leftcenterrightdel
ສະຫາຍພົນໂທ ຫວູຫາຍສານ ແລະສະຫາຍພົນຕີ ຄໍາເພັດ ສີຊານົນ. ພາບ: qdnd.vn

ທີ່ການຕ້ອນຮັບ,       ສະຫາຍພົນໂທ ຫວູຫາຍສານ ເນັ້ນໜັກວ່າ: ຍາມໃດການນຳຂັ້ນສູງຂອງສອງປະເທດ, ສອງກະຊວງປ້ອງກັນປະເທດ ແລະປະຊາຊົນສອງປະເທດ, ກໍ່ຖືເປັນສໍາຄັນຮັກສາ, ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ; ພ້ອມທັງຕີລາຄາການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃນໄລຍະຜ່ານມາແມ່ນສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ຜັນຂະຫຍາຍຈາກສອງຝ່າຍຕາມທິດແທດຈິງ ແລະມີປະສິດທິຜົນໃນທຸກຂົງເຂດ.

leftcenterrightdel
ສະຫາຍພົນໂທ ຫວູຫາຍສານ ຕ້ອນຮັບສະຫາຍພົນຕີ ຄໍາເພັດ ສີຊານົນ. ພາບ: qdnd.vn

ສ່ວນສະຫາຍພົນຕີ ຄໍາເພັດ ສີຊານົນ ໄດ້ແຈ້ງໃຫ້ສະຫາຍພົນໂທ ຫວູຫາຍສານ ຮັບຊາບກ່ຽວກັບໝາກຜົນການພົບປະເຈລະຈາກ່ອນໜ້ານັ້ນໃນວັນດຽວກັນກັບສະຫາຍພົນຕີ ເຈິ່ນຢຸຍຢາງ ຫົວໜ້າກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ. ຕາມນັ້ນແລ້ວ, ສອງຝ່າຍໄດ້ແລກປ່ຽນ ແລະຕີລາຄາບັນດາເນື້ອໃນການຮ່ວມມືໃນໄລຍະຜ່ານມາ; ພ້ອມທັງເປັນເອກະພາບຕໍ່ທິດທາງຮ່ວມມືໃນໄລຍະຈະມາເຖິງ.

leftcenterrightdel
ສະຫາຍພົນໂທ ຫວູຫາຍສານ, ສະຫາຍພົນຕີ ຄໍາເພັດ ສີຊານົນ ແລະບັນດາຜູ້ແທນທີ່ການຕ້ອນຮັບ. ພາບ: qdnd.vn

ສະຫາຍພົນໂທ ຫວູຫາຍສານ ໄດ້ຮັບຮູ້ ແລະຕີລາຄາສູງໝາກຜົນການຮ່ວມມືລະຫວ່າງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ແລະກົມໃຫຍ່ພະລາທິການກອງທັບປະຊາຊົນລາວ ໃນໄລຍະຜ່ານມາ, ພິເສດແມ່ນໃນຂົງເຂດ, ຄື: ແລກປ່ຽນບົດຮຽນປະສົບການດ້ານວິຊາຊີບ, ບຳລຸງສ້າງ, ຝຶກອົບຮົມ, ແລກປ່ຽນຄະນະຜູ້ແທນ... ພິເສດແມ່ນ, ທີ່ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 1 (ເດືອນ ທັນວາ 2021), ກໍາລັງແພດທະຫານສອງຝ່າຍສົມທົບກັນຈັດຕັ້ງການກວດ, ປິ່ນປົວພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ, ສ້າງກຳລັງແຜ່ຂະຫຍາຍ ແລະເພີ່ມທະວີຄວາມສະໜິດຕິດພັນການພົວພັນມິດຕະພາບລະຫວ່າງສອງປະເທດ ແລະສອງກອງທັບ. ສະຫາຍພົນໂທ ຫວູຫາຍສານ ສະແດງຄວາມສະໜັບສະໜູນຕໍ່ທິດທາງຮ່ວມມືລະຫວ່າງພະລາທິການ ກອງທັບປະຊາຊົນຫວຽດນາມ ແລະພະລາທິການກອງທັບປະຊາຊົນລາວ ໃນໄລຍະຈະມາເຖິງ; ພ້ອມທັງສະເໜີໃຫ້ສອງຝ່າຍຄົ້ນຄວ້າສືບຕໍ່ຈັດຕັ້ງການເຄື່ອນໄຫວກວດ ແລະປິ່ນປົວພະຍາດ, ມອບຂອງຂວັນໃຫ້ປະຊາຊົນຢູ່ເຂດຊາຍແດນ, ເພີ່ມທະວີການແລກປ່ຽນບົດຮຽນປະສົບການ, ຍົກສູງກໍາລັງຄວາມສາມາດດ້ານວິຊາຊີບ...

ໂດຍ: ທະນາພອນ