leftcenterrightdel
ພົນຈັດຕະວາ ເຈິ່ນວັນເທີ ຜູ້ບັນຊາການຕໍາຫຼວດທະເລເຂດ 1 ມອບຊໍ່ດອກໄມ້ໃຫ້ຄະນະ ແລະພະນັກງານ, ນັກຮົບກໍາປັ່ນຕໍາຫຼວດທະເລ ເລກທີ 8004 ທີ່ພິທີ. ພາບ: ແອັງເຊີນ.

ຈຸດປະສົງຂອງການໄປຢ້ຽມຢາມ ແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບ, ຄວາມເຂົ້າໃຈ ແລະໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນລະຫວ່າງຕໍາຫຼວດທະເລຫວຽດນາມ ແລະກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ. ຜ່ານນັ້ນ, ປະກອບສ່ວນເພີ່ມທະວີການພົບປະແລກປ່ຽນ, ການຮ່ວມມື ແລະພັດທະນາລະຫວ່າງສອງກໍາລັງ.

leftcenterrightdel
ບັນຍາກາດພິທີສົ່ງກໍາປັ່ນຕໍາຫຼວດທະເລ ເລກທີ 8004 ເດີນທາງໄປປະຕິບັດງານຢູ່ຍີ່ປຸ່ນ. ພາບ: ແອັງເຊີນ.

ໃນການໄປປະຕິບັດງານ, ກໍາປັ່ນຕໍາຫຼວດທະເລ ເລກທີ 8004  ໂດຍທ່ານພັນເອກພິເສດ ເລແທັງຫາຍ ຮອງຜູ້ບັນຊາການຕໍາຫຼວດທະເລ ເຂດ 1 ເປັນຜູ້ບັນຊາ ຈະປະຕິບັດການເຄື່ອນໄຫວຕ່າງໆ ຄື: ເຂົ້າຢ້ຽມຂໍ່ານັບອໍານາດການປົກຄອງທ້ອງຖິ່ນຂອງຍີ່ປຸ່ນ ແລະການນໍາກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ; ພົບປະແລກປ່ຽນ, ແບ່ງປັນບົດຮຽນການເຄື່ອນໄຫວກັບເຂດ 5, ກໍາລັງປ້ອງກັນຝັ່ງທະເລຍີ່ປຸ່ນ; ສົມທົບກັນຝຶກແອບການກູ້ໄພ ແລະສະກັດກັ້ນ, ຕ້ານອັກຄີໄພ; ຢ້ຽມຊົມສະຖານທີ່ວັດທະນະທໍາຕ່າງໆຂອງຍີ່ປຸ່ນ; ຈັດຕັ້ງງານລ້ຽງຕ້ອນຮັບຂອງສອງກໍາລັງ...

leftcenterrightdel
ພົນຈັດຕະວາ ເຈິ່ນວັນເທີ ຜູ້ບັນຊາການຕໍາຫຼວດທະເລ ເຂດ 1 ກ່າວຄໍາເຫັນທີ່ພິທີ. ພາບ: ແອັງເຊີນ.

ກ່າວຄໍາເຫັນທີ່ພິທີ, ທ່ານພົນຈັດຕະວາ ເຈິ່ນວັນເທີ ຜູ້ບັນຊາການຕໍາຫຼວດທະເລ ເຂດ 1 ເນັ້ນໜັກວ່າ, ນີ້ແມ່ນໜ້າທີ່ການເມືອງສໍາຄັນທີ່ນອນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະຍີ່ປຸ່ນ (21-9-1973 / 21-9-2023); ສະເຫຼີມສະຫຼອງ 25 ປີແຫ່ງວັນມູນເຊື້ອຂອງກໍາລັງຕໍາຫຼວດທະເລຫວຽດນາມ ແລະສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງຕໍາຫຼວດທະເລ ເຂດ 1.

leftcenterrightdel
ກໍາປັ່ນຕໍາຫຼວດທະເລ ເລກທີ 8004 ອອກຈາກທ່າກໍາປັ່ນຫາຍຟ່ອງ ເພື່ອເດີນທາງໄປຢ້ຽມຢາມ ແລະພົບປະແລກປ່ຽນຢູ່ ຍີ່ປຸ່ນ. ພາບ: ແອັງເຊີນ.

ຄຽງຂ້າງນັ້ນ, ການໄປປະຕິບັດງານຍັງແນໃສ່ຍົກສູງລະດັບການຈັດຕັ້ງບັນຊາ, ຄວາມສາມາດນໍາໃຊ້, ເປັນເຈົ້າຂອງອາວຸດຍຸດໂທປະກອນໃນເງື່ອນໄຂທີ່ເຄື່ອນໄຫວດົນຢູ່ທະເລ; ຈາກນັ້ນສະສົມບົດຮຽນ, ປະສົບການໃນການຈັດຕັ້ງ, ເຂົ້າຮ່ວມການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດຂອງຕໍາຫຼວດທະເລຫວຽດນາມ. ຜົນສໍາເລັດຂອງການໄປປະຕິບັດງານຈະປະກອບສ່ວນຢັ້ງຢືນຄວາມເຕີບໃຫຍ່ເຂັ້ມແຂງ, ຖານະບົດບາດ ແລະທີ່ຕັ້ງຂອງກໍາລັງຕໍາຫຼວດທະເລຫວຽດນາມ ຢູ່ພາກພື້ນ ແລະໃນໂລກ.

ໂດຍ: ໄຊຊະນະ