ຫວຽດນາມ-ລາວ ຜັນຂະຫຍາຍເນື້ອໃນຮ່ວມມືດ້ານປ້ອງກັນຊາດ ຢ່າງມີປະສິດທິຜົນ
ກປ.ອອນໄລ - ເນື່ອງໃນໂອກາດຮ່ວມເດີນທາງພ້ອມກັບສະຫາຍ ຟ້າມມີງຈີ໊ງ, ນາຍົກລັດຖະມົນຕີຫວຽດນາມ ໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ; ເຂົ້າຮ່ວມກອງປະຊຸມ ຄັ້ງທີ 45 ຄະນະກໍາມະການຮ່ວມມືທະວີພາຄີລະຫວ່າງລັດຖະບານຫວຽດນາມ-ລາວ ແລະພິທີສະຫຼຸບ “ປີສາມັກຄີມິດຕະພາບຫວຽດນາມ-ລາວ, ລາວ-ຫວຽດນາມ 2022”, ຕອນເຊົ້າວັນທີ 12 ມັງກອນ, ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ນໍາໂດຍສະຫາຍພົນໂທ ຮວ່າງຊວນຈ໊ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຢ້ຽມຂໍ່ານັບສະຫາຍພົນເອກ ຈັນສະໝອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດລາວ.
ທີ່ການຕ້ອນຮັບ, ສະຫາຍພົນໂທ ຮວ່າງຊວນຈ໊ຽນ ໄດ້ແບ່ງປັນການຕີລາຄາວ່າ ປີ 2022, ພາຍໃຕ້ການຊີ້ນໍານໍາພາຂອງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດຫວຽດນາມ ແລະລາວ, ການຮ່ວມມືດ້ານປ້ອງກັນຊາດສອງປະເທດບັນລຸໄດ້ໝາກຜົນທີ່ດີ, ແມ່ນຈຸດພົ້ນເດັ່ນ, ສ້າງຄວາມປະທັບໃຈໃນປີທີ່ມີຫຼາຍເຫດການການເມືອງ, ການທູດສໍາຄັນຂອງສອງປະເທດ. ສະຫາຍພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມປາດຖະໜາວ່າ ສະຫາຍລັດຖະມົນຕີ ກະຊວງປ້ອງກັນປະເທດລາວ ສືບຕໍ່ເອົາໃຈໃສ່, ຊີ້ນໍາບັນດາອົງການ, ກົມກອງຂຶ້ນກັບກະຊວງປ້ອງກັນປະເທດລາວ ພ້ອມກັບກະຊວງປ້ອງກັນປະເທດຫວຽດນາມ ຜັນຂະຫຍາຍແຜນການຮ່ວມມືປີ 2023 ເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມໃນເດືອນທັນວາ 2022 ຢ່າງມີປະສິດທິຜົນ; ພິເສດສຸມໃສ່ວຽກງານແລກປ່ຽນຄະນະຜູ້ແທນ, ກໍ່ສ້າງຊັບພະຍາກອນມະນຸດ, ການພົບປະແລກປ່ຽນປ້ອງກັນຊາດເຂດຊາຍແດນ.
    |
 |
ສະຫາຍພົນໂທ ຮວ່າງຊວນຈ໊ຽນ ເຂົ້າຢ້ຽມຂໍ່ານັບສະຫາຍ ຈັນສະໝອນ ຈັນຍາລາດ. ພາບ: ແອັງຫງອກ. |
ສ່ວນສະຫາຍ ຈັນສະໝອນ ຈັນຍາລາດ ເນັ້ນໜັກວ່າ ກະຊວງປ້ອງກັນປະເທດລາວ ຈະສົມທົບກັນຢ່າງແໜ້ນແຟ້ນກັບກະຊວງປ້ອງກັນປະເທດ ຫວຽດນາມ ເພື່ອຜັນຂະຫຍາຍບັນດາເນື້ອໃນການຮ່ວມມືດ້ານປ້ອງກັນຊາດສອງຝ່າຍທີ່ໄດ້ເຫັນດີເປັນເອກະສັນໃຫ້ມີປະສິດທິຜົນ; ສົມເປັນໜຶ່ງໃນບັນດາເສົາຄໍ້າສໍາຄັນໃນສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ-ລາວ
ໂດຍ: ທູຈາງ