ທ່ານພົນຈັດຕະວາ, ຮ.ສຈ, ປອ ຫວູເກືອງກວ໊ຽດ, ຫົວໜ້າສະຖາບັນຍຸດທະສາດປ້ອງກັນຊາດ ໄດ້ຢັ້ງຢືນຄືດັ່ງກ່າວທີ່ກອງປະຊຸມສໍາມະນາຊ່ອງ II ເຄືອຂ່າຍ ບັນດາສະຖາບັນຄົ້ນຄວ້າການປ້ອງກັນຊາດ-ປ້ອງກັນຄວາມສະຫງົບອາຊຽນ (NADI) ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 3 ຕຸລາ, ຢູ່ນະຄອນເຫວ້, ແຂວງເທື່ອທຽນເຫວ້.
ກ່ອນນີ້ 13 ປີ, ADMM+ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໂດຍມີການເຂົ້າຮ່ວມຂອງ 10 ປະເທດສະມາຊິກອາຊຽນ ແລະ 8 ປະເທດຄູ່ຮ່ວມມືເຈລະຈາ (ລັດເຊຍ, ຈີນ, ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ, ອົດສະຕາລີ, ນິວຊີແລນ, ອິນເດຍ). ສິ່ງດັ່ງກ່າວສະແດງໃຫ້ເຫັນຢ່າງຈະແຈ້ງວ່າ, ການຮ່ວມມືດ້ານປ້ອງກັນຊາດອາຊຽນ ພັດທະນາ ຢ່າງຂະຫຍັນຂັນເຄື່ອນ, ບໍ່ພຽງແຕ່ໃນຂອບເຂດອາຊຽນເທົ່ານັ້ນ, ຫາກຍັງເປີດກວ້າງເຖິງບັນດາຄູ່ຮ່ວມມືຢູ່ນອກພາກພື້ນ. ມາຮອດປະຈຸບັນ ADMM+ ແມ່ນກົນໄກຮ່ວມມືດ້ານປ້ອງກັນຊາດສູງສຸດຂອງອາຊຽນ ກັບບັນດາຄູ່ຮ່ວມມືນອກພາກພື້ນ, ແມ່ນພາກສ່ວນສຳຄັນຂອງໂຄງປະກອບຄວາມໝັ້ນຄົງພາກພື້ນ ແລະເພີ່ມເຕີມໃຫ້ເວທີປາໄສພາກພື້ນທີ່ມີຢູ່ແລ້ວ, ສວມບົດບາດແມ່ນພື້ນຖານໃຫ້ການຮ່ວມມືໃນຕົວຈິງ ແລະມີຄວາມໝາຍລະຫວ່າງອາຊຽນ ກັບບັນດາປະເທດນອກພາກພື້ນໃນຫຼາຍຂົງເຂດ ເພື່ອຜົນປະໂຫຍດຄວາມໝັ້ນຄົງລວມ.
    |
 |
ບັນດາຫົວໜ້າຄະນະເຂົ້າຮ່ວມກອງປະຊຸມສໍາມະນາ. ພາບ: ຮວ່າງຫວູ |
ທ່ານພົນຈັດຕະວາ, ຮ.ສຈ, ປອ ຫວູເກືອງກວ໊ຽດ ເນັ້ນໜັກວ່າ: “ການກຳເນີດຂອງ ADMM+ ໄດ້ຮັບຖືວ່າແມ່ນຂີດໝາຍພັດທະນາໃໝ່ໃນການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງອາຊຽນ ແນໃສ່ເພີ່ມທະວີສັນຕິພາບ, ສະຖຽນລະພາບ ແລະການພັດທະນາຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້; ສະແດງໃຫ້ເຫັນຄວາມມານະພະຍາຍາມຢ່າງກະໂດດຂັ້ນ, ເຈດຈໍານົງ ແລະຄວາມຕັດສິນໃຈດ້ານການເມືອງ, ຈິດໃຈສາມັກຄີອາຊຽນ. ພ້ອມທັງ, ນີ້ກໍ່ແມ່ນການເປີດສາກທີ່ດີຂອງກົນໄກປ້ອງກັນ ຄວາມສະຫງົບໃໝ່, ສ້າງກາລະໂອກາດເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບພາຍໃນອາຊຽນ ແລະລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມືເຈລະຈາ ແນໃສ່ສ້າງຄວາມເຊື່ອໝັ້ນ, ຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງລວມ ແລະຢັ້ງຢືນຄຳໝັ້ນສັນຍາສໍາລັບ ສົນທິສັນຍາໄມຕີຈິດມິດຕະພາບ ແລະ ການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ (TAC) ກໍ່ຄືບັນດາຫຼັກການພື້ນຖານກ່ຽວກັບອະທິປະໄຕ, ຄວາມສະເໝີພາບ, ບໍ່ແຊກແຊງ, ຄວາມເຫັນດີເຫັນພ້ອມ, ເປັນເອກະພາບໃນຄວາມຫຼາກຫຼາຍ”.
ADMM+ ໄດ້ສ້າງກາລະໂອກາດຕື່ມອີກເພື່ອໃຫ້ກອງປະຊຸມລັດຖະມົນຕີ ປ້ອງກັນປະເທດອາຊຽນ (ADMM) ສາມາດຍາດແຍ່ງ ກໍ່ຄືສົມທົບແຫຼ່ງກຳລັງໜູນຊ່ວຍຈາກພາຍນອກຢ່າງມີປະສິດທິຜົນ, ຜ່ານ 7 ຂົງເຂດຮ່ວມມື, ລວມມີ: ໜູນຊ່ວຍ ມະນຸດສະທຳ ແລະກູ້ໄພພິບັດ, ຄວາມໝັ້ນຄົງທາງທະເລ, ການແພດທະຫານ, ຕ້ານກໍ່ການຮ້າຍ, ການເຄື່ອນໄຫວຮັກສາສັນຕິພາບ... ແບ່ງປັນກັບນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ຢູ່ນອກກອງປະຊຸມສໍາມະນາ, ຜູ້ແທນຫຼາຍທ່ານ ຖືວ່າ, ນັບແຕ່ ADMM ແລະ ADMM+ ໄດ້ຮັບການສ້າງຕັ້ງ (ໃນປີ 2004 ແລະ 2010 ຕາມລຳດັບ), ການຮ່ວມມືດ້ານປ້ອງກັນຊາດພາຍໃນອາຊຽນ ແລະລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມືເຈລະຈາໄດ້ປະກອບສ່ວນຊຸກຍູ້ຄວາມເຂົ້າໃຈ, ເພີ່ມທະວີຄວາມເຊື່ອໝັ້ນລະຫວ່າງບັນດາປະເທດ.
ADMM ແລະ ADMM+ ພ້ອມກັບບັນດາຂໍ້ລິເລີ່ມການຮ່ວມມືທີ່ມີເນື້ອແທ້ໄດ້ເສີມຂະຫຍາຍຄຸນປະໂຫຍດ, ສ້າງບັນຍາກາດແຫ່ງການຮ່ວມມື ແລະຮ່ວມສໍາພັນ ນັບມື້ນັບແໜ້ນແຟ້ນໃຫ້ພາກພື້ນ. ທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ, ຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ, ກະຊວງປ້ອງກັນປະເທດລາວ ໃຫ້ຮູ້ວ່າ: “ມາຮອດປະຈຸບັນ, ວິວັດການຮ່ວມມືດ້ານປ້ອງກັນຊາດອາຊຽນ ໄດ້ປະສົບຜົນສຳເລັດ, ປະກອບສ່ວນຢ່າງແທດຈິງເຂົ້າໃນການຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ.
ຕາມທ່ານພົນຈັດຕະວາ ວຽງໄຊ ສົມວິຈິດ ແລ້ວ, ຜົນສຳເລັດຂອງການຮ່ວມມືດ້ານປ້ອງກັນຊາດອາຊຽນ ໃນໄລຍະຜ່ານມາ ແມ່ນມີການປະກອບສ່ວນຢ່າງຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບຂອງຫວຽດນາມ. ໃນຂະນະນັ້ນ, ທ່ານ Lawrence Anderson, ນັກຄົ້ນຄ້ວາອາວຸໂສຂອງໂຮງຮຽນຄົ້ນຄວ້າສາກົນ S.Rajaratnam (RSIS) ຂຶ້ນກັບມະຫາວິທະຍາໄລເຕັກໂນໂລຢີ Nanyang (ສິງກະໂປ) ເນັ້ນໜັກວ່າ, ຫວຽດນາມ - ປະເທດ “ລຸກຂຶ້ນຈາກຂີ້ເຖົ່າສົງຄາມ ເພື່ອຮັບຜົນສຳເລັດຄືໃນປະຈຸບັນ", ແມ່ນສະມາຊິກສໍາຄັນຂອງອາຊຽນໃນທຸກຂົງເຂດຮ່ວມມື, ໃນນັ້ນມີການປ້ອງກັນຊາດ.
ຄຽງຂ້າງຄວາມສະດວກ ແລະໝາກຜົນທີ່ບັນລຸໄດ້, ຕ້ອງຍອມຮັບວ່າ ການຮ່ວມມືຂອງ ອາຊຽນ ໃນ ADMM+ ກໍ່ຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ ຍ້ອນຜົນກະທົບຈາກການຜັນແປຂອງພູມສາດການເມືອງໂລກ ແລະພາກພື້ນ. ພ້ອມກັນນັ້ນ, ບັນຫາຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະບໍ່ແມ່ນການ ທະຫານ ພວມຜັນແປຢ່າງວ່ອງໄວ, ສັບສົນ, ຄາດຄະເນລ່ວງໜ້າໄດ້ຍາກ, ເປັນສິ່ງທ້າທາຍຕໍ່ຄວາມສາມາດປະສານງານ ແລະບົດບາດໃຈກາງຂອງອາຊຽນ ໃນການຮັບປະກັນສັນຕິພາບ, ສະຖຽນລະພາບຂອງພາກພື້ນ.
ທ່ານພົນຈັດຕະວາ, ຮ.ສຈ, ປອ ຫວູເກືອງກວ໊ຽດ ຊີ້ແຈ້ງວ່າ: “ໃນສະພາບແວດລ້ອມການເມືອງ ແລະຄວາມໝັ້ນຄົງໂລກ, ພາກພື້ນພວມຜັນແປຢ່າງສັບສົນ, ສັນຕິພາບ, ສະຖຽນລະພາບ ແລະການຮ່ວມມືຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະມະຫາສະໝຸດ ອິນເດຍ-ປາຊີຟິກ ພວມປະເຊີນໜ້າກັບສິ່ງທ້າທາຍໃໝ່. ໃນສະພາບຄືດັ່ງກ່າວຮຽກຮ້ອງໃຫ້ອາຊຽນ ຄວນເພີ່ມທະວີຄວາມສາມາດສ້າງຄວາມເຂັ້ມແຂງດ້ວຍຕົນເອງເພື່ອ ປັບປຸງ, ເສີມຂະຫຍາຍບົດບາດໃຈກາງໃນບັນດາກົນໄກຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງພາກພື້ນ, ໃນນັ້ນມີ ADMM+, ຍົກສູງປະສິດທິຜົນການຮ່ວມມືຮັບມືກັບສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມ ເພື່ອຄວາມໝັ້ນຄົງ, ຜົນປະໂຫຍດຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໃນໂລກ".
ໂດຍ: ເຈິ່ນຮວ່ຽນ