ພົນເອກ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ
ກປ.ອອນໄລ - ຕອນເຊົ້າວັນທີ 26 ກັນຍາ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ສະຫາຍພົນເອກ ເລືອງເກື່ອງ ກໍາມະການກົມການເມືອງ, ຄະນະປະຈຳຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນຫວຽດນາມ ເປັນປະທານພິທີຕ້ອນຮັບສະຫາຍ ພົນໂທ ທອງລອຍ ສີລິວົງ ກໍາມະການສູນກາງພັກ ປະຊາຊົນ ປະຕິວັດລາວ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ ລາວ ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ.
    |
 |
ສະຫາຍ ພົນເອກ ເລືອງເກື່ອງ ຕ້ອນຮັບສະຫາຍພົນໂທ ທອງລອຍ ສີລິວົງ. ພາບ: ຕ໊ວນຮຸຍ |
    |
 |
ສະຫາຍພົນເອກ ເລືອງເກື່ອງ ເປັນປະທານພິທີຕ້ອນຮັບສະຫາຍພົນໂທ ທອງລອຍ ສີລິວົງ. ພາບ: ຕ໊ວນຮຸຍ |
    |
 |
ສະຫາຍພົນເອກ ເລືອງເກື່ອງ ແລະສະຫາຍພົນໂທ ທອງລອຍ ສີລິວົງ ກວດແຖວກຽດຕິຍົດ ກອງທັບປະຊາຊົນຫວຽດນາມ. ພາບ: ຕ໊ວນຮຸຍ |
ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງສະຫາຍພົນໂທ ທອງລອຍ ສີລິວົງ ດໍາເນີນໃນສະພາບທີ່ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ, ລາວ-ຫວຽດນາມ ໄດ້ຮັບການເປີດກວ້າງ ແລະພັດທະນາໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ.
ການຮ່ວມມືດ້ານປ້ອງກັນຊາດໄດ້ກໍານົດວ່າ ແມ່ນເສົາຄໍ້າທີ່ສໍາຄັນຂອງການພົວພັນຫວຽດນາມ-ລາວ, ໃນນັ້ນວຽກງານພັກ, ວຽກງານການເມືອງແມ່ນໜຶ່ງໃນບັນດາຂົງເຂດສຳຄັນພິເສດໃນການຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ, ໄດ້ຮັບການຜັນຂະຫຍາຍຢ່າງຮອບດ້ານ, ມີລວງເລິກ, ແທດຈິງ ແລະມີປະສິດທິຜົນ, ປະກອບສ່ວນສ້າງກອງທັບ ໃຫ້ໝັ້ນຄົງເຂັ້ມແຂງດ້ານການເມືອງ, ແນວຄິດ, ອົງການຈັດຕັ້ງ ແລະຄຸນສົມບັດ.
    |
 |
ສະຫາຍ ພົນເອກ ເລືອງເກື່ອງ ແນະນໍາສະມາຊິກໃນຄະນະຜູ້ແທນຫວຽດນາມ ກັບສະຫາຍ ພົນໂທ ທອງລອຍ ສີລິວົງ. ພາບ: ຕ໊ວນຮຸຍ |
    |
 |
ສະຫາຍພົນໂທ ທອງລອຍ ສີລິວົງ ແນະນໍາສະມາຊິກໃນຄະນະຜູ້ແທນລາວ ກັບສະຫາຍພົນເອກ ເລືອງເກື່ອງ. ພາບ: ຕ໊ວນຮຸຍ |
    |
 |
ສະຫາຍພົນເອກ ເລືອງເກື່ອງ ແລະສະຫາຍພົນໂທ ທອງລອຍ ສີລິວົງ. ພາບ: ຕ໊ວນຮຸຍ |
    |
 |
ສອງຄະນະຜູ້ແທນຖ່າຍຮູບລວມ. ພາບ: ຕ໊ວນຮຸຍ |
ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງສະຫາຍພົນໂທ ທອງລອຍ ສີລິວົງ ເພື່ອສືບຕໍ່ການພົບປະຂັ້ນສູງ, ປະກອບສ່ວນເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ການພົວພັນສາມັກຄີສະໜິດຕິດພັນລະຫວ່າງສອງປະເທດເວົ້າລວມ, ກອງທັບສອງປະເທດເວົ້າສະເພາະ, ພ້ອມທັງແມ່ນກາລະໂອກາດ ເພື່ອໃຫ້ກອງທັບສອງປະເທດແລກປ່ຽນ, ເຫັນດີເປັນເອກະພາບຕໍ່ທິດທາງຮ່ວມມືໃນວຽກງານພັກ, ວຽກງານການເມືອງໃນໄລຍະຈະມາເຖິງກວ່າອີກ, ໂດຍສະເພາະແມ່ນໃນປີ 2024 ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 80 ປີ (22-12-1944/22-12-2024) ແລະວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20-1-1949 / 20-1-2024).
ໂດຍ: ໄຊນີດາ