ພິທີມອບ-ຮັບ ໄດ້ດຳເນີນຢູ່ບ່ອນຕັ້ງທັບຂອງຄະນະກູ້ຊີບກູ້ໄພ ກອງທັບປະຊາຊົນຫວຽດນາມ ທີ່ສະໜາມກິລາ Hatay ຢູ່ Antakya, ແຂວງ Hatay, ຕວກກີ ດ້ວຍການເຂົ້າຮ່ວມຂອງທ່ານ ໂດ໊ເຊີນຫາຍ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ຕວກກີ, ທ່ານພົນຈັດຕະວາ ຟ້າມວັນຕີ້, ຮອງຫົວໜ້າກົມກູ້ຊີບ-ກູ້ໄພ (ກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ) ຫົວໜ້າຄະນະ. ສຳລັບຝ່າຍ ຕວກກີ ມີທ່ານເອກອັກຄະລັດຖະທູດ Hakan Cakil, ຜູ້ຕາງໜ້າກະຊວງການຕ່າງປະເທດຕວກກີ ຢູ່ແຂວງ Hatay ພ້ອມກັບຜູ້ຕາງໜ້າ ອົງການປະສານງານກໍລະນີສຸກເສີນ ແລະໄພພິບັດຕວກກີ (AFAD).

leftcenterrightdel
 
leftcenterrightdel
ພິທີເຊັນເອກະສານມອບ-ຮັບເຄື່ອງຊ່ວຍເຫຼືອຂອງກະຊວງປ້ອງກັນປະເທດຫວຽດນາມ ໃຫ້ແກ່ຕວກກີ. ພາບ: ວັນຫ໊ຽວ

ກ່າວຄຳເຫັນທີ່ພິທີ, ທ່ານພົນຈັດຕະວາ ຟ້າມວັນຕີ້ ຢັ້ງຢືນວ່າ ເຄື່ອງຊ່ວຍເຫຼືອແມ່ນນ້ຳໃຈ, ການແບ່ງປັນຂອງປະຊາຊົນ, ປະເທດ ແລະກະຊວງປ້ອງກັນປະເທດຫວຽດນາມ ຕໍ່ກັບຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຄົນ ແລະຊັບສິນຂອງປະຊາຊົນຕວກກີ; ປາດຖະໜາຢາກ ຕວກກີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວໂດຍໄວ.

leftcenterrightdel
ຊ່ວຍພາລະກອນ AFAD ຂົນສົ່ງເຄື່ອງຊ່ວຍເຫຼືອຂຶ້ນລົດ. ພາບ: ວັນຫ໊ຽວ
leftcenterrightdel
ສອງຝ່າຍທີ່ພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອ. ພາບ: ວັນຫ໊ຽວ

ຕາງໜ້າຝ່າຍ ຕວກກີ, ທ່ານເອກອັກຄະລັດຖະທູດ Hakan Cakil ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄວາມມານະພະຍາຍາມບໍ່ຮູ້ອິດຮູ້ເມື່ອຍຂອງກອງທັບປະຊາຊົນຫວຽດນາມ ໃນໄລຍະຜ່ານມາ ໄດ້ຊ່ວຍຕວກກີ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດແຜ່ນດິນໄຫວ; ເຄື່ອງຊ່ວຍເຫຼືອແທດຈິງດັ່ງກ່າວ ຈະປະກອບສ່ວນຊ່ວຍປະຊາຊົນຕວກກີ ຜ່ານຜ່າຄວາມຫຍຸ້ງຍາກ, ຄວາມເສຍຫາຍ. ພິເສດ, ວັດຖຸອຸປະກອນການແພດ ເຊິ່ງຝ່າຍຫວຽດນາມ ມອບໃຫ້ ຕວກກີ ຈະໄດ້ສົ່ງເຖິງບັນດາໂຮງໝໍ ແລະສູນການແພດທ້ອງຖິ່ນໂດຍໄວ ເພື່ອຮັບໃຊ້ວຽກງານປະຖົມພະຍາບານ ແລະປິ່ນປົວຄົນເຈັບ.

ໂດຍ: ແສງເດືອນ