leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມການພົບປະເຈລະຈາ Shangri-La ຄັ້ງທີ 20 ຢູ່ສິງກະໂປ. ພາບ: qdnd.vn

ທີ່ການພົບປະສອງຝ່າຍກັບທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Oka Masami, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມ, ສົມທົບກັນເຮັດໃຫ້ສຳເລັດການເຄື່ອນໄຫວຕ່າງໆໃນຂອບເຂດຮອບວຽນຂອງຫວຽດນາມ ແລະຍີ່ປຸ່ນ ເປັນປະທານຮ່ວມຂອງກຸ່ມນັກຊ່ຽວຊານຮັກສາສັນຕິພາບບັນດາປະເທດສະມາຊິກ ADMM+. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ກະຊວງປ້ອງກັນປະເທດຍີ່ປຸ່ນ ສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ, ໜູນຊ່ວຍກົມຮັກສາສັນຕິພາບຫວຽດນາມ ກ່ຽວກັບການຝຶກແອບ, ແບ່ງປັນບົດຮຽນຢູ່ພື້ນທີ່ຕົວຈິງ ແລະອຸປະກອນ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານພົນເອກ Robert Brieger ປະທານຄະນະກໍາມະການທະຫານສະຫະພາບເອີລົບ (ອີຢູ).  ພາບ: qdnd.vn

ທີ່ການພົບປະສອງຝ່າຍກັບທ່ານພົນເອກ Robert Brieger, ປະທານຄະນະກໍາມະການທະຫານສະຫະພາບເອີລົບ (ອີຢູ), ທ່ານ Robert Brieger ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ກະຊວງປ້ອງກັນປະເທດຫວຽດນາມທີ່ໄດ້ສົ່ງນາຍທະຫານ 2 ທ່ານໄປສິດສອນຢູ່ຄະນະປະຕິບັດງານຝຶກແອບຂອງ ອີຢູ ຢູ່ອາຟະລິກາກາງ; ຢັ້ງຢືນວ່າ ອີຢູ ຈະຮັກສາການສົ່ງນາຍທະຫານໄປເຮັດວຽກ, ໜູນຊ່ວຍກົມຮັກສາສັນຕິພາບຫວຽດນາມ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ ອີຢູ ສືບຕໍ່ຊຸກຍູ້ການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ ຢ່າງມີປະສິດທິຜົນ.

ທີ່ການຕ້ອນຮັບທ່ານ Peter Hammerschmidt, ຜູ້ຊ່ວຍວຽກຮອງລັດຖະມົນຕີກະຊວງປ້ອງກັນປະເທດການາດາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເພື່ອແລກປ່ຽນບົດຮຽນ; ຈັດຕັ້ງການປຶກສາຫາລືດ້ານປ້ອງກັນຊາດສອງຝ່າຍຢ່າງມີປະສິດທິຜົນ ເພື່ອກ້າວໄປເຖິງການເຈລະຈານະໂຍບາຍດ້ານປ້ອງກັນຊາດຂັ້ນຮອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດໃນປີ 2023 ແລະລົງນາມໃນເອກະສານ, ແຜນການຮ່ວມມືທີ່ສຳຄັນ; ຜັນຂະຫຍາຍການຮ່ວມມືດ້ານການຮັກສາສັນຕິພາບຢູ່ສະຫະປະຊາຊາດ (ສປຊ) ແລະບັນດາຂົງເຂດຮ່ວມມືທີ່ມີທ່າແຮງ, ຄື: ການບຳລຸງກໍ່ສ້າງ, ການແພດທະຫານ...

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຕ້ອນຮັບທ່ານນາງ Christine Cipolla ຜູ້ອຳນວຍການຮັບຜິດຊອບພາກພື້ນອາຊີ-ປາຊີຟິກ ຂອງຄະນະກໍາມະການກາແດງສາກົນ. ພາບ: qdnd.vn

ທີ່ການຕ້ອນຮັບທ່ານນາງ Christine Cipolla, ຜູ້ອຳນວຍການຮັບຜິດຊອບພາກພື້ນອາຊີ-ປາຊີຟິກ ຂອງຄະນະກໍາມະການກາແດງສາກົນ (ICRC), ທ່ານນາງ Christine Cipolla ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການສະໜັບສະໜູນ, ສ້າງເງື່ອນໄຂສະດວກຂອງກະຊວງປ້ອງກັນປະເທດຫວຽດນາມ ໃນການສົມທົບບັນດາການເຄື່ອນໄຫວຝຶກອົບຮົມ, ເຜີຍແຜ່ຄວາມຮູ້ທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍມະນຸດສະທໍາສາກົນ. ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ຢັ້ງຢືນເຖິງການສະໜັບສະໜູນການຮ່ວມມືກັບ ICRC ກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມຢູ່ຫວຽດນາມ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານ James Crabtree ຜູ້ອໍານວຍການບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ພາກພື້ນອາຊີ. ພາບ: qdnd.vn

ທີ່ການພົບປະກັບທ່ານ James Crabtree, ຜູ້ອໍານວຍການບໍລິຫານສະຖາບັນຄົ້ນຄວ້າຍຸດທະສາດສາກົນ (IISS) ພາກພື້ນອາຊີ, ທ່ານ James Crabtree ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະຄະນະທີ່ໄດ້ມາເຂົ້າຮ່ວມການພົບປະເຈລະຈາ Shangri-La ຄັ້ງທີ 20. ທ່ານພົນໂທ ຮວ່າງຊວນຈ໊ຽນ ແບ່ງປັນວ່າ ກະຊວງປ້ອງກັນປະເທດຫວຽດນາມ ຕີລາຄາສູງ ແລະຈະສືບຕໍ່ເຂົ້າຮ່ວມການພົບປະເຈລະຈາ Shangri-La ຕໍ່ໄປ ກໍ່ຄືເຂົ້າຮ່ວມກອງປະຊຸມຕ່າງໆໃນຂອບເຂດການພົບປະເຈລະຈາ.

ໂດຍ: ເຈິ່ນຮວ່ຽນ