ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ກັບບັນດາປະເທດ
ກປ.ອອນໄລ - ຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍທ່ານພົນໂທ ຮວ່າງຊວນຈ໊ຽນ, ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເດີນທາງໄປຮອດສິງກະໂປ ເພື່ອເຂົ້າຮ່ວມກອງປະຊຸມ Shangri-La ຄັ້ງທີ 20. ຕອນບ່າຍວັນທີ 2 ມິຖຸນາ, ກ່ອນທີ່ດໍາເນີນກອງປະຊຸມ, ທ່ານພົນໂທ ຮວ່າງຊວນຈ໊ຽນ ໄດ້ມີການພົບປະກັບການນຳກະຊວງປ້ອງກັນປະເທດ ແລະຫົວໜ້າຄະນະຜູ້ແທນບັນດາປະເທດ ທີ່ເຂົ້າຮ່ວມກອງປະຊຸມ.
ທີ່ການພົບປະກັບທ່ານ Richard Donald Marles, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ, ການນຳຂອງສອງກະຊວງປ້ອງກັນປະເທດ ໄດ້ແບ່ງປັນບັນດາໝາກຜົນທີ່ບັນລຸໄດ້ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ເຊິ່ງໄດ້ມີບາດກ້າວພັດທະນາໃໝ່ໃນບັນດາຂົງເຂດ, ຄື: ການແລກປ່ຽນຄະນະຜູ້ແທນ, ການບໍາລຸງສ້າງ, ຄວາມໝັ້ນຄົງທາງທະເລ..., ໂດຍສະເພາະແມ່ນການຮ່ວມມືໃນຂົງເຂດຮັກສາສັນຕິພາບ ສປຊ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດອົດສະຕາລີ ໄດ້ແບ່ງປັນຄວາມປະທັບໃຈທີ່ດີງາມໃນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນເດືອນພະຈິກ 2022.
    |
 |
ທ່ານພົນໂທ ຮວ່າງຊວນຈ໊ຽນ ພົບປະກັບການນຳກະຊວງປ້ອງກັນປະເທດ ແລະຫົວໜ້າຄະນະຜູ້ແທນບັນດາປະເທດທີ່ເຂົ້າຮ່ວມກອງປະຊຸມ Shangri-La ຄັ້ງທີ 20. ພາບ: qdnd.vn |
ນະທີ່ນີ້, ການນຳກະຊວງປ້ອງກັນປະເທດສອງປະເທດ ໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະສືບຕໍ່ຜັນຂະຫຍາຍການພົວພັນຮ່ວມມືໃນບັນດາຂົງເຂດ ທີ່ສອງຝ່າຍໄດ້ລົງນາມຢ່າງມີປະສິດທິຜົນ; ໃນຕໍ່ໜ້າແມ່ນຊຸກຍູ້ການລົງນາມໃນສັນຍາຄູ່ຮ່ວມມືຮັກສາສັນຕິພາບ ແລະອັບເດດຖະແຫຼງການວິໄສທັດຮ່ວມກ່ຽວກັບການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ. ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມຂອບອົກຂອບໃຈຝ່າຍອົດສະຕາລີ ທີ່ໄດ້ໃຫ້ການສະໜັບສະໜູນໃນການຂົນສົ່ງໂຮງໝໍກາງສະໜາມຂັ້ນ 2 ຂອງຫວຽດນາມ ໄປປະຕິບັດໜ້າທີ່ຢູ່ຄະນະປະຕິບັດງານຂອງສະຫະປະຊາຊາດ.
ທີ່ການພົບປະກັບການນຳກະຊວງປ້ອງກັນປະເທດສິງກະໂປ, ທ່ານພົນໂທ ຮ່ວາງຊວນຈ໊ຽນ ໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ກັບບັນດາປະເທດໃຫ້ເຂົ້າສູ່ແທດຈິງ ແລະມີປະສິດທິຜົນກວ່າເກົ່າ, ຄື: ຮັກສາບັນດາກົນໄກປຶກສາຫາລື-ເຈລະຈາ, ແບ່ງປັນບົດຮຽນ; ຮ່ວມມືກູ້ໄພ, ກູ້ຊີບ, ຊຸກຍູ້ການລົງນາມໃນເອກະສານຮ່ວມມື; ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາກົນໄກ ແລະເວທີປາໄສຄວາມໝັ້ນຄົງພາກພື້ນ ແລະສາກົນ.
ໂດຍ: ທູຈາງ