ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນກຳລັງຮັກສາສັນຕິພາບສະຫະປະຊາຊາດສາກົນ
ກປ.ອອນໄລ - ວັນທີ 27 ພຶດສະພາ, ຢູ່ຄະນະປະຕິບັດງານກຳລັງປ້ອງກັນຄວາມສະຫງົບຊົ່ວຄາວສະຫະປະຊາຊາດ ຢູ່ Abyei (UNISFA) ໄດ້ດໍາເນີນພິທີສະເຫຼີມສະຫຼອງ 75 ປີແຫ່ງວັນກຳລັງຮັກສາສັນຕິພາບ ສປຊ ສາກົນ (29-5-1948 / 29-5-2023), ພາຍໃຕ້ການເປັນປະທານຂອງທ່ານພົນຈັດຕະວາ Benjamin Olufemi Sawyerr, ຜູ້ຮັກສາການຫົວໜ້າຄະນະປະຕິບັດງານ, ຜູ້ບັນຊາການທະຫານ.
ເຂົ້າຮ່ວມຍັງມີການນຳ, ຜູ້ບັນຊາການບັນດາອົງການ, ກົມກອງ ແລະພະນັກງານ, ພາລະກອນ ຂຶ້ນກັບຄະນະປະຕິບັດງານ UNISFA. ຄະນະບັນຊາການກອງຊ່າງແສງຫວຽດນາມ ແລະຜູ້ບັນຊາການບັນດາໝວດ ເຂົ້າຮ່ວມພິທີ.
    |
 |
ທ່ານພົນຈັດຕະວາ Benjamin Olufemi Sawyerr ກວດແຖວກຽດຕິຍົດ. ພາບ: ກອງຊ່າງແສງຫວຽດນາມ |
ຈຸດພົ້ນເດັ່ນຂອງພິທີແມ່ນການກວດກອງກຽດຕິຍົດດ້ວຍການເຂົ້າຮ່ວມຂອງ 8 ກຸ່ມທີ່ມາຈາກບັນດາກົມກອງ, ລວມມີ: ກອງຊ່າງແສງຫວຽດນາມ, ກອງພັນທະຫານບົກອິນເດຍ, ກອງພັນທະຫານບົກການາ, ກອງພັນທະຫານບົກປາກິດສະຖານ, ກອງພັນທະຫານບົກບັງກະລາເທດ, ກົມກອງນີເຊເຣຍ, ກົມກອງເນປານ ແລະກົມກອງຍົນເຮລີກອບແຕຈີນ.
    |
 |
ວາງພວງມາລາອາໄລຫາພະນັກງານ, ພາລະກອນຮັກສາສັນຕິພາບ ສປຊ ທີ່ໄດ້ເສຍສະຫຼະຊີວິດ ໃນຂະນະປະຕິບັດໜ້າທີ່. ພາບ: ກອງຊ່າງແສງຫວຽດນາມ |
ທີ່ພິທີ, ບັນດາຜູ້ບັນຊາການ ແລະການນໍາຄະນະປະຕິບັດງານ ໄດ້ໄປວາງພວງມາລາອາໄລຫາພະນັກງານ, ພາລະກອນຮັກສາສັນຕິພາບ ສປຊ ທີ່ໄດ້ເສຍສະຫຼະຊີວິດ ໃນຂະນະປະຕິບັດໜ້າທີ່. ພິທີສະເຫຼີມສະຫຼອງດໍາເນີນໃນບັນຍາກາດເຄັ່ງຂຶມ, ສະແດງໃຫ້ເຫັນຄວາມຮັບຜິດຊອບ, ນໍ້າໃຈສາມັກຄີໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະກັນ ແລະຕັດສິນໃຈສໍາເລັດພາລະໜ້າທີ່ຮັກສາສັນຕິພາບ ສປຊ ຂອງກໍາລັງໝວກເບເລສີຟ້າ ຂຶ້ນກັບຄະນະປະຕິບັດງານ UNISFA.
    |
 |
ກຸ່ມເດີນສວນສະໜາມຂອງກອງຊ່າງແສງຫວຽດນາມ. ພາບ: ກອງຊ່າງແສງຫວຽດນາມ |
ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ Benjamin Olufemi Sawyerr ເນັ້ນໜັກວ່າ: ຂ້າພະເຈົ້າ ນັບຖືຢ່າງສູງຕໍ່ຄວາມກ້າຫານ, ການກະທຳ ແລະຄຳໝັ້ນສັນຍາຂອງພວກເພື່ອນທີ່ມີຕໍ່ພາລະກຳຮັກສາສັນຕິພາບ ສປຊ. ເນື່ອງໃນໂອກາດນີ້, ທ່ານພົນຈັດຕະວາ Benjamin Olufemi Sawyerr ໄດ້ສົ່ງສານຂອງທ່ານເລຂາທິການໃຫຍ່ ສປຊ, ນັ້ນແມ່ນ: “ກຳລັງຮັກສາສັນຕິພາບ ແມ່ນ “ຫົວໃຈ” ດ້ວຍຄຳໝັ້ນສັນຍາເພື່ອໂລກສັນຕິພາບກວ່າ. ໃນໄລຍະ 75 ປີຜ່ານມາ, ເຂົາເຈົ້າ ໄດ້ໜູນຊ່ວຍທຸກຄົນ ແລະປະຊາຄົມຖືກຜົນສະທ້ອນຈາກການປະທະກັນ, ຂາດສະຖຽນລະພາບໃນທົ່ວໂລກ”.
    |
 |
ຜູ້ຕາງໜ້າກອງຊ່າງແສງຫວຽດນາມ ຖ່າຍຮູບລວມກັບຜູ້ບັນຊາການ ແລະການນໍາຄະນະປະຕິບັດງານ UNISFA. ພາບ: ກອງຊ່າງແສງ ເລກ 1 |
ໃນຂອບເຂດຂອງພິທີໄດ້ດໍາເນີນການເຄື່ອນໄຫວຕ່າງໆ, ຄື: ການແຂ່ງຂັນ golf ຢູ່ Todach, ການແຂ່ງຂັນບານບ້ວງ ແລະງານບຸນວັດທະນະທຳ-ອາຫານການກິນ ໂດຍມາການເຂົ້າຮ່ວມຢ່າງສຸດອົກສຸດໃຈ ແລະການຕອບສະໜອງຢ່າງຕັ້ງໜ້າຈາກບັນດາກົມກອງ.
    |
 |
ຮ້ານວາງສະແດງອາຫານການກິນຂອງຫວຽດນາມ ຍາມໃດກໍ່ດຶງດູດແຂກມາຮັບປະທານອາຫານເປັນຈຳນວນຫຼວງຫຼາຍ. ພາບ: ກອງຊ່າງແສງຫວຽດນາມ |
ທີ່ງານບຸນພົບປະແລກປ່ຽນວັດທະນະທຳ-ອາຫານການກິນ, ແຕ່ລະກົມກອງໄດ້ແນະນຳຮ້ານວາງສະແດງດ້ວຍຜະລິດຕະພັນພື້ນເມືອງຂອງແຕ່ລະປະເທດ. ຮ້ານວາງສະແດງອາຫານການກິນຂອງກອງຊ່າງແສງຫວຽດນາມ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ແຂກ ແລະເພື່ອນມິດ.
ໂດຍ: ເຈິ່ນຮວ່ຽນ