ພົນເອກ ຟານວັນຢາງ ຕ້ອນຮັບຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນເຊົ້າວັນທີ 26 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ສະຫາຍພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບສະຫາຍພົນໂທ ທອງລອຍ ສີລິວົງ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເນື່ອງໃນໂອກາດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
    |
 |
ສະຫາຍພົນເອກ ຟານວັນຢາງ ຕ້ອນຮັບສະຫາຍພົນໂທ ທອງລອຍ ສີລິວົງ ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາບ: ຕ໊ວນຮຸຍ |
    |
 |
ສະຫາຍພົນເອກ ຟານວັນຢາງ ຕ້ອນຮັບສະຫາຍພົນໂທ ທອງລອຍ ສີລິວົງ. ພາບ: ຕ໊ວນຮຸຍ |
ທີ່ການຕ້ອນຮັບ, ສະຫາຍພົນເອກ ຟານວັນຢາງ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານກັບລາວ. ພ້ອມທັງຢັ້ງຢືນວ່າ ເຖິງວ່າສະພາບການໂລກ ແລະພາກພື້ນຜັນແປຢ່າງສັບສົນກໍ່ຕາມ, ແຕ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ສືບຕໍ່ພັດທະນາຮອບດ້ານ, ບັນລຸໄດ້ບັນດາໝາກຜົນສຳຄັນ. ການຮ່ວມມືດ້ານປ້ອງກັນຊາດທີ່ແທດຈິງ, ມີປະສິດທິຜົນ, ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນໃນການພົວພັນສອງປະເທດ.
    |
 |
ສະຫາຍພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ສະຫາຍພົນໂທ ທອງລອຍ ສີລິວົງ. ພາບ: ຕ໊ວນຮຸຍ |
ສ່ວນສະຫາຍພົນໂທ ທອງລອຍ ສີລິວົງ ໄດ້ແຈ້ງໃຫ້ສະຫາຍພົນເອກ ຟານວັນຢາງ ຊາບກ່ຽວກັບໝາກຜົນການພົບປະເຈລະຈາກ່ອນໜ້ານັ້ນໃນຕອນເຊົ້າວັນດຽວກັນກັບສະຫາຍພົນເອກ ເລືອງເກື່ອງ, ກໍາມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ. ພ້ອມທັງຢັ້ງຢືນວ່າຈະເຮັດຈົນສຸດຄວາມສາມາດຂອງຕົນພ້ອມກັບກະຊວງປ້ອງກັນປະເທດລາວ ຜັນຂະຫຍາຍແຜນການຮ່ວມມືປະຈຳປີກັບກະຊວງປ້ອງກັນປະເທດຫວຽດນາມ ຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງ ແລະພັດທະນາສາຍພົວພັນລະຫວ່າງສອງປະເທດຢ່າງບໍ່ຢຸດຢັ້ງ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດສືບຕໍ່ແມ່ນໜຶ່ງໃນບັນດາເສົາຄໍ້າສຳຄັນ.
    |
 |
ສະຫາຍພົນເອກ ຟານວັນຢາງ, ສະຫາຍພົນໂທ ທອງລອຍ ສີລິວົງ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: ຕ໊ວນຮຸຍ |
ສະຫາຍພົນເອກ ຟານວັນຢາງ ຕີລາຄາສູງໝາກຜົນແຫ່ງການພົບປະເຈລະຈາ ກໍ່ຄືໝາກຜົນການຮ່ວມມືຮອບດ້ານລະຫວ່າງສອງກອງທັບເວົ້າລວມ, ລະຫວ່າງກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ການເມືອງກອງທັບປະຊາຊົນລາວ ເວົ້າສະເພາະ, ເປັນຕົ້ນແມ່ນໃນຂົງເຂດ: ສົມທົບ, ວຽກງານພັກ, ວຽກງານການເມືອງ... ສະຫາຍພົນເອກ ຟານວັນຢາງ ສະເໜີສອງຝ່າຍສືບຕໍ່ເພີ່ມທະວີການພົວພັນຮ່ວມມື, ສຸມໃສ່ເຂົ້າໃນບັນດາຂົງເຂດ, ຄື: ວຽກງານພັກ, ວຽກງານການເມືອງ; ສົມທົບກັນປົກປັກຮັກສາເສັ້ນຊາຍແດນສັນຕິພາບ, ສະຖຽນລະພາບຂອງສອງປະເທດ, ຜ່ານນັ້ນປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການກໍ່ສ້າງ, ພັດທະນາຊີວິດທາງດ້ານວັດຖຸ, ຈິດໃຈຂອງປະຊາຊົນຢູ່ເຂດຊາຍແດນ, ຊຸກຍູ້ດ້ານການຄ້າ; ສຸມໃສ່ໂຄສະນາຄວາມໝາຍຂອງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ລາວ-ກໍາປູເຈຍ ຄັ້ງທີ 1 ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ຄາດວ່າຈະຈັດຕັ້ງໃນໄລຍະຈະມາເຖິງ...
ໂດຍ: ເຈິ່ນຮວ່ຽນ