ເມື່ອຍົນບັນທຸກຄະນະກອງທັບປະຊາຊົນລາວ ມາຮອດທ່າອາກາດສະຍານສາກົນຟູບ່າຍ, ການນຳກອງບັນຊາການທະຫານນະຄອນເຫວ້, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນເຫວ້, ກອງພົນ 968 (ທະຫານເຂດ 4) ພ້ອມດ້ວຍພະນັກງານ, ນັກຮົບເປັນຈຳນວນຫຼວງຫຼາຍໄດ້ໃຫ້ການຕ້ອນຮັບ. ການນຳກອງບັນຊາການທະຫານນະຄອນເຫວ້ ແລະບັນດາກົມກອງໄດ້ມອບດອກໄມ້ອວຍພອນ, ພ້ອມທັງສົ່ງຄຳຂອບໃຈຢ່າງຈິງໃຈມາຍັງພະນັກງານ, ນັກຮົບຄະນະກອງທັບປະຊາຊົນລາວ ໄດ້ແກ້ໄຂທຸກຄວາມຫຍຸ້ງຍາກ, ເຂົ້າຮ່ວມການຝຶກຊ້ອມ ແລະປະຕິບັດສຳເລັດໜ້າທີ່ເຂົ້າຮ່ວມການສວນສະໜາມ, ເດີນຂະບວນທີ່ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ.

leftcenterrightdel
ການນຳກອງບັນຊາການທະຫານນະຄອນເຫວ້ ແລະກົມກອງ ຕ້ອນຮັບ, ມອບດອກໄມ້ອວຍພອນຄະນະກອງທັບປະຊາຊົນລາວ. ພາບ: ເລເສ໊າ
leftcenterrightdel
 
leftcenterrightdel
ສົ່ງຄະນະກອງທັບປະຊາຊົນລາວ ກັບຄືນປະເທດ. ພາບ: ເລເສ໊າ

ການນຳກອງບັນຊາການທະຫານນະຄອນເຫວ້ ເນັ້ນໜັກວ່າ ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ໄດ້ຈັດຕັ້ງໃນຕອນເຊົ້າວັນທີ 30 ເມສາ ແມ່ນເຫດການການເມືອງສຳຄັນຂອງຫວຽດນາມ. ທີ່ພິທີ, ກອງນາຍ ແລະພົນທະຫານກອງທັບປະຊາຊົນລາວ ທີ່ເຂົ້າຮ່ວມການສວນສະໜາມ, ເດີນຂະບວນປະໄວ້ປະທັບໃຈຢ່າງແຮງ, ຜ່ານນັ້ນປະກອບສ່ວນສຳຄັນເຂົ້າໃນສໍາເລັດຜົນລວມຂອງພິທີສະເຫຼີມສະຫຼອງ.

ໂດຍ: ເຈິ່ນຮວ່ຽນ