດ້ຮັບການແຈກຢາຍຢາ ແລະແນະນໍາວິທີນໍາໃຊ້. ພາບ: ຫງອັກທື.

ອ້າຍ ອາພອນ, ອາຍຸ 35 ປີ ພາລູກສອງຄົນມາກວດພະຍາດ. ລູກຫຼ້າຂອງອ້າຍ ອາຍຸ 1 ປີ, ໄຫ້ຕະຫຼອດ. ລູກ ເປັນໄຂ້, ເຈັບຄໍ່ ແລະເປັນຕຸ່ມໝົດຄີງ. “ພາຍຫຼັງກວດພະຍາດ ແລະແຈກຢາຍຢາ, ແພດໝໍ ຍັງໃຫ້ຄໍາປຶກສາດ້ານໂພຊະນາການ, ແນະນຳໃຫ້ ຂ້າພະເຈົ້າ ວ່າ ຕ້ອງໃຫ້ລູກກິນດື່ມຖືກຫຼັກອະນາໄມ ເພື່ອຮັບປະກັນສຸຂະພາບໃຫ້ຫຼານ. ບັນດາແພດໝໍ ບໍ່ພຽງແຕ່ຊ່ວຍເຫຼືອຢ່າງສຸດໃຈ, ມີຄວາມຮັບຜິດຊອບ ເທົ່ານັ້ນ ຫາກຍັງມີລະດັບວິຊາສະເພາະສູງ ອີກດ້ວຍ”, ອ້າຍ ອາພອນ ແບ່ງປັນ.

ຮ່ວມເດີນທາງພ້ອມກັບທີມງານແພດໝໍ 3 ປະເທດ ໃນການກວດ, ປິ່ນປົວພະຍາດຄັ້ງນີ້, ພວກຂ້າພະເຈົ້າ ຮູ້ສຶກໄດ້ຄວາມສຸດອົກສຸດໃຈ, ຄວາມຫ້າວຫັນຂອງແພດທະຫານ. ຕັ້ງແຕ່ຮຸ້ງເຊົ້າ, ວຽກງານກະກຽມໃຫ້ແກ່ການກວດ, ປິ່ນປົວພະຍາດ ໄດ້ເລີ່ມຕົ້ນ. ບາງມື້, ຈໍານວນປະຊາຊົນລຽນແຖວມາກວດພະຍາດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ເກືອບຄືວ່າບໍ່ມີເວລາພັກຜ່ອນ, ຕອນທ່ຽງ, ບັນດາແພດໝໍ ພຽງແຕ່ຟ້າວກິນເຂົ້າພ້ອມກັບເພື່ອນຮ່ວມງານ ເທົ່ານັ້ນ, ແລ້ວກັບຄືນສືບຕໍ່ເຮັດວຽກ. ເຂົາເຈົ້າ ບໍ່ພຽງແຕ່ເຮັດວຽກຕາມໂມງລັດຖະການຫາກກວດພະຍາດໃຫ້ຜູ້ສຸດທ້າຍສຳເລັດ ຈຶ່ງຜັກຜ່ອນ.

ດ້ວຍຄວາມຮັບຜິດຊອບ, ຫ້າວຫັນສຸດຈິດສຸດໃຈເພື່ອປະຊາຊົນ, ບັນດາແພດທະຫານໄດ້ສ້າງຄວາມປະທັບໃຈອັນດີງາມໃນຈິດໃຈປະຊາຊົນ 3 ປະເທດ ຫວຽດນາມ-ລາວ-ກໍາປູເຈຍ.

ບ່ອນອີງໃຫ້ປະຊາຊົນເຂດຊາຍແດນ

ຕັ້ງແຕ່ຮຸ່ງເຊົ້າ, ຫໍປະຊຸມຄະນະກໍາມະການປະຊາຊົນຕາແສງ ເປີອີ ໄດ້ເຕັມຄົນ. ນອກຈາກນັກຮຽນ ໄດ້ຮັບທຶກການສຶກສາແລ້ວ ຍັງມີຜູ້ຕາງໜ້າບັນດາຄອບຄົວມາຈົກສະຫຼາກຮັບງົວພັນ ອີກດ້ວຍ.

ອ້າຍ ກອງໃຈ ຢູ່ບ້ານພູເກືອ, ເມືອງພູວົງ, ແຂວງອັດຕະປື, ລາວ, ປີ້ນໄປປີ້ນມາໃບຈົກສະຫຼາກ ຄືວ່າບໍ່ເຊື່ອກັບຕາຂອງຕົນ. ຄອບຄົວຂອງອ້າຍມີລູກຫຼາຍຄົນ, ເມຍເຈັບເປັນຕະຫຼອດ ສະນັ້ນ ຫາເງິນໄດ້ເທົ່າໃດ ກໍໃຊ້ປິ່ນປົວພະຍາດໝົດເທົ່ານັ້ນ, ປັດຈຸບັນ ເສດຖະກິດຄອບຄົວທຸກຍາກທີ່ສຸດ. ງົວພັນໄດ້ຮັບໃນຄັ້ງນີ້ແມ່ນຊັບສົມບັດອັນລໍ້າຄ່າສໍາລັບຄອບຄົວອ້າຍ. ລາວ ຫວັງວ່າ ມັນຈະຊ່ວຍຄອບຄົວພັດທະນາເສດຖະກິດ, ຫຼຸດພົ້ນອອກຈາກຄວາມທຸກຍາກ. “ນີ້ແມ່ນຊັບສົມບັດທີ່ມີຄວາມໝາຍສຳລັບຄອບຄົວຂ້າພະເຈົ້າ ຢ່າງແທ້ຈິງ”, ອ້າຍ ກອງໃຈ ແບ່ງປັນ.

leftcenterrightdel
ພັນເອກພິເສດ ຫງວຽນກ໊ວກເກື່ອງ ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນ ມອບງົວພັນໃຫ້ອ້າຍ ກອງໃຈ.  ພາບ: ຫງອັກທື.

ຖ້າ ງົວພັນແມ່ນກຸນແຈຊ່ວຍຫຼຸດຜ່ອນຄວາມທຸກຍາກນັ້ນ ທຶນການສຶກສາ “ຊ່ວຍນ້ອງໄປໂຮງຮຽນ” ຈະແມ່ນກຸນແຈສ້າງອະນາຄົດທີ່ສົດໃສໃຫ້ພວກນ້ອງທີ່ປະສົບຄວາມຫຍຸ້ງຍາກ ແຕ່ຮຽນເກັ່ງຢູ່ເຂດຊາຍແດນ 3 ປະເທດ. ທ່ານນາງ ອີ ລານ, ຮອງປະທານຄະນະກໍາມະການປະຊາຊົນເມືອງ ຫງອັກໂຮ່ຍ ໃຫ້ຮູ້ວ່າ “ລາຍການບໍ່ພຽງແຕ່ເປັນບ່ອນອີງເພື່ອໃຫ້ພວກນ້ອງປະສົບຄວາມຫຍຸ້ງຍາກອຸ່ນອຽງໃຈຮໍ່າຮຽນ ແລະປະຕິບັດຄວາມໄຝ່ຝັນກາຍເປັນພົນລະເມືອງດີຂອງສັງຄົມເທົ່ານັ້ນ ຫາກຍັງປະກອບສ່ວນຍົກສູງລະດັບຄວາມຮູ້, ປົວແປງຊີວິດທາງດ້ານວັດຖຸ ແລະຈິດໃຈຂອງປະຊາຊົນ, ເພີ່ມທະວີຄວາມສາມັກຄີສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນ ກໍຄືຮັດແໜ້ນຄວາມສາມັກຄີມິດຕະພາບລະຫວ່າງອໍານາດການປົກຄອງ, ກໍາລັງ ແລະປະຊາຊົນທີ່ມີຊາຍແດນຕິດຈອດກັນອີກດ້ວຍ”.

ຕາມທ່ານພັນເອກພິເສດ ຫງວຽນກ໊ວກເກື່ອງ ຮອງຫົວໜ້າຫ້ອງການເມືອງທະຫານຊາຍແດນ ແລ້ວ, ໃນຂອບເຂດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທຳອິດ, ກອງບັນຊາການທະຫານຊາຍແດນຫວຽດນາມ ໄດ້ມອບທຶນການສຶກສາຈໍານວນ 200 ທຶນໃຫ້ນັກຮຽນ 200 ຄົນ ແລະມອບງົວພັນ 40 ໂຕໃຫ້ບັນດາຄອບຄົວປະສົບຄວາມຫຍຸ້ງຍາກໃນບໍລິເວນ 4 ແຂວງ: ຢາລາຍ, ກອນຕຸມ (ຫວຽດນາມ), Ratanakiri (ກໍາປູເຈຍ) ແລະອັດຕະປື (ລາວ).

ນີ້ແມ່ນການເຄື່ອນໄຫວສຸດທີ່ມີຄວາມໝາຍເພື່ອແນໃສ່ຊ່ວຍປະຊາຊົນ ສອງຟາກຊາຍແດນຫວຽດນາມ-ລາວ, ຫວຽດນາມ-ກໍາປູເຈຍ ມີເງື່ອນໄຂພັດທະນາເສດຖະກິດ, ຍົກສູງຊີວິດການເປັນຢູ່ ແລະກໍ່ໃຫ້ກໍາລັງໃຈ, ຊ່ວຍເຫຼືອນັກຮຽນທີ່ປະສົບຄວາມຫຍຸ້ງຍາກບືນຕົວຂຶ້ນໃນການຮໍ່າຮຽນ. ຄຽງຂ້າງນັ້ນ, ບັນດາການເຄື່ອນໄຫວນີ້ຍັງປະກອບສ່ວນປັບປຸງການພົວພັນສາມັກຄີ, ສະໜິດຕິດພັນລະຫວ່າງປະຊາຊົນເຂດຊາຍແດນ, ເພື່ອແນໃສ່ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພ້ອມກັນພັດທະນາລະຫວ່າງຫວຽດນາມ-ລາວ ແລະຫວຽດນາມ-ກໍາປູເຈຍ.

ໂດຍ: ໄຊຊະນະ