ເຫດການໄດ້ຈັດຕັ້ງໃນສະພາບສອງປະເທດຜັນຂະຫຍາຍບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973-2023) ແລະ 25 ປີແຫ່ງການພົວພັນດ້ານປ້ອງກັນຊາດ (1998-2023).

leftcenterrightdel
ທ່ານ Mark Tattersall ອຸປະທູດຊົ່ວຄາວ ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: ຈູງແທັ່ງ

ກ່າວຄຳເຫັນທີ່ການພົບປະສັງສັນ, ທ່ານ Mark Tattersall ອຸປະທູດຊົ່ວຄາວ ສະຖານທູດອົດສະຕາລີ ປະຈຳ ຫວຽດນາມ ແບ່ງປັນວ່າ 25 ປີກ່ອນ, ໂຄງການຮ່ວມມືກໍ່ສ້າງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະອົດສະຕາລີ ໄດ້ເປີດຊຸດຝຶກອົບຮົມພາສາອັງກິດການທະຫານໃຫ້ນັກສໍາມະນາກອນຫວຽດນາມ 17 ຄົນ. ພາຍຫຼັງຫຼາຍປີແຫ່ງການຜັນຂະຫຍາຍການຮ່ວມມື ແລະເປີດກວ້າງ, ມາຮອດປະຈຸບັນ, ມີພະນັກງານ, ນາຍທະຫານກອງທັບປະຊາຊົນຫວຽດນາມ 3.500 ຄົນ ໄດ້ຮຽນຈົບຊຸດຮຽນຕາມໂຄງການຮ່ວມມືກໍ່ສ້າງລະຫວ່າງກະຊວງປ້ອງກັນປະເທດສອງປະເທດ. ບໍ່ວ່າໃນຂົງເຂດໃດກໍຕາມ, ນັກສໍາມະນາກອນກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະແດງໃຫ້ເຫັນຄວາມສາມາດຮ່ຳຮຽນ, ຄົ້ນຄວ້າຢ່າງດີເດັ່ນ. ນີ້ແມ່ນໜຶ່ງໃນບັນດາພື້ນຖານປະກອບສ່ວນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ນັບມື້ນັບພັດທະນາຢ່າງແທດຈິງ ແລະມີປະສິດທິຜົນ.

leftcenterrightdel
ທ່ານພັນເອກພິເສດ ຫງວຽນຢຸຍມິງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ກ່າວຄຳເຫັນທີ່ການພົບປະສັງສັນ. ພາບ: ຈູງແທັ່ງ

ຕາມທ່ານພັນເອກພິເສດ ຫງວຽນຢຸຍມິງ, ຮອງຫົວໜ້າກົມພົວພັນຕ່າງປະເທດ, ກະຊວງປ້ອງກັນປະເທດຫວຽດນາມ ແລ້ວ, ການພົວພັນຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີ ໃນໄລຍະຜ່ານມາໄດ້ຜັນຂະຫຍາຍຢ່າງເໝາະສົມກັບບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ປີ 2010, ຖະແຫຼງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ປີ 2018 ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນລະຫວ່າງເຫຼົ່າທັບ, ເຫຼົ່າຮົບ, ແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກສົງຄາມ...; ໃນນັ້ນ, ການຮ່ວມມືກໍ່ສ້າງຍາມໃດກໍ່ແມ່ນພື້ນຖານອັນໜັກແໜ້ນເພື່ອໃຫ້ກະຊວງປ້ອງກັນປະເທດຂອງສອງປະເທດເປີດກວ້າງເທື່ອລະກ້າວ ແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອເລິກເຊິ່ງກວ່າ.

ໂດຍ: ເຈິ່ນຮວ່ຽນ