leftcenterrightdel
ຄະນະກຸສົນຂອງໂຮງໝໍສະໜາມຂັ້ນ 2 ເລກ 4 ມອບຂອງຂວັນໃຫ້ແກ່ໂຮງໝໍຫຼາຍຂະແໜງ Bentiu. ພາບ: ໂຮງໝໍສະໜາມ ຂັ້ນ 2 ເລກ 4.

ທາງໂຮງໝໍໄດ້ຈັດຕັ້ງຄະນະກຸສົນ ເພື່ອໄປມອບຂອງຂວັນ, ກວດພະຍາດ ແລະປິ່ນປົວພະຍາດໃຫ້ຄົນເຈັບຢູ່ໂຮງໝໍຫຼາຍຂະແໜງ Bentiu; ດໍາເນີນການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາ ແລະມອບຂອງຂວັນໃຫ້ແກ່ປະຊາຊົນທ້ອງຖິ່ນ. ມອບຂອງຂວັນລວມມີຢາກິນ, ຢາຂ້າເຊື້ອ, ວັດຖຸອຸປະກອນການແພດ ແລະເຄື່ອງໃຊ້ທີ່ຈຳເປັນ.

leftcenterrightdel
 
leftcenterrightdel
 
leftcenterrightdel
ບັນດາແພດໝໍດຳເນີນການກວດພະຍາດ ແລະແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນຢູ່ Bentiu. ພາບ: ໂຮງໝໍສະໜາມ ຂັ້ນ 2 ເລກ 4.

ດ້ວຍບັນດາການເຄື່ອນໄຫວດັ່ງກ່າວ, ຜູ້ອຳນວຍການໂຮງໝໍຫຼາຍຂະແໜງ Bentiu ໄດ້ສົ່ງຄຳຂອບໃຈມາຍັງໂຮງໝໍສະໜາມ ຂັ້ນ 2 ເລກ 4 ຫວຽດນາມ ທີ່ໄດ້ໜູນຊ່ວຍ, ຊ່ວຍເຫຼືອໂຮງໝໍ ແລະປະຊາຊົນ Bentiu. ທ່ານຫວັງວ່າ ໂຮງໝໍຫວຽດນາມ ຈະມີບັນດາກິດຈະກຳການກຸສົນຢ່າງແທດຈິງຕື່ມອີກໃນໄລຍະຈະມາເຖິງ.

ໂດຍ: ສົມເພັດ