ກ່າວຄໍາເຫັນຕ້ອນຮັບກໍາປັ່າຕໍາຫຼວດທະເລ 8002 ແລະຄະນະປະຕິບັດງານ, ທ່ານພົນຈັດຕະວາ Yu Zhong ຫົວໜ້າກົມຕໍາຫຼວດທະເລຈີນ ເນັ້ນໜັກວ່າ ພາຍໃຕ້ການຊັກນໍາຍຸດທະສາດຂອງເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ແລະທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນ ບັນລຸໄດ້ການພັດທະນາໃໝ່, ຄວາມໄວ້ເນື້ອເຊື່ອໃຈ, ການຮ່ວມມືລະຫວ່າງກໍາລັງຕໍາຫຼວດທະເລສອງປະເທດເຂົ້າສູ່ລວງເລິກ; ພ້ອມທັງສະແດງຄວາມໄວ້ເນື້ອເຊື່ອໃຈວ່າ ການຢ້ຽມຢາມຂອງກໍາປັ່ນຕໍາຫຼວດທະເລ 8002 ຈະຊຸກຍູ້ການຮ່ວມມືປະຕິບັດກົດໝາຍບົນທະເລລະຫວ່າງກໍາລັງຕໍາຫຼວດທະເລສອງປະເທດຂຶ້ນສູ່ລະດັບສູງໃໝ່, ປະກອບສ່ວນຢ່າງຕັ້ງໜ້າເພື່ອໃຫ້ການພົວພັນຫວຽດນາມ-ຈີນ ນັບມື້ນັບເປັນປົກກະຕິ ແລະຍືນຍົງ.

leftcenterrightdel
ບັນດາຜູ້ແທນ ແລະການນໍາທ້ອງຖິ່ນ ຖ່າຍຮູບຢູ່ໃນຕໍ່ໜ້າກໍາປັ່ນຕໍາຫຼວດທະເລ 8002. ພາບ: qdnd.vn

ສ່ວນທ່ານພົນຈັດຕະວາ ເລກວາງດ້າວ ຜູ້ບັນຊາການຕໍາຫຼວດທະເລຫວຽດນາມ ເນັ້ນໜັກວ່າ ການຢ້ຽມຢາມ ແລະພົບປະແລກປ່ຽນ ຢູ່ຈີນ ຂອງກໍາປັ່ນຕໍາຫຼວດທະເລ 8002 ແມ່ນພື້ນຖານເພື່ອໃຫ້ບັນດາກິດຈະກໍາພົບປະແລກປ່ຽນລະຫວ່າງຕໍາຫຼວດທະເລຫວຽດນາມ ແລະຕໍາຫຼວດທະເລຈີນ ໃນໄລຍະຈະມາເຖິງ ຈະໄດ້ຈັດຕັ້ງຢ່າງຮຽບຮ້ອຍ, ຊ່ວຍພະນັກງານ, ນັກຮົບສອງຝ່າຍມີຄວາມເຂົ້າໃຈກັນຫຼາຍກວ່າ, ສາມັກຄີກວ່າ, ສົມທົບກັນປະຕິບັດໜ້າທີ່ໃຫ້ດີກວ່າ.

ຕອນບ່າຍວັນທີ 4 ທັນວາ, ກໍາລັງຕໍາຫຼວດທະເລສອງປະເທດ ໄດ້ເຂົ້າຢ້ຽມຢາມກໍາປັ່ນຕໍາຫຼວດທະເລ 8002 ແລະກໍາປັ່ນທະເລ 3301 (ຕໍາຫຼວດທະເລຈີນ) ຂອງກັນຕາມລຳດັບ. ຕອນບ່າຍວັນດຽວກັນ, ທີ່ແຂວງກວາງຊີ ໄດ້ດໍາເນີນກອງປະຊຸມວຽກງານຕໍາຫຼວດທະເລຫວຽດນາມ - ຈີນ ຄັ້ງທີ 7 ພາຍໃຕ້ການເປັນປະທານຂອງພົນຈັດຕະວາ ເລກວາງດ້າວ ແລະພົນຈັດຕະວາ Yu Zhong.

ໂດຍ: ໄຊນີດາ