leftcenterrightdel
 
leftcenterrightdel
ການນໍາ, ຜູ້ບັນຊາການກອງພົນທະຫານຮາບທີ 1 ກອງທັບ ປະຊາຊົນ ລາວ ຕ້ອນຮັບສະຫາຍ ພົນໂທ ຫງວຽນເຕິນເກືອງ. 

ກ່າວຄຳເຫັນທີ່ພິທີຕ້ອນຮັບ, ສະຫາຍພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານກອງພົນທະຫານຮາບທີ 1 ໄດ້ລາຍງານໃຫ້ສະຫາຍຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ ກ່ຽວກັບໝາກຜົນວຽກງານກໍ່ສ້າງຈັດຕັ້ງ, ກຳລັງ, ຝຶກແອບ, ປະຕິບັດໜ້າທີ່ການເມືອງທີ່ໄດ້ມອບໝາຍ; ເປັນຕົ້ນແມ່ນບັນດາເນື້ອໃນ,  ຂົງເຂດການຮ່ວມມືກັບບັນດາອົງການ, ກົມກອງຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ສະຫາຍພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫົວໜ້າການທະຫານກອງພົນທະຫານຮາບທີ 1 ແນະນໍາພາກສ່ວນຕ້ອນຮັບຄະນະ. 
leftcenterrightdel
ສະຫາຍພົນໂທ ຫງວຽນເຕິນເກືອງ ຮັບຟັງຜູ້ບັນຊາການກອງພົນທະຫານຮາບທີ 1 ລາຍງານສະ ພາບການ. 

leftcenterrightdel
ບັນຍາກາດທີ່ການຕ້ອນຮັບ. 

ສ່ວນສະຫາຍພົນໂທ ຫງວຽນເຕິນເກືອງ ສະແດງຄວາມປິຕິຊົມຊື່ນເມື່ອເຫັນວ່າ ນັບແຕ່ເມື່ອແຮກສ່ຽວແຕ່ປີ 2012 ມາຮອດປັດຈຸບັນ ກອງພົນ 324 (ທະຫານເຂດ 4, ກອງທັບປະຊາຊົນຫວຽດນາມ) ແລະກອງພົນທະຫານຮາບທີ 1 (ກອງທັບປະຊາຊົນລາວ) ໄດ້ມີການແລກປ່ຽນ ແລະສະໜັບສະໜູນເຊິ່ງກັນ ແລະກັນເປັນປະຈຳໃນຫຼາຍຂົງເຂດວຽກງານ, ຄື: ຝຶກອົບຮົມພະນັກງານ, ອົບຮົມແອບ, ວຽກງານພະລາທິການ, ເຕັກນິກ. ບົນຈິດໃຈຖານສະຫາຍອ້າຍນ້ອງ, ກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ ໄດ້, ພວມ ແລະຈະສະໜັບສະໜູນຢູ່ສະເໝີ, ສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ກອງພົນທະຫານຮາບທີ 1 ເພີ່ມທະວີການຮ່ວມມືກັບບັນດາກົມກອງຂອງທະຫານເຂດ 4.

leftcenterrightdel
ສະຫາຍພົນໂທ ຫງວຽນເຕິນເກືອງ ມອບຂອງຂວັນທີ່ລະນຶກໃຫ້ຜູ້ບັນຊາການກອງພົນທະຫານຮາບ ທີ 1 ກອງທັບ ປະຊາຊົນ ລາວ. 

ຈົດຈຳ ແລະຂອບໃຈຕໍ່ການຊ່ວຍເຫຼືອອັນລ້ຳຄ່າ, ຮອບດ້ານ, ມີປະສິດທິຜົນ ທີ່ ກອງທັບ ປະຊາຊົນ ຫວຽດນາມ ແລະສະຫາຍພົນໂທ ຫງວຽນເຕິນເກືອງ ໄດ້ສະຫງວນໃຫ້ແກ່ກອງທັບປະຊາຊົນລາວ ເວົ້າລວມ, ກອງພົນທະຫານຮາບທີ 1 ເວົ້າສະເພາະ,  ສະຫາຍພົນຈັດຕະວາ ອຸ່ນຈັນ ແດງວັນສົມ ຫວັງວ່າຈະໄດ້ຮັບການຊີ້ນຳ, ຊ່ວຍເຫຼືອຕື່ມອີກຈາກສະຫາຍພົນໂທ ຫງວຽນເຕິນເກືອງ , ການນຳກະຊວງປ້ອງກັນປະເທດຫວຽດນາມ ແລະການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຂອງບັນດາອົງການ, ກົມກອງຂອງກອງທັບປະຊາຊົນຫວຽດນາມ.

leftcenterrightdel
ສະຫາຍພົນໂທ ຫງວຽນເຕິນເກືອງ ພ້ອມຄະນະ ກັບຖັນແຖວພະນັກງານຫຼັກແຫຼ່ງຂອງກອງພົນທະ ຫານຮາບທີ 1 ກອງທັບ ປະຊາຊົນ ລາວ. 

ເມື່ອໄປຢ້ຽມຢາມໂຄງການກໍ່ສ້າງສໍານັກງານບັນຊາກອງພົນທະຫານຮາບທີ 1 ເຊິ່ງເປັນຂອງຂວັນຂອງກະຊວງປ້ອງກັນປະເທດຫວຽດນາມ ທີ່ມອບໃຫ້ກອງພົນທະຫານຮາບທີ 1, ສະຫາຍພົນໂທ ຫງວຽນເຕິນເກືອງ ໄດ້ຍ້ອງຍໍຊົມເຊີຍກົມກອງໃຫ້ຄຳປຶກສາ, ອອກແບບ ແລະກໍ່ສ້າງ ທີ່ໄດ້ຕັ້ງໜ້າ,  ມີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ທີ່ໄດ້ຮັບມອບໝາຍ; ຮຽກຮ້ອງບັນດາກຳລັງກໍ່ສ້າງໃຫ້ສຳເລັດໂຄງການ ຖືກຕ້ອງຕາມຄວາມຄືບໜ້າ, ຮັບປະກັນຄຸນນະພາບ; ຊີ້ນຳກົມກອງ, ວິສາຫະກິດຄົ້ນຄວ້າມອບເຄື່ອງອຸປະກອນຮັບໃຊ້ວຽກງານ, ດໍາເນີນຊີວິດຈໍານວນໜຶ່ງໃຫ້ກອງພົນທະຫານຮາບທີ 1. 

ໂດຍ: ເຈິ່ນຮວ່ຽນ