ຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ນຳໜ້າໄດ້ເຂົ້າຮ່ວມພິທີໄຂ ແລະບັນດາການເຄື່ອນໄຫວໃນຂອບເຂດການພົບປະເຈລະຈາ Shangri-La ຄັ້ງທີ 20.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ເຂົ້າຮ່ວມການພົບປະເຈລະຈາ Shangri-La ຄັ້ງທີ 20. ພາບ: ສໍານັກຂ່າວສານຫວຽດນາມ

ດໍາເນີນໃນລະຫວ່າງວັນທີ 2-4 ມິຖຸນາ, ການພົບປະເຈລະຈາ Shangri-La ຄັ້ງທີ 20 ມີ 7 ວາລະຄົບຄະນະ ແລະ 6 ວາລະພິເສດ. ຫວຽດນາມ ເຂົ້າຮ່ວມການພົບປະເຈລະຈາ Shangri-La ເພື່ອສືບຕໍ່ຢືນຢັນບົດບາດທີ່ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບສູງຂອງຫວຽດນາມ ຕໍ່ບັນດາບັນຫາສາກົນ ແລະພາກພື້ນ, ສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ທີ່ປາດຖະໜາຢາກຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື ແລະແບ່ງປັນປະສົບການກັບບັນດາຄູ່ຮ່ວມມືໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງລວມ.

ໃນຂອບເຂດ SLD 20, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະກັບທ່ານພົນໂທ Li Shangfu ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ. ທີ່ການພົບປະ, ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ Li Shangfu ຢືນຢັນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາໄດ້ຮັບຄວາມເອົາໃຈໃສ່ຊຸກຍູ້ຈາກການນໍາທຸກຂັ້ນ, ໃຫ້ນັບມື້ນັບມີເນື້ອແທ້, ແລະແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນໃນການພົວພັນຖານບ້ານໃກ້ຄຽງມິດຕະພາບ ແລະຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ - ຈີນ; ສອງຝ່າຍພ້ອມແລ້ວທີ່ຈະສົມທົບກັນຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດໃນປີ 2023 ໃນໄລຍະເວລາທີ່ເໝາະສົມ.

ທ່ານພົນໂທ ຮວ່າງຊວນຈ໊ຽນ ສະເໜີໃຫ້ ສອງຝ່າຍເປັນເຈົ້າການສົມທົບກັນ ຜັນຂະຫຍາຍການຮ່ວມມືໃນບັນດາຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນ, ຄຸ້ມຄອງປົກປັກຮັກສາເຂດຊາຍແດນ, ເຂດທະເລ, ຈັດຕັ້ງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ - ຈີນ ຄັ້ງທີ 8, ການເຈລະຈາຍຸດທະສາດປ້ອງກັນຊາດ ແລະບັນດາການເຄື່ອນໄຫວຮ່ວມມືອື່ນໆ ໂດຍໄວ ...

ໂດຍ: ທະນາພອນ