ເນື່ອງໃນໂອກາດຕົ້ນປີ 2026, ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ ໄດ້ມີການແລກປ່ຽນກັບໜັງສືພິມຍຸກປະຈຸບັນ (ເທີ່ຍໄນ) ກ່ຽວກັບຂີດໝາຍອັນພົ້ນເດັ່ນ, ບົດຮຽນປະສົບການ, ການກໍານົດທິດຍຸດທະສາດຂອງກຳລັງຮັກສາສັນຕິພາບຫວຽດນາມ ໃນໄລຍະຈະມາເຖິງ.

ນັກຂ່າວ: ພາຍຫຼັງເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງ ສປຊ ມາໄດ້ 11 ກວ່າປີ, ກອງທັບປະຊາຊົນຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງ ແລະອິດທິພົນຊື່ສຽງຂອງຕົນຄືແນວໃດ, ຂໍຮຽນທ່ານພົນຈັດຕະວາ?

ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ: ພາຍຫຼັງທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຢ່າງເປັນທາງການມາໄດ້ 11 ກວ່າປີ (2014-2025), ສາມາດຢັ້ງຢືນໄດ້ວ່າ, ກໍາລັງຮັກສາສັນຕິພາບຫວຽດນາມ ໄດ້ເຕີບໃຫຍ່ຂະຫຍາຍຕົວເທື່ອລະກ້າວ, ໄດ້ສ້າງຂີດໝາຍອັນເລິກເຊິ່ງ, ໄດ້ຮັບການຮັບຮູ້ ແລະຕີລາຄາສູງຈາກ ສປຊ, ຈາກຄະນະປະຕິບັດງານ ແລະປະຊາຄົມສາກົນ.

ຈາກບັນດາບຸກຄົນທໍາອິດທີ່ດໍາລົງຕໍາແໜ່ງເປັນນັກສັງເກດການທະຫານ, ນາຍທະຫານສື່ສານ, ນາຍທະຫານເສນາໃຫ້ຄະນະປະຕິບັດງານ ຢູ່ຊູດັງໃຕ້ ແລະອາຟຣິກາກາງ, ຈົນຮອດການຜັນຂະຫຍາຍບັນດາໂຮງໝໍກາງສະໜາມຂັ້ນ 2, ກອງຊ່າງແສງຫວຽດນາມ ໄດ້ສ້າງຂີດໝາຍການຫັນປ່ຽນຢ່າງແຂງແຮງຈາກ “ການເຂົ້າຮ່ວມ” ມາເປັນ “ການປະກອບສ່ວນຢ່າງແທດຈິງ ແລະມີຄວາມຮັບຜິດຊອບ”. ບໍ່ພຽງແຕ່ປະຕິບັດສໍາເລັດໜ້າທີ່ດ້ານວິຊາສະເພາະເປັນຢ່າງດີເທົ່ານັ້ນ, ກຳລັງຮັກສາສັນຕິພາບຂອງຫວຽດນາມ ຍັງສະແດງໃຫ້ເຫັນຈິດໃຈມະນຸດສະທຳຢ່າງຈະແຈ້ງໂດຍຜ່ານການເຄື່ອນໄຫວຕ່າງໆຄື: ກວດ ແລະປິ່ນປົວພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າ, ກໍ່ສ້າງໂຮງຮຽນ, ສິດສອນ, ກໍ່ສ້າງເສັ້ນທາງ, ແນະນຳເຮັດກະສິກຳ... ພິເສດ, ໃນໄລຍະຜ່ານມາ, ພະນັກງານ, ນາຍທະຫານຂອງພວກເຮົາຫຼາຍຄົນ ໄດ້ຮັບຄວາມໄວ້ວາງໃຈຈາກ ສປຊ ທີ່ມອບໝາຍໃຫ້ດໍາລົງຕຳແໜ່ງທີ່ສຳຄັນ.

leftcenterrightdel
ກອງຊ່າງແສງເລກ 4 ຟື້ນຟູກໍ່ສ້າງຂົວທີ່ສຳຄັນ ຢູ່ Abyei. ພາບ:  nhandan.vn

ນັກຂ່າວ: ຂໍຮຽນທ່ານ, ຜ່ານເລື່ອງກໍາລັງໝວກເບສີຟ້າຫວຽດນາມ ຢັ້ງຢືນຂີດຄວາມສາມາດຂອງຕົນຢູ່ຄະນະປະຕິບັດງານ ສປຊ, ສາມາດສະແດງໃຫ້ເຫັນການປະກອບສ່ວນຂອງກອງທັບປະຊາຊົນຫວຽດນາມ ໄດ້ຮັບການຍອມຮັບໃນຄວາມມານະພະຍາຍາມຮັກສາສັນຕິພາບ ແລະສະຖຽນລະພາບສາກົນ ຄືແນວໃດ?

ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ: ກ່ອນອື່ນໝົດ, ເລື່ອງກໍາລັງໝວກເບສີຟ້າຫວຽດນາມ ປະຕິບັດສໍາເລັດໜ້າທີ່ເປັນຢ່າງດີຢູ່ຄະນະປະຕິບັດງານ ແລະສໍານັກງານຂອງ ສປຊ ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຢ່າງຮອບດ້ານ ກ່ຽວກັບຂີດຄວາມສາມາດ, ຄຸນທາດການເມືອງ, ລະດັບການເຊື່ອມໂຍງເຂົ້າກັບສາກົນຂອງກອງທັບປະຊາຊົນຫວຽດນາມ ໃນຍຸກໃໝ່.

ພະນັກງານ, ນາຍທະຫານຂອງຫວຽດນາມ ຕ້ອງເຮັດວຽກໃນສະພາບແວດລ້ອມນາໆຊາດ, ຫຼາຍສີສັນວັດທະນະທໍາ, ປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງທີ່ສັບສົນ, ຄວາມກົດດັນໃນວຽກງານສູງ. ການຕອບສະໜອງຄວາມຮຽກຮ້ອງຕ້ອງການດັ່ງກ່າວເປັນຢ່າງດີ ໄດ້ສະແດງໃຫ້ເຫັນຄວາມສາມາດຝຶກແອບ, ຄວາມສາມາດດ້ານການຈັດຕັ້ງກໍາລັງ, ກໍຄືຄຸນນະພາບຊັບພະຍາກອນມະນຸດຂອງກອງທັບຫວຽດນາມ  ໄດ້ເຂົ້າໃກ້ມາດຕະຖານສາກົນ, ໄປຄຽງຄູ່ກັນນັ້ນ ຍັງຄົງຮັກສາຄຸນທາດການເມືອງ, ຈົ່ງຮັກພັກດີຕໍ່ປະເທດຊາດ, ພັກ, ລັດ ແລະປະຊາຊົນ.

ສິ່ງສໍາຄັນກວ່ານັ້ນ, ພະນັກງານ, ນັກຮົບໝວກເບເລສີຟ້າຂອງຫວຽດນາມ ແຕ່ລະຄົນ ບໍ່ພຽງແຕ່ແມ່ນຜູ້ທີ່ປະຕິບັດໜ້າທີ່ວິຊາສະເພາະເທົ່ານັ້ນ, ຫາກຍັງແມ່ນ “ທູດສັນຕິພາບ”, ແຜ່ຂະຫຍາຍຮູບພາບ, ສີສັນສະເພາະ ແລະຄຸນຄ່າອັນດີງາມຂອງກອງທັບປະຊາຊົນຫວຽດນາມວິລະຊົນ ອີກດ້ວຍ.

ນັກຂ່າວ: ຈາກສະພາບການຕົວຈິງໃນການຜັນຂະຫຍາຍກໍາລັງທະຫານ ຢູ່ຄະນະປະຕິບັດງານ ສປຊ, ອັນໃດແມ່ນບົດຮຽນໃນວຽກງານຄັດເລືອກ, ຝຶກແອບພະນັກງານ, ນັກຮົບທັງປະຕິບັດສໍາເລັດໜ້າທີ່ສາກົນເປັນຢ່າງດີ,  ທັງຮັກສາ, ເສີມຂະຫຍາຍຄຸນນະທາດ “ທະຫານລຸງໂຮ່” ຂໍຮຽນທ່ານ?

ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ: ຈາກສະພາບຕົວຈິງໃນ 11 ປີທີ່ເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ໄດ້ນຳເອົາບົດຮຽນອັນລໍ້າຄ່າຫຼາຍຢ່າງມາໃຫ້ຫວຽດນາມ, ໃນນັ້ນພົ້ນເດັ່ນແມ່ນບົດຮຽນກ່ຽວກັບບຸກຄະລາກອນ - ເຊິ່ງແມ່ນປັດໄຈຕັດສິນຜົນສໍາເລັດຂອງໜ້າທີ່.

ກ່ອນອື່ນໝົດ, ວຽກງານຄັດເລືອກຕ້ອງມີຄວາມເຂັ້ມງວດ ແລະຮອບດ້ານ, ອີງໃສ່ມາດຕະຖານທາງດ້ານການເມືອງ ແລະຄຸນສົມບັດສິນທໍາເປັນພື້ນຖານ, ພ້ອມທັງເຊີດຊູຄວາມສາມາດດ້ານວິຊາສະເພາະ, ຄວາມສາມາດດ້ານພາສາຕ່າງປະເທດ, ສຸຂະພາບ ແລະຄວາມສາມາດເຮັດວຽກໃນສະພາບແວດລ້ອມສາກົນ. ບໍ່ພຽງແຕ່ເລືອກເອົາຄົນທີ່ “ເກັ່ງວຽກ” ເທົ່ານັ້ນ, ແຕ່ຍັງຕ້ອງເລືອກເອົາຜູ້ທີ່ມີ "ຈັນຍາບັນ, ມີຄວາມຮູ້ຄວາມສາມາດ ແລະມີຄຸນທາດ" ເພື່ອເປັນຕົວແທນໃຫ້ແກ່ພາບພົດຂອງປະເທດ, ຂອງຊາດ ແລະກອງທັບ.

ທີສອງ, ການຝຶກແອບຕ້ອງຄົບຊຸດ ແລະແທດເໝາະກັບສະພາບຕົວຈິງຂອງຄະນະປະຕິບັດງານ, ສົມທົບຢ່າງແໜ້ນແຟ້ນລະຫວ່າງການຝຶກແອບດ້ານວິຊາສະເພາະ, ທັກສະການດຳເນີນງານ, ຄວາມຮູ້ດ້ານກົດໝາຍສາກົນກັບການສຶກສາທາງດ້ານຄຸນທາດການເມືອງ, ແນວຄິດ, ຄຸນສົມບັດສິນທໍາ, ແບບແຜນການດໍາລົງຊີວິດ. ຜ່ານນັ້ນ, ຊ່ວຍໃຫ້ພະນັກງານ, ນັກຮົບບໍ່ພຽງແຕ່ປະຕິບັດໜ້າທີ່ວິຊາສະເພາະໄດ້ເປັນຢ່າງດີເທົ່ານັ້ນ, ຫາກຍັງຢຶດໝັ້້ນ, ອົດທົນຕໍ່ທຸກຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ. ວຽກງານຝຶກແອບໄດ້ຊ່ວຍໃຫ້ກຳລັງຕ່າງໆຂອງຫວຽດນາມ ສາມາດປັບຕົວເຂົ້າກັບສະພາບແວດລ້ອມເຮັດວຽກສາກົນຢ່າງວ່ອງໄວ.

ທີສາມ, ການຝຶກຝົນຫຼໍ່ຫຼອມຄຸນທາດ, ຮັກສາ ແລະເສີມຂະຫຍາຍຄຸນທາດ “ທະຫານລຸງໂຮ່” ໃນສະພາບແວດລ້ອມທີ່ມີສີສັນວັດທະນະທຳຫຼາກຫຼາຍ ແລະຫ່າງໄກຈາກບ້ານເກີດເມືອງນອນ ແມ່ນຄວາມຮຽກຮ້ອງຕ້ອງການທີ່ໂລ່ງລ່ຽນ. ຄຸນທາດການເມືອງອັນໜັກແໜ້ນ, ຈິດໃຈຮັບໃຊ້ສັນຕິພາບ, ຄວາມເມດຕາກະລຸນາ, ຄວາມຖະໜອມຖ່ອມຕົນ ແລະສະຕິຮັບຜິດຊອບສູງໄດ້ຊ່ວຍໃຫ້ທະຫານໝວກເບເລສີຟ້າຂອງຫວຽດນາມ ຜ່ານຜ່າທຸກຄວາມຫຍຸ້ງຍາກ ແລະປະຕິບັດສໍາເລັດໜ້າທີ່ຂອງຕົນເປັນຢ່າງດີ.

leftcenterrightdel
ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ. ພາບ:  nhandan.vn

ນັກຂ່າວ: ໃນສະພາບຄວາມໝັ້ນຄົງ, ການປະທະກັນຢູ່ພາກພື້ນ ແລະໂລກມີການຜັນແປສັບສົນຫຼາຍຢ່າງ, ກົມຮັກສາສັນຕິພາບຫວຽດນາມ ໄດ້ກຳນົດບຸລິມະສິດຍຸດທະສາດໃດແດ່ເພື່ອຍົກສູງຄຸນນະພາບ ແລະຄວາມເປັນມືອາຊີບໃນໄລຍະຈະມາເຖິງ?

ທ່ານພົນຈັດຕະວາ ຟ້າມແມັ້ງຖັ໊ງ: ບຸລິມະສິດອັນດັບໜຶ່ງແມ່ນກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໃຫ້ແກ່ກຳລັງຮັກສາສັນຕິພາບຫວຽດນາມ ຕາມທິດ “ມີແບບແຜນ, ແຫຼມຄົມ, ທັນສະໄໝ”, ສາມາດຕອບສະໜອງມາດຕະຖານຂອງ ສປຊ ຢ່າງຄົບຖ້ວນ. ພ້ອມກັນນັ້ນ, ສືບຕໍ່ເພີ່ມທະວີການສຶກສາອົບຮົມດ້ານການເມືອງ, ແນວຄິດ; ຮັບປະກັນໃຫ້ພະນັກງານ, ນັກຮົບແຕ່ລະຄົນມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດທີ່ປອດໃສ, ມີແບບແຜນການເຮັດວຽກບັນລຸມາດຕະຖານ ແລະມີລະບຽບວິໄນ.

ບົນພື້ນຖານນັ້ນ, ຫວຽດນາມ ຈະເປັນເຈົ້າການຂະຫຍາຍຂອບຂະໜາດ, ຮູບແບບ, ຂົງເຂດເຂົ້າຮ່ວມ, ທັງຕາມຮູບການກົມກອງ ແລະບຸກຄົນ, ສຸມໃສ່ກະກຽມແຫຼ່ງຊັບພະຍາກອນມະນຸດເພື່ອສະໝັກເຂົ້າຕຳແໜ່ງຂັ້ນສູງຢູ່ຄະນະປະຕິບັດງານ ແລະສຳນັກງານ ສປຊ. ພ້ອມທັງຍູ້ແຮງການຮ່ວມມືກັບສາກົນ, ແລກປ່ຽນປະສົບການ, ຍາດແຍ່ງການໜູນຊ່ວຍດ້ານການຝຶກແອບ, ອຸປະກອນ, ວິທະຍາສາດ-ເຕັກໂນໂລຊີ, ຍົກສູງກຳລັງຄວາມສາມາດເປັນເຈົ້າຕົນເອງເທື່ອລະກ້າວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງການເຄື່ອນໄຫວຮັກສາສັນຕິພາບ.

ໂດຍ: ທູຈາງ