leftcenterrightdel
ຜູ້ຕາງໜ້າສອງກົມກອງ ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: ຮ່າແຄ໊ງ

ທີ່ກອງປະຊຸມ, ສອງຝ່າຍໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການ, ໝາກຜົນວຽກງານສົມທົບກັນໃນການຝຶກອົບຮົມພະນັກງານ, ວຽກງານພົວພັນຕ່າງປະເທດ, ຂົນຂວາຍປະຊາຊົນຂອງສອງກົມກອງ. ສອງຝ່າຍກໍ່ເຫັນດີເປັນເອກະພາບຕໍ່ເນື້ອໃນການຮ່ວມມືບົນພື້ນຖານຊາບຊຶມທັດສະນະ, ແນວທາງພົວພັນຕ່າງປະເທດຂອງສອງພັກ, ລັດ, ກອງທັບ ແລະປະຊາຊົນສອງປະເທດຢ່າງເລິກເຊິ່ງ; ຍົກສູງປະສິດທິຜົນ, ຄຸນນະພາບການຮ່ວມມືຮອບດ້ານໃນທຸກຂົງເຂດ; ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ສະພາບການທີ່ກ່ຽວຂ້ອງໃນບໍລິເວນທີ່ຮັບຜິດຊອບ, ສົມທົບກັນຢ່າງແໜ້ນແຟ້ນ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນຢ່າງທັນການ; ສຶກສາອົບຮົມໃຫ້ພະນັກງານ, ນັກຮົບສອງກົມກອງເປັນປະຈຳ ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຍົກສູງນ້ຳໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ເຮັດໃຫ້ກົນອຸບາຍ, ເລ່ລ່ຽມ “ຜັນແປໂດຍສັນຕິ” ຂອງອິດທິກໍາລັງທີ່ເປັນປໍລະປັກຖືກປະລາໄຊ, ປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມໃຫ້ໝັ້ນແກ່ນ, ປະກອບສ່ວນເຂົ້າໃນການສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ ແລະການພັດທະນາຢ່າງຮອບດ້ານ.

ໂດຍ: ເຈິ່ນຮວ່ຽນ