ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນວັດທະນະທໍາຊົນເຜົ່າ ໃຫ້ແກ່ກອງທັບປະຊາຊົນລາວ
ກປ.ອອນໄລ - ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ພຶດສະພາ, ສະຫາຍພົນໂທ ຫງວຽນເຕິນເກືອງ, ກໍາມະການສູນກາງພັກ, ຄະນະປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມພິທີເປີດການນໍາໃຊ້ ແລະມອບ-ຮັບໂຄງການກໍ່ສ້າງໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ.
    |
 |
ຄະນະອຳນວຍການໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ ຕ້ອນຮັບສະຫາຍພົນໂທ ຫງວຽນເຕິນເກືອງ. ພາບ: qdnd.vn |
    |
 |
ສະຫາຍພົນໂທ ຫງວຽນເຕິນເກືອງ ກ່າວຄຳເຫັນທີ່ພິທີ. ພາບ: qdnd.vn |
ກ່າວຄຳເຫັນທີ່ພິທີ, ສະຫາຍພົນໂທ ຫງວຽນເຕິນເກືອງ ເນັ້ນໜັກວ່າ ໂຄງການກໍ່ສ້າງໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ ໄດ້ຮັບການອອກແບບ, ກໍ່ສ້າງເຮືອນໃໝ່ດ້ວຍ 13 ຫຼັງ, ເນື້ອທີ່ກໍ່ສ້າງ 6.822 ຕາແມັດ. ນີ້ແມ່ນໜຶ່ງໃນຫຼາຍໂຄງການຂອງກະຊວງປ້ອງກັນປະເທດຫວຽດນາມ ມອບໃຫ້ກະຊວງປ້ອງກັນປະເທດລາວ; ພ້ອມທັງເປັນສັນຍາລັກຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງສອງກອງທັບຫວຽດນາມ-ລາວ, ດ້ວຍຄວາມປາດຖະໜາວ່າ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບປະຊາຊົນລາວ ຍົກສູງຄຸນນະພາບການສຶກສາ, ກໍ່ສ້າງຊັບພະຍາກອນມະນຸດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການສ້າງສາ ແລະປົກປັກຮັກສາປະເທດຊາດໃນສະພາບການໃໝ່.
    |
 |
ການນໍາກະຊວງປ້ອງກັນປະເທດຫວຽດນາມ ມອບຂອງຂວັນທີ່ລະນຶກໃຫ້ໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ. ພາບ: qdnd.vn |
    |
 |
ການນໍາກະຊວງປ້ອງກັນປະເທດສອງປະເທດ ແລະບັນດາຜູ້ແທນຕັດແຖບຜ້າເປີດການນໍາໃຊ້ໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ. ພາບ: qdnd.vn |
ສະຫາຍພົນໂທ ຫງວຽນເຕິນເກືອງ ຢັ້ງຢືນວ່າ ກະຊວງປ້ອງກັນປະເທດ, ກົມໃຫຍ່ເສນາທິການກອງທັບປະຊາຊົນສອງປະເທດ ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ໂຮງຮຽນ ແລະຄູອາຈານ, ນັກຮຽນມີຄວາມອຸ່ນອ່ຽນໃຈຮໍ່າຮຽນ, ປະຕິບັດງານ; ອວຍພອນໃຫ້ໂຮງຮຽນພັດທະນາຢ່າງແຮງ, ປະຕິບັດສຳເລັດໜ້າທີ່ ເຊິ່ງກະຊວງປ້ອງກັນປະເທດລາວ ໄດ້ມອບໝາຍໃຫ້.
ຂໍສະແດງຄວາມຂອບໃຈຕໍ່ອາລົມຈິດຄວາມຮັກແພງ, ການຊ່ວຍເຫຼືອອັນລໍ້າຄ່າ, ນໍ້າໃຈອ້າຍນ້ອງ, ສະຫາຍພົນໂທ ຄຳລຽງ ອຸທະໄກສອນ, ກໍາມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ຢັ້ງຢືນວ່າ ຈະພ້ອມກັບບັນດາການນໍາກະຊວງປ້ອງກັນປະເທດລາວ ຊີ້ນຳໂຮງຮຽນນຳໃຊ້ໃຫ້ເກີດປະສິດທິຜົນ, ປະກອບສ່ວນຍົກສູງຄຸນນະພາບການບໍາລຸງກໍ່ສ້າງບັນດານັກຮຽນຮຸ່ນຕ່າງໆ, ຄືດັ່ງເນື້ອໃນຈິດໃຈຂອງສະຫາຍພົນໂທ ຫງວຽນເຕິນເກືອງ ແລະບັນດາການນຳກະຊວງປ້ອງກັນປະເທດຫວຽດນາມ ໄດ້ຝາກຝັງ.
    |
 |
ສະຫາຍພົນໂທ ຫງວຽນເຕິນເກືອງ ແລະບັນດາສະຫາຍການນໍາກະຊວງປ້ອງກັນປະເທດລາວ ປູກຕົ້ນໄມ້ທີ່ລະນຶກ ແລະຢ້ຽມຊົມໂຄງການກໍ່ສ້າງຂອງໂຮງຮຽນ. ພາບ: qdnd.vn |
ພາຍຫຼັງພິທີຕັດແຖບຜ້າເປີດການນໍາໃຊ້, ສະຫາຍພົນໂທ ຫງວຽນເຕິນເກືອງ ແລະບັນດາສະຫາຍການນໍາກະຊວງປ້ອງກັນປະເທດລາວ ໄດ້ປູກຕົ້ນໄມ້ທີ່ລະນຶກໃນຂອບເຂດໂຮງຮຽນວັດທະນະທໍາຊົນເຜົ່າ ກອງທັບປະຊາຊົນລາວ ແລະຢ້ຽມຊົມໂຄງການ.
ໂດຍ: ເຈິ່ນຮວ່ຽນ