ກອງປະຊຸມສາມັນລະຫວ່າງທະຫານເຂດ 5 ກັບບັນດາກົມກອງຂອງກອງທັບລາວ
ກປ.ອອນໄລ - ຕອນບ່າຍວັນທີ 23 ມີນາ, ທີ່ນະຄອນດ່ານັ້ງ, ທະຫານເຂດ 5 (ກອງທັບປະຊາຊົນຫວຽດນາມ) ແລະກອງພົນທະຫານຮາບ ທີ 5, ກອງບັນຊາການທະຫານ 4 ແຂວງພາກໃຕ້ຂອງລາວ, ໂຮງຮຽນນາຍສິບ ເລກ 2 ວຽງໄຊ (ກອງທັບປະຊາຊົນລາວ) ໄດ້ຈັດຕັ້ງກອງປະຊຸມສາມັນ ຄັ້ງທີ 33 ປີ 2023. ສະຫາຍພົນຕີ ຖ໋າຍດ້າຍຫງັອກ, ຜູ້ບັນຊາການທະຫານເຂດ 5 ແລະສະຫາຍພັນເອກ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທະຫານຮາບ ທີ 5 ເປັນປະທານຮ່ວມກອງປະຊຸມດັ່ງກ່າວ.
    |
 |
ບັນຍາກາກທີ່ກອງປະຊຸມສາມັນ ລະຫວ່າງທະຫານເຂດ 5 ກັບບັນດາກົມກອງຂອງກອງທັບລາວ. ພາບ: qdnd.vn |
ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື, ຕີລາຄາຜົນການສົມທົບກັນຮ່ວມມືລະຫວ່າງບັນດາອົງການ, ກົມກອງ, ທ້ອງຖິ່ນ; ຍົກອອກບົດຮຽນທີ່ດີ, ວິທີການເຮັດວຽກທີ່ມີຫົວຄິດປະດິດສ້າງ ແລະບັນລຸປະສິດທິຜົນແທດຈິງລະຫວ່າງທະຫານເຂດ 5 ແລະບັນດາກົມກອງ ຂອງກອງທັບປະຊາຊົນລາວ ໃນໄລຍະຜ່ານມາ.
ປີ 2023, ສອງຝ່າຍເຫັນດີເປັນເອກະພາບ ສືບຕໍ່ແລກປ່ຽນຂໍ້ມູນຂ່າວສານ, ລາຍງານສະພາບການຕາມການແບ່ງຂັ້ນ; ສົມທົບກັບກໍາລັງປົກປັກຮັກສາ ຊາຍແດນຂອງສອງປະເທດ ເພື່ອປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ພົບເຫັນ, ແກ້ໄຂກໍລະນີທີ່ເກີດຂຶ້ນຢູ່ເສັ້ນຊາຍແດນ ຢ່າງທັນການ; ປະກອບສ່ວນກໍ່ສ້າງເສັ້ນຊາຍແດນສອງປະເທດ ໃຫ້ສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ. ກຽມພ້ອມກໍາລັງ, ພາຫະນະກູ້ໄພກູ້ຊີບ ເພື່ອພ້ອມແລ້ວທີ່ຈະຊ່ວຍເຫຼືອກັນແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພພິບັດ, ໄພທໍາມະຊາດ. ທະຫານເຂດ 5 ແລະກົມກອງຂຶ້ນກັບຕ່າງໆຍູ້ແຮງການເຄື່ອນໄຫວຮ່ວມມື ກັບບັນດາກົມກອງຂອງຝ່າຍລາວ ໃຫ້ເຂົ້າສູ່ລວງເລິກ.
    |
 |
ສອງຝ່າຍລົງນາມບົດບັນທຶກກອງປະຊຸມ. ພາບ: qdnd.vn |
ໂຮງຮຽນທະຫານ ຂອງທະຫານເຂດ 5 ເພີ່ມທະວີການພົບປະ, ແລກປ່ຽນບົດຮຽນໃນການສອນ, ການຄຸ້ມຄອງສຶກສາ ກັບໂຮງຮຽນນາຍສິບ ເລກ 2 ວຽງໄຊ. ຊີ້ນໍາບໍລິສັດມິດຕະພາບພາກໃຕ້ລາວຈໍາກັດຜູ້ດຽວ (ທະຫານເຂດ 5) ຍົກສູງຄຸນນະພາບການເຄື່ອນໄຫວລະຫວ່າງກຸ່ມບ້ານຕ່າງໆ ແລະປະຕິບັດໂຄງການຢູ່ລາວ; ສົມທົບກັບກອງພົນທະຫານຮາບ ທີ 5 ຜະລິດ, ດໍາເນີນທຸລະກິດຖືກຕາມກົດໝາຍຂອງສອງປະເທດ. ບັນດາກົມກອງ ຂອງກອງທັບປະຊາຊົນລາວ ເປັນເສນາທິການໃຫ້ອໍານາດການປົກຄອງທ້ອງຖິ່ນ 4 ແຂວງພາກໃຕ້ຂອງລາວ ໂຄສະນາໃຫ້ປະຊາຊົນສ້າງເງື່ອນໄຂຊ່ວຍເຫຼືອ, ໜູນຊ່ວຍຊາວຫວຽດນາມ ທີ່ພວມເຮັດວຽກ, ຮໍ່າຮຽນ, ດໍາລົງຊີວິດໃນບໍລິເວນ; ຊ່ວຍເຫຼືອທະຫານເຂດ 5 ຊອກຫາ, ຂຸດຄົ້ນ, ທ້ອນໂຮມ, ສົ່ງອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນປະເທດ ຖືກຕາມແຜນນະໂຍບາຍຂອງສອງພັກ, ສອງລັດ.
    |
 |
ກອງບັນຊາການທະຫານເຂດ 5 ມອບເງິນໜູນຊ່ວຍໃຫ້ບັນດາກົມກອງຂອງກອງທັບລາວ. ພາບ: qdnd.vn |
ເນື່ອງໃນໂອກາດນີ້, ກອງບັນຊາການທະຫານເຂດ 5 ໄດ້ມອບເງິນໜູນຊ່ວຍກໍ່ສ້າງເຮືອນ, ຊື້ເຄື່ອງອຸປະກອນຫ້ອງການ ໃຫ້ບັນດາກົມກອງຂອງກອງທັບລາວ.
ໂດຍ: ທູຈາງ