ກອງປະຊຸມ ຄັ້ງທີ 34 ຄະນະກໍາມະການປະສົມລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ
ກປ.ອອນໄລ - ຕອນບ່າຍວັນທີ 30 ພະຈິກ, ຢູ່ຮ່າໂນ້ຍ, ຄະນະກໍາມະການປະສົມລະຫວ່າງລັດຖະບານກ່ຽວກັບສູນເຂດຮ້ອນ ຫວຽດນາມ-ລັດເຊຍ ໄດ້ດຳເນີນກອງປະຊຸມ ຄັ້ງທີ 34.
ທ່ານພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານອະນຸກຳມະການຫວຽດນາມ ແລະທ່ານ Konstantin Ilyich Mogilevsky, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະມະຫາວິທະຍາໄລສະຫະພັນລັດເຊຍ, ປະທານອະນຸກຳມະການສະຫະພັນລັດເຊຍ.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານອະນຸກຳມະການຫວຽດນາມ ຕ້ອນຮັບທ່ານ Konstantin Ilyich Mogilevsky, ຮອງລັດຖະມົນຕີກະຊວງວິທະຍາສາດ ແລະມະຫາວິທະຍາໄລສະຫະພັນລັດເຊຍ, ປະທານອະນຸກຳມະການສະຫະພັນລັດເຊຍ. ພາບ: ຮ່າເຟືອງ |
ກ່າວຄຳເຫັນໄຂກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ຕີລາຄາວ່າ ປີ 2023, ສູນເຂດຮ້ອນຫວຽດນາມ-ລັດເຊຍ ໄດ້ປະຕິບັດໜ້າທີ່ຕາມມະຕິກອງປະຊຸມ ຄັ້ງທີ 33 ຂອງຄະນະກໍາມະການປະສົມ ແລະບັນດາໜ້າທີ່ໂດຍອະນຸກຳມະການຫວຽດນາມ ແລະອະນຸກຳມະການສະຫະພັນລັດເຊຍ ມອບໝາຍໃນວຽກງານທຸກດ້ານເປັນຢ່າງດີ. ການເຄື່ອນໄຫວຄົ້ນຄວ້າວິທະຍາສາດ-ເຕັກໂນໂລຢີໄດ້ປະຕິບັດຖືກຕ້ອງຕາມແຜນການ, ປະກອບໝາກຜົນຢ່າງຕັ້ງໜ້າຫຼາຍຢ່າງໃຫ້ແກ່ວິທະຍາສາດ ແລະໃນການນຳໃຊ້ຕົວຈິງ. ມີຜະລິດຕະພັນຫຼາຍປະເພດໄດ້ຮັບການອະນຸມັດໃຫ້ນຳໃຊ້ຢ່າງກວ້າງຂວາງຈາກການນໍາກະຊວງປ້ອງກັນປະເທດ, ບາງຜະລິດຕະພັນ, ເຕັກໂນໂລຢີພວມໄດ້ລາຍງານນໍາເຂົ້າການນໍາໃຊ້ຕົວຈິງ. ວຽກງານພັດທະນາຊັບພະຍາກອນມະນຸດ, ເພີ່ມທະວີພື້ນຖານວັດຖຸຮັບໃຊ້ການຄົ້ນຄວ້າສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ ແລະການລົງທຶນ.
    |
 |
ບັນຍາກາດທີ່ກອງປະຊຸມ. ພາບ: ຮ່າເຟືອງ |
ສ່ວນທ່ານ Konstantin Ilyich Mogilevsky ຕີລາຄາວ່າ ປີ 2023, ສອງຝ່າຍໄດ້ປະຕິບັດຫຼາຍວຽກງານບົນພື້ນຖານບັນດາໜ້າທີ່ທີ່ໄດ້ຮັບການຜັນຂະຫຍາຍຕາມມະຕິກອງປະຊຸມ ຄັ້ງທີ 33 ຂອງຄະນະກໍາມະການປະສົມ ແລະໄດ້ຮັບໝາກຜົນອັນລໍ້າຄ່າ, ມີຄວາມໝາຍດ້ານວິທະຍາສາດ ແລະພຶດຕິກຳຕົວຈິງ, ຮັບໃຊ້ແທດຈິງໃນໜ້າທີ່ການທະຫານ, ການປ້ອງກັນຊາດ, ພັດທະນາເສດຖະກິດ ແລະປົກປັກຮັກສາສິ່ງແວດລ້ອມຊີວະພາບ. ທ່ານ Konstantin Ilyich Mogilevsky ເນັ້ນໜັກວ່າ ວຽກງານຮ່ວມຂອງສອງອະນຸກຳມະການແມ່ນຊຸກຍູ້ການພັດທະນາຂອງສູນ. ສອງຝ່າຍພວມສົມທົບກັນຢ່າງຕັ້ງໜ້າເພື່ອເຫັນດີເປັນເອກະພາບ ແລະອະນຸມັດຜ່ານໂຄງການຄົ້ນຄວ້າວິທະຍາສາດ, ເຕັກໂນໂລຢີ ແລະນຳໃຊ້ຂອງສູນໃນໄລຍະ 5 ປີຕໍ່ໄປ.
ໂດຍ: ເຈິ່ນຮວ່ຽນ