ໂດຍໄດ້ຮູ້ວ່າ, ເພື່ອສ້າງເງື່ອນໄຂດີທີ່ສຸດໃຫ້ຄະນະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ໃນການຢ້ຽມຢາມຄັ້ງນີ້, ການນຳກອງບັນຊາການທະຫານເຂດ 1 ແລະກົມການເມືອງທະຫານເຂດ 1 ໄດ້ຊີ້ນຳບັນດາອົງການ, ກົມກອງປະຕິບັດວຽກງານກະກຽມ, ຈັດຕັ້ງການຕ້ອນຮັບຄະນະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ຕາມແຜນການທີ່ໄດ້ວາງອອກ. ເມື່ອຄະນະມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງທ໊າຍງວຽນ, ຂ້າພະເຈົ້າ ແລະບັນດາສະຫາຍໃນຄະນະກໍ່ຮູ້ສຶກເຖິງຄວາມອົບອຸ່ນ, ດ້ວຍຄວາມຈິງໃຈ, ການຕ້ອນຮັບທີ່ເຄົາລົບ, ຄວາມຮັກແພງຂອງສະຫາຍ, ອ້າຍນ້ອງຄືດັ່ງພີ່ນ້ອງບໍ່ໄດ້ພົບປະກັນດົນຂອງການນຳກົມການເມືອງທະຫານເຂດ 1, ກອງບັນຊາການ ທະຫານແຂວງທ໊າຍງວຽນ ແລະພະນັກງານ, ນັກຂ່າວໜັງສືພິມທະຫານເຂດ 1, ນັ້ນແມ່ນບັນດາທ່າທີພິເສດທີ່ມີພຽງແຕ່ອ້າຍນ້ອງ, ສະຫາຍທີ່ສະໜິດສະໜົມເທົ່ານັ້ນຈຶ່ງສາມາດມອບໃຫ້ກັນ ແລະກັນໄດ້.
    |
 |
ຄະນະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ໄປຢ້ຽມຊົມປູຊະນີຍະສະຖານຕີ້ນແກວ. ພາບ: ເຈິ່ນຮວ່ຽນ |
ທີ່ການເຮັດວຽກ, ສະຫາຍພັນເອກພິເສດ ຟານກວຽດຖັ໊ງ ຮອງຫົວໜ້າການເມືອງກອງບັນຊາການທະຫານແຂວງທ໊າຍງວຽນ ໄດ້ແຈ້ງໃຫ້ຄະນະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ຮັບຊາບບາງຈຸດສຳຄັນກ່ຽວກັບສະພາບການເສດຖະກິດ-ສັງຄົມຂອງແຂວງທ໊າຍງວຽນ, ວຽກງານກໍ່ສ້າງພັກ ແລະລະບົບການເມືອງ, ວຽກງານຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.... ພ້ອມທັງປາດຖະໜາຢາກມີການເຄື່ອນໄຫວພົບປະ, ແລກປ່ຽນບົດຮຽນກັບພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ແນໃສ່ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ, ຍົກສູງປະສິດທິຜົນຂອງໜ້າທີ່ວຽກງານທຸກດ້ານລະຫວ່າງກອງບັນຊາການທະຫານແຂວງທ໊າຍງວຽນ ກັບໜັງສືພິມກອງທັບປະຊາຊົນລາວ, ປະກອບສ່ວນປັບປຸງນ້ຳໃຈສາມັກຄີມິດຕະພາບແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງລາວ-ຫວຽດນາມ.
ເມື່ອແລກປ່ຽນດ້ານວິຊາການຢູ່ໜັງສືພິມທະຫານເຂດ 1, ສະຫາຍພັນເອກພິເສດ ເຄືອງວັນຢວ໊ານ ຫົວໜ້າບັນນາທິການໜັງສືພິມທະຫານເຂດ 1 ໄດ້ແລກປ່ຽນບົດຮຽນພຶດຕິກໍາຕົວຈິງໃນວຽກງານໂຄສະນາກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ ແລະວຽກງານປ້ອງກັນຊາດ, ການທະຫານທ້ອງຖິ່ນ 6 ແຂວງໃນບໍລິເວນທະຫານເຂດ ກໍ່ຄືການກໍ່ສ້າງ, ຍົກສູງຄຸນນະພາບຖັນແຖວພະນັກງານ, ນັກຂ່າວໜັງສືພິມທະຫານເຂດ 1, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໂຄສະນາ; ຂັ້ນຕອນການບັນນາທິການ ແລະພິມຈຳໜ່າຍໜັງສືພິມ...
    |
 |
ຄະນະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ, ໜັງສືພິມກອງທັບປະຊາຊົນ ຫວຽດນາມ, ໜັງສືພິມທະຫານເຂດ 1 ໄປຢ້ຽມຊົມປູຊະນີຍະສະຖານຕີ້ນແກວ. ພາບ: ເຈິ່ນຮວ່ຽນ |
ຄວາມຊົງຈໍາທີ່ບໍ່ສາມາດຫຼົງລືມໄດ້ໃນການໄປຢ້ຽມຢາມ ແລະເຮັດວຽກຂອງຂ້າພະເຈົ້າ ແລະຄະນະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ແມ່ນໄດ້ໄປຢ້ຽມຊົມປູຊະນີຍະສະຖານຕີ້ນແກວ ທີ່ຕັ້ງຢູ່ເຂດປູຊະນີຍະສະຖານປະຫວັດສາດແຫ່ງຊາດພິເສດເຂດທີ່ໝັ້ນ ດິ້ງຮ໊ວາ. ເຖິງວ່າກ່ອນການມາຢ້ຽມຢາມ ແລະເຮັດວຽກໃນຄັ້ງນີ້, ໂດຍຜ່ານພາຫະນະການສື່ສານຂອງລາວ, ຂ້າພະເຈົ້າ ໄດ້ຮູ້ກ່ຽວກັບສາຍພົວພັນມິດຕະພາບແບບພິເສດລາວ-ຫວຽດນາມ ມາແລ້ວ, ແຕ່ເມື່ອໄປຮອດ ເຂດທີ່ໝັ້ນດິ້ງຮ໊ວາ, ຂ້າພະເຈົ້າ ໄດ້ເຫັນກັບຕາຕົນເອງກ່ຽວກັບຮູບພາບ, ເອກະສານ, ວັດຖຸພັນ, ໄດ້ຍິນຈາກຜູ້ແນະນຳກ່ຽວກັບສາຍພົວພັນມິດຕະພາບພິເສດທີ່ຫາຍາກລະຫວ່າງປະທານໂຮ່ຈີມິນ ແລະສະເດັດເຈົ້າ ສຸພານຸວົງ; ບ່ອນພົບປະ, ເຮັດວຽກລະຫວ່າງສະເດັດເຈົ້າ ສຸພານຸວົງແລະ ແລະປະທານໂຮ່ຈີມິນ ພ້ອມດ້ວຍສະຫາຍການນໍາພັກ ແລະລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໃນໄລຍະຕໍ່ສູ້ຕ້ານລ່າເມືອງຂຶ້ນຝຣັ່ງ.
ພ້ອມກັນນັ້ນ, ຜ່ານບັນດາຮູບພາບ, ເອກະສານ, ວັດຖຸພັນ ຢູ່ປູຊະນີຍະສະຖານຕີ້ນແກວ, ພວກຂ້າພະເຈົ້າ ໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບນ້ຳໃຈເພື່ອນມິດທີ່ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງປະທານໂຮ່ຈີມິນ ແລະສະເດັດເຈົ້າ ສຸພານຸວົງ, ຜູ້ກໍ່ຕັ້ງພື້ນຖານໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ.
ອຳລາແຂວງທ໊າຍງວຽນ ໃນຕອນບ່າຍລະດູໃບໄມ້ຫຼົ່ນ, ຕາເວັນສ່ອງແສງເຫຼືອງອ່ອນຢູ່ເທິງພູ, ໂນນຊາ, ການຢ້ຽມຢາມໄດ້ຊ່ວຍໃຫ້ຂ້າພະເຈົ້າ ແລະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນລາວ ເກັບກ່ຽວປະສົບການທີ່ດີ, ບົດຮຽນອັນລໍ້າຄ່າໃນໄລຍະມາຝຶກອົບຮົມ ວຽກງານສື່ມວນຊົນຢູ່ຫວຽດນາມ, ເມື່ອສຳເລັດການຝຶກອົບຮົມກັບຄືນປະເທດ, ຂ້າພະເຈົ້າ ກໍ່ຄືເພື່ອນຮ່ວມງານສາມາດນຳໃຊ້ຄວາມຮູ້ທີ່ໄດ້ຮ່ຳຮຽນມາ ເຂົ້າໃນການໂຄສະນາກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດໃນຂົງເຂດໜັງສືພິມກອງທັບປະຊາຊົນລາວ. ການໄປຢ້ຽມຢາມຕົວຈິງ ໄດ້ສ້າງອາລົມຈິດອັນເລິກເຊິ່ງ ແລະຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້ຕໍ່ ຄວາມເອົາໃຈໃສ່, ການຊ່ວຍເຫຼືອຂອງການນຳກອງບັນຊາການທະຫານເຂດ 1, ໜັງສືພິມ ກອງທັບປະຊາຊົນຫວຽດນາມ, ກົມການເມືອງທະຫານເຂດ 1, ກອງບັນຊາການທະຫານ ແຂວງທ໊າຍງວຽນ, ໜັງສືພິມທະຫານເຂດ 1.
ສະຫາຍພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ