leftcenterrightdel
ຫົວໜ້າຕໍາຫຼວດທະເລເຂດ 3 ມອບລາງວັນໃຫ້ບັນດາໝູ່ຄະນະ ແລະບຸກຄົນດີເດັ່ນ. ພາບ: ດຶກດິ້ງ

ໃນປີ 2023, ຕໍາຫຼວດທະເລເຂດ 3 ກຳແໜ້ນສະພາບການຢູ່ເຂດທີ່ກົມກອງຄຸ້ມຄອງ; ຄົ້ນພົບ ແລະປັບໄໝບໍລິຫານກຳປັ່ນ 44 ລໍາ, ຈັບ ແລະປັບໄໝກໍາປັ່ນທີ່ລັກລອບຊື້-ຂາຍ ແລະຂົນສົ່ງສິນຄ້າຜິດກົດໝາຍຢູ່ທະເລ 28 ລໍາ; ປັບໄໝກໍລະນີລະເມີດບໍລິຫານເກືອບ 15 ຕື້ດົ່ງ; ຕໍ່ສູ້ທຳລາຍ 14 ຄະດີ, ຈັບຕົວຜູ້ລັກລອບເກັບມ້ຽນ ແລະຄ້າຂາຍຢາເສບຕິດ 15 ຄົນ. ກອງບັນຊາການເຂດສົມທົບກັບບັນດາທ້ອງຖິ່ນຜັນຂະຫຍາຍການປະຕິບັດວຽກງານຂົນຂວາຍປະຊາຊົນຢ່າງມີປະສິດທິຜົນ; ມອບຂອງຂວັນ 4.274 ພູດ, ທຸງຊາດ 15.450 ຜືນ ແລະເສື້ອຊູຊີບ 728 ຜືນໃຫ້ຊາວປະມົງ; ຈັດຕັ້ງ 7 ການແຂ່ງຂັນ “ນ້ອງຮັກທະເລ, ໝູ່ເກາະບ້ານເກີດເມືອງນອນ”...

ໃນປີ 2024, ຕໍາຫຼວດທະເລເຂດ 3 ກໍານົດວ່າຈະສືບຕໍ່ເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນເພື່ອກຳແໜ້ນສະພາບການຢູ່ທະເລ ແລະແກ້ໄຂສະພາບການເປັນຢ່າງດີ; ຈັດຕັ້ງການລາດຕະເວນ, ກວດກາ, ຄວບຄຸມ ແລະຕ້ານອາດຊະຍາກຳຢ່າງເຂັ້ມງວດ ແລະມີປະສິດທິຜົນ; ຕ້ານການຫາປາທີ່ຜິດກົດໝາຍ; ຍົກສູງປະສິດທິຜົນວຽກງານຂົນຂວາຍປະຊາຊົນ...

ໂດຍ: ໄຊນີດາ