ທີ່ການພົບປະ, ທ່ານ Lloyd Austin ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບອາຊຽນ ໃຫ້ນັບມື້ນັບມີປະສິດທິຜົນ, ແທດຈິງ, ເພື່ອສັນຕິພາບ ແລະຄວາມໝັ້ນຄົງໃນພາກພື້ນ, ໂດຍຜ່ານການຊ້ອມຮົບຮ່ວມ ຫຼືລາຍການບັນດາການນໍາປ້ອງກັນຊາດ ທີ່ຫາກໍ່ພົ້ນເດັ່ນ ອາເມລິກາ - ອາຊຽນ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ເຂົ້າຮ່ວມການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມລິກາ. ພາບ: qdnd.vn

ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ຖືວ່າ, ພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງແບບເກົ່າ ແລະແບບໃໝ່. ດ້ວຍຫຼັກການເຄົາລົບບົດບາດໃຈກາງຂອງອາຊຽນ, ອາຊຽນ ພ້ອມແລ້ວທີ່ຈະຮ່ວມມືກັບອາເມລິກາ ກໍຄືຄູ່ຮ່ວມມືອື່ນໆເພື່ອແກ້ໄຂສິ່ງທ້າທາຍດັ່ງກ່າວນີ້.

leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມການພົບປະບໍ່ເປັນທາງການລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນ-ອາເມລິກາ. ພາບ: qdnd.vn

ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ຕີລາຄາສູງ ຄຳໝັ້ນສັນຍາຂອງອາເມລິກາ ຕໍ່ການສະໜັບສະໜູນບົດບາດໃຈກາງຂອງອາຊຽນ ແລະຊຸກຍູ້ການຮ່ວມມືຮອບດ້ານກັບພາກພື້ນ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວິທະຍາສາດ ແລະເຕັກໂນໂລຢີ, ໃນນັ້ນ ອາເມລິກາ ແມ່ນປະເທດທີ່ມີການລົງທຶນໂດຍກົງຈາກຕ່າງປະເທດຫຼາຍທີ່ສຸດໃນອາຊຽນ. ທ່ານພົນເອກ ຟານວັນຢາງ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຮ່ວມມືລະຫວ່າງ ອາເມລິກາ ແລະ ບັນດາປະເທດອາຊຽນ, ພິເສດແມ່ນໃນຂອບເຂດ ADMM+.

* ຕອນບ່າຍວັນດຽວກັນ ໄດ້ດໍາເນີນການພົບປະບໍ່ເປັນທາງການ ລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນ - ຍີ່ປຸ່ນ  ແບບເຊິ່ງໜ້າ ແລະທາງອອນລາຍ.

ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ແລະ ຍີ່ປຸ່ນ ຖືວ່າ ການພົບປະບໍ່ເປັນທາງການຄັ້ງນີ້ໄດ້ດຳເນີນຢ່າງທັນການ, ສະແດງໃຫ້ເຫັນຄວາມປາດຖະໜາຂອງສອງຝ່າຍໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດທີ່ເໝາະສົມກັບກອບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານທີ່ ອາຊຽນ ແລະ ຍີ່ປຸ່ນ ໄດ້ສ້າງຂຶ້ນໃນເດືອນກັນຍາ 2023.

leftcenterrightdel
ບັນຍາກາດທີ່ການພົບປະບໍ່ເປັນທາງການ ລະຫວ່າງລັດຖະມົນຕີປ້ອງກັນປະເທດອາຊຽນ-ຍີ່ປຸ່ນ. ພາບ: qdnd.vn

ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Minoru Kihara ໄດ້ຢືນຢັນເຖິງການສະໜັບສະໜູນບົດບາດໃຈກາງຂອງອາຊຽນ; ໂດຍເນັ້ນໜັກວ່າ, ຄວາມໝັ້ນຄົງ ແລະຄວາມປອດໄພຢູ່ທະເລຮວາຕຸງ ແລະທະເລຕາເວັນອອກມີທີ່ຕັ້ງສຳຄັນພິເສດຕໍ່ສັນຕິພາບ ແລະສະຖຽນລະພາບຢູ່ພາກພື້ນ. ທ່ານລັດຖະມົນຕີ Minoru Kihara ປາດຖະໜາຢາກຍົກລະດັບການພົວພັນດ້ານປ້ອງກັນຊາດລະຫວ່າງ ຍີ່ປຸ່ນ ແລະ ອາຊຽນ ຂຶ້ນສູ່ລະດັບສູງໃໝ່ ໂດຍຜ່ານຂົງເຂດຄວາມໝັ້ນຄົງທາງທະເລ, ສ້າງກົດລະບຽບທາງໄຊເບີ  ແລະບັນດາໂຄງການຍົກສູງກຳລັງຄວາມສາມາດ...

ກ່າວຄຳເຫັນທີ່ການພົບປະ, ທ່ານພົນເອກ ຟານວັນຢາງ ປາດຖະໜາຢາກໃຫ້ກະຊວງປ້ອງກັນປະເທດຍີ່ປຸ່ນ ຄົ້ນຄວ້າ, ແບ່ງປັນບົດຮຽນ ແລະໜູນຊ່ວຍຍົກສູງກຳລັງຄວາມສາມາດໃຫ້ບັນດາປະເທດສະມາຊິກອາຊຽນ ໃນຂົງເຂດການຝຶກແອບ ແລະບຳລຸງສ້າງ, ໜູນຊ່ວຍມະນຸດສະທຳ ແລະກູ້ຊ່ວຍໄພພິບັດ, ເຕັກໂນໂລຢີຂໍ້ມູນຂ່າວສານ, ຖ່າຍທອດອຸປະກອນ ແລະເຕັກໂນໂລຢີ, ຄວາມປອດໄພດ້ານໄຊເບີ, ຄວາມໝັ້ນຄົງທາງທະເລ...

ໂດຍ: ທູຈາງ