ທີ່ປຶກສາທູດປ້ອງກັນຊາດບັນດາປະເທດ ປະຈໍາ ຫວຽດນາມ ຢ້ຽມຢາມ, ເຮັດວຽກຢູ່ກອງບັນຊາການທະຫານແຂວງເທື່ອທຽນເຫວ້
ກປ.ອອນໄລ - ວັນທີ 23 ພຶດສະພາ, ຄະນະທີ່ປຶກສາທູດປ້ອງກັນຊາດຂອງບັນດາປະເທດ ປະຈໍາ ຫວຽດນາມ ໂດຍທ່ານພັນເອກ Eugene V.J.Dudley, ທີ່ປຶກສາທູດປ້ອງກັນຊາດ ສາທາລະນະລັດ ອາຟະລິກາໃຕ້ ປະຈໍາ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ໄປຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານແຂວງເທື່ອທຽນເຫວ້.
    |
 |
ການນໍາແຂວງເທື່ອທຽນເຫວ້ ແລະກອງບັນຊາການທະຫານແຂວງເທື່ອທຽນເຫວ້ ຕ້ອນຮັບຄະນະທີ່ປຶກສາທູດປ້ອງກັນຊາດຂອງບັນດາປະເທດ ປະຈໍາ ຫວຽດນາມ. ພາບ: ເຈິ່ນຕີ່ງ. |
ທີ່ການຕ້ອນຮັບ ແລະເຮັດວຽກ, ການນຳກອງບັນຊາການທະຫານແຂວງເທື່ອທຽນເຫວ້ ໃຫ້ຮູ້ວ່າ ກຳລັງປະກອບອາວຸດຂອງແຂວງເທື່ອທຽນເຫວ້ ຍາມໃດກໍ່ສູ້ຊົນບຸກບືນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ອົງອາດກ້າຫານ, ເສຍສະຫຼະຊີວິດເພື່ອຊາດຢ່າງພິລະອາດຫານເພື່ອສ້າງເປັນມູນເຊື້ອອັນສະຫງ່າງາມ "ຈົ່ງຮັກພັກດີ, ສາມັກຄີ, ອົງອາດກ້າຫານ, ປະດິດສ້າງ, ໄຊຊະນະ".
ໃນຊຸມປີຜ່ານມາ, ກຳລັງປະກອບອາວຸດແຂວງເທື່ອທຽນເຫວ້ ໄດ້ປະຕິບັດທັງໜ້າທີ່ການຝຶກແອບ, ກຽມພ້ອມສູ້ຮົບ, ທັງເຂົ້າຮ່ວມການຍູ້ແຮງການພັດທະນາເສດຖະກິດ-ສັງຄົມ; ສະແດງໃຫ້ເຫັນບົດບາດຫຼັກແຫຼ່ງແກ່ນສານໃນວຽກງານປ້ອງກັນ, ຕ້ານ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ໂລກລະບາດ, ປະຕິບັດໜ້າທີ່ການທະຫານ, ປ້ອງກັນຊາດຢ່າງມີໄຊ; ກໍ່ສ້າງພື້ນຖານທົ່ວປວງຊົນປ້ອງກັນຊາດ, ທ່າຮົບທົ່ວປວງຊົນປ້ອງກັນຄວາມສະຫງົບ, ເຂດປ້ອງກັນໃຫ້ນັບມື້ນັບໜັກແໜ້ນຂຶ້ນຕື່ມ...
    |
 |
ບັນຍາກາດທີ່ການເຮັດວຽກ. ພາບ: ເຈິ່ນຕີ່ງ. |
ຂອບໃຈຕໍ່ການຕ້ອນຮັບຢ່າງສົມກຽດຂອງກອງບັນຊາການທະຫານແຂວງເທື່ອທຽນເຫວ້, ທ່ານພັນເອກ Eugene V.J.Dudley ສະແດງຄວາມປິຕິຊົມຊື່ນ ແລະຕີລາຄາສູງຕໍ່ການປະຕິບັດໜ້າທີ່ດ້ານການທະຫານ, ການປ້ອງກັນຊາດຂອງແຂວງເທື່ອທຽນເຫວ້ ໃນໄລຍະຜ່ານມາ. ພ້ອມທັງຢັ້ງຢືນວ່າ ການຢ້ຽມຢາມ ແລະເຮັດວຽກຄັ້ງນີ້ແມ່ນໂອກາດດີທີ່ສຸດເພື່ອໃຫ້ບັນດາສະມາຊິກໃນຄະນະໄດ້ແລກປ່ຽນບົດຮຽນໃນການປະຕິບັດໜ້າທີ່ວຽກງານການພົວພັນຕ່າງປະເທດດ້ານການທະຫານ; ຜ່ານສິ່ງດັ່ງກ່າວນັ້ນໄດ້ປະກອບສ່ວນເພີ່ມທະວີສາຍພົວພັນມິດຕະພາບ, ຄວາມໄວ້ເນື້ອເຊື່ອໃຈ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງທີ່ປຶກສາທູດປ້ອງກັນຊາດຂອງບັນດາປະເທດ ແລະກອງບັນຊາການທະຫານແຂວງເທື່ອທຽນເຫວ້.
ໂດຍ: ເຈິ່ນຮວ່ຽນ