ກອງບັນຊາການທະຫານແຂວງ ເຊິນລາ:
ຝຶກອົບຮົມວຽກງານພະລາທິການໃຫ້ພະນັກງານກອງທັບປະຊາຊົນລາວ
ກປ.ອອນໄລ - ວັນທີ 16 ພຶດສະພາ, ກອງບັນຊາການທະຫານແຂວງເຊິນລາ ໄຂຊຸດຝຶກອົບຮົມກ່ຽວກັບວຽກງານພະລາທິການ ແລະເພີ່ມພູນຜະລິດຜົນໃຫ້ພະນັກງານກອງທັບ 9 ແຂວງພາກເໜືອລາວ.
    |
 |
ພັນເອກພິເສດ ເຈິ່ນມິງຮຸ່ງ, ຮອງຫົວໜ້າກອງບັນຊາການທະຫານແຂວງເຊິນລາ, ເຂົ້າຮ່ວມ ແລະເປັນປະທານພິທີໄຂ. ພາບ: qdnd.vn |
    |
 |
ຜູ້ແທນ ແລະສໍາມະນາກອນທີ່ພິທີໄຂຊຸດຝຶກອົບຮົມ. ພາບ: qdnd.vn |
ໃນ 5 ວັນ (ແຕ່ວັນທີ 16 ຫາວັນທີ 20 ພຶດສະພາ), 18 ສະຫາຍ ເຊິ່ງແມ່ນພະນັກງານຂະແໜງສຳພາລະທະຫານ, ຜະລິດ ແລະຜູ້ບັນຊາການພະລາທິການສັງກັດກອງບັນຊາການທະຫານ 9 ແຂວງພາກເໜືອລາວ ໄດ້ຝຶກອົບຮົມ, ແລກປ່ຽນບົດຮຽນກ່ຽວກັບຂົງເຂດເພີ່ມພູນຜະລິດຜົນໃນບັນດາກົມກອງກອງທັບ; ແລກປ່ຽນບົດຮຽນພັດທະນາບັນດາຮູບແບບເສດຖະກິດກະສິກໍາສົມທົບກັບການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແກ້ໄຂບັນດາບັນຫາສັງຄົມ. ນອກຈາກນັ້ນ, ໃນໄລຍະຝຶກອົບຮົມ, ບັນດາສະຫາຍສໍາມະນາກອນຍັງໄດ້ໄປທັດສະນະສຶກສາຕົວຈິງບັນດາຮູບແບບເພີ່ມພູນຜະລິດຜົນ, ລ້ຽງສັດຢູ່ບາງກົມກອງສັງກັດທະຫານເຂດ 2 ແລະບັນດາທ້ອງຖິ່ນໃນແຂວງເຊິນລາ.
ຊຸດຝຶກອົບຮົມນີ້ແມ່ນໂອກາດເພື່ອໃຫ້ກອງທັບປະຊາຊົນຫວຽດນາມ ແນະນໍາ ແລະແລກປ່ຽນບາງເນື້ອໃນ, ບົດຮຽນກ່ຽວກັບວຽກງານຮັບປະກັນການກິນດື່ມ, ນຸ່ງຖື, ການເພີ່ມພູນຜະລິດຜົນ, ຊ່ວຍໃຫ້ການຄົ້ນຄວ້າເພື່ອຈັດຕັ້ງການປະຕິບັດ ແລະໜູນໃຊ້ເຂົ້າໃນສະພາບຕົວຈິງຢູ່ກົມກອງ, ປະກອບສ່ວນຍົກສູງສຸຂະພາບທະຫານ ແລະກຳລັງແຮງສູ້ຮົບຂອງກອງທັບປະຊາຊົນລາວ.
ໂດຍ: ໄຊນີດາ