ກ່າວຄໍາເຫັນທີ່ພິທີໄຂງານວາງສະແດງ, ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ສະແດງຄວາມຫວັງວ່າ ນີ້ຈະແມ່ນສະຖານທີ່ ເຊິ່ງການນໍາຂັ້ນສູງກະຊວງປ້ອງກັນປະເທດ, ກອງທັບບັນດາປະເທດຢູ່ໃນໂລກພົບປະ, ແລກປ່ຽນກ່ຽວກັບຫົວຂໍ້ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະບັນດາບັນຫາອື່ນ ທີ່ກ່ຽວຂ້ອງ, ເພີ່ມທະວີຄວາມເຂົ້າໃຈ ເພື່ອພ້ອມກັນກໍ່ສ້າງ, ປົກປ້ອງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ແລະໂລກ. ຄວາມປາດຖະໜາດັ່ງກ່າວ ໄດ້ປະກົດຜົນເປັນຈິງ ແລະສະແດງໃຫ້ເຫັນໃນ 3 ແງ່ມູມ: ຖານະບົດບາດສາກົນ ແລະການສະໜັບສະໜູນຫວຽດນາມ ທີ່ນັບມື້ນັບເພີ່ມຂຶ້ນ; ກາລະໂອກາດເພື່ອຮ່ວມມື, ພັດທະນາອຸດສາຫະກໍາປ້ອງກັນຊາດຂອງປະເທດເຮົາ ໄດ້ຮັບການເປີດກວ້າງ, ປັປປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຕໍ່ຄວາມສາມາດປົກປັກຮັກສາປະເທດຊາດຂອງກອງທັບປະຊາຊົນຫວຽດນາມ.

ຄວາມດຶງດູດຂອງຫວຽດນາມ

ຕາມແຜນການແລ້ວ, ງານວາງສະແດງແມ່ນໄດ້ຈັດຕັ້ງໃນປີ 2020 ຖ້າພະຍາດໂຄວິດ-19 ບໍ່ລະບາດ. ກ່ອນໜ້ານັ້ນ, ວຽກງານກະກຽມຈັດຕັ້ງ, ເຊີນບັນດາຄະນະຜູ້ແທນ ແລະບໍລິສັດຕ່າງປະເທດ, ຊ້ຳບໍ່ໜຳການຈັດຕັ້ງພິທີກວດແຖວກໍາປັ່ນສາກົນຂະໜາດໃຫຍ່ ຄັ້ງທໍາອິດຢູ່ ຫວຽດນາມ ກໍ່ໄດ້ຮັບການສ້າງແຜນການຢ່າງຮອບຄອບຖີ່ຖ້ວນ. ເມື່ອໂລກລະບາດ ໄດ້ຮັບການຄວບຄຸມໂດຍພື້ນຖານ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕັດສິນໃຈສືບຕໍ່ຈັດຕັ້ງເຫດການນີ້.

ດ້ວຍການເຂົ້າຮ່ວມຂອງກວ່າ 170 ວິສາຫະກິດ ທີ່ມາຈາກ 30 ປະເທດ ໃນພາກພື້ນອາຊຽນ, ອາຊີ, ເອີລົບ ແລະທະວີບອາເມລິກາ, ພ້ອມກັບການນໍາກະຊວງປ້ອງກັນປະເທດ ແລະກອງທັບບັນດາປະເທດ, ຜູ້ຕາງໜ້າ, ສະຖານທູດບັນດາປະເທດປະຈໍາຫວຽດນາມ ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາ ກ່ຽວກັບການດຶງດູດຂອງຫວຽດນາມ ໃນຄັ້ງທໍາອິດທີ່ຈັດຕັ້ງງານວາງສະແດງປ້ອງກັນຊາດສາກົນ.

ເຖິງວ່າງານວາງສະແດງປ້ອງກັນຊາດສາກົນຫວຽດນາມ ປີ 2022 ໄດ້ຮັບການຈັດຕັ້ງເປັນຄັ້ງທໍາອິດ, ດ້ວຍຂະໜາດໜ້ອຍກວ່າ ເມື່ອທຽບໃສ່ບາງປະເທດໃນອາຊຽນ ແລະດໍາເນີນໃນທ້າຍປີກໍ່ຕາມ, ແຕ່ໄດ້ດຶງດູດການເຂົ້າຮ່ວມຂອງບັນດາຄະນະຜູ້ແທນ ແລະວິສາຫະກິດ, ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດດຶງດູດໃຫຍ່ທີ່ສຸດ.

leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງ ທີ່ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມປີ 2022. ພາບ: ຮວ່າງຮ່າ.

ທ່ານ James Heappey ຮອງລັດຖະມົນຕີຮັບຜິດຊອບກໍາລັງປະກອບອາວຸດ ຂອງກະຊວງປ້ອງກັນປະເທດອັງກິດ ຕີລາຄາສູງງານວາງສະແດງ ແລະໃຫ້ຮູ່ວ່າ ອັງກິດ ເຫັນໄດ້ຄວາມສາມາດບ່ົມຊ້ອນຮ່ວມມືຢູ່ຫວຽດນາມ ແລະຖືງານວາງສະແດງແມ່ນສະຖານທີ່ເໝາະສົມເພື່ອແນະນໍາກັບ ຫວຽດນາມ ກາລະໂອກາດທີ່ສາມາດຮ່ວມມືໄດ້. ທ່ານ James Heappey ໃຫ້ຮູ້ວ່າ: “ອັງກິດ ປາດຖະໜາຢາກຮ່ວມມືດໍາເນີນທຸລະກິດ ກັບຫວຽດນາມ, ສະໜອງອຸປະກອນ, ສ້າງການພົວພັນກັບກອງທັບຫວຽດນາມ”.

ໃນຂະນະນັ້ນ, ທ່ານ Marc Knapper, ເອກອັກຄະລັດຖະທູດອາເມລິກາ ປະຈໍາຫວຽດນາມ ຢັ້ງຢືນວ່າ, ເລື່ອງບັນດາວິສາຫະກິດອາເມລິກາ ເຂົ້າຮ່ວມງານວາງສະແດງ ສະແດງໃຫ້ເຫັນສາຍພົວພັນຮ່ວມມືສອງຝ່າຍ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ ແລະຫວັງວ່າ ຜ່ານງານວາງສະແດງຈະນໍາມາເຊິ່ງກາລະໂອກາດຫຼາຍກວ່າ ໃຫ້ສາຍພົວພັນຮ່ວມມືດັ່ງກ່າວ.

ງານວາງສະແດງ ກໍ່ເປັນຂີດໝາຍການເຂົ້າຮ່ວມຂອງອິນເດຍ ຢູ່ຫວຽດນາມ ໃນຄັ້ງນີ້ ດ້ວຍເປົ້າໝາຍຊຸກຍູ້ການຮ່ວມມືດໍາເນີນທຸລະກິດ ດ້ານປ້ອງກັນຊາດ ແລະຮັດແໜ້ນການພົວພັນສອງຝ່າຍ. ຕາມທ່ານເອກອັກຄະລັດຖະທູດອິນເດຍ ປະຈໍາຫວຽດາມ ແລ້ວ, ອິນເດຍ ນໍາເອົາບັນດາຜະລິດຕະພັນດີທີ່ສຸດ ໃນຂະແໜງການປ້ອງກັນຊາດຂອງຕົນເອງ ມາວາງສະແດງ ແລະຊອກຫາແງ່ຫວັງສົ່ງອອກ ໃນອະນາຄົດ.

ໄມ້ງັດພັດທະນາອຸດສາຫະກໍາປ້ອງກັນຊາດ

ງານວາງສະແດງ ໄດ້ສະແດງໃຫ້ເຫັນກາລະໂອກາດທີ່ດີ ເພື່ອໃຫ້ວິສາຫະກິດຂອງບັນດາປະເທດເຂົ້າຮ່ວມ ຊອກຫາກາລະໂອກາດຮ່ວມມື. ມີຂໍ້ຕົກລົງການຮ່ວມມືຈໍານວນໜຶ່ງ ໄດ້ຮັບການລົງນາມທີ່ງານວາງສະແດງ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ນີ້ແມ່ນໄມ້ງັດໃຫ້ຂະແໜງອຸດສາຫະກໍາປ້ອງກັນຊາດຂອງປະເທດເຮົາ: ການຮ່ວມມືລະຫວ່າງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ກັບກຸ່ມບໍລິສັດຕໍ່ກໍາປັ່ນ Damen (ໂຮນລັງ); ສັນຍາລະຫວ່າງໂຮງງານ Z113 ແລະ ໂຮງງານ Z195 ຂອງກົມໃຫຍ່ອຸດສາຫະກໍາປ້ອງກັນຊາດ ກັບບໍລິສັດ Liquid Gas ຂອງອິດສະຣາແອນ; ຂໍ້ຕົກລົງຮ່ວມມືຜັນຂະຫຍາຍທົດລອງເຄືອຂ່າຍ 5G ຂອງອິນເດຍ ແລະສັນຍາສົ່ງອອກອຸປະກອນເຕັກໂນໂລຢີສູງ ໄປຍັງຕະຫຼາດອິນເດຍ ລະຫວ່າງບໍລິສັດໃຫຍ່ອຸດສາຫະກໍາເຕັກໂນໂລຢີສູງ Viettel (VHT) ແລະກຸ່ມບໍລິສັດ UTL (ອິນເດຍ).

leftcenterrightdel
 
leftcenterrightdel
ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີຫວຽດນາມ ພ້ອມດ້ວຍບັນດາຜູ້ແທນຢ້ຽມຊົມຮ້ານວາງສະແດງ ທີ່ງານວາງສະແດງປ້ອງກັນຊາດສາກົນ ຫວຽດນາມປີ 2022. ພາບ: ຮວ່າງຮ່າ.

ບັນດາຂໍ້ຕົກລົງຮ່ວມມືດັ່ງກ່າວ ແນ່ນຜົນໄດ້ຮັບຈາກງານວາງສະແດງ, ເປັນຕົ້ນແມ່ນຈາກຍຸດທະສາດພັດທະນາອຸດສາຫະກໍາປ້ອງກັນຊາດ ຂອງປະເທດ. ທີ່ກອງປະຊຸມຊາບຊຶມ, ຜັນຂະຫຍາຍການປະຕິບັດມະຕິເລກທີ 08-NQ/TW ລົງໃນວັນທີ 26 ມັງກອນ 2022 ຂອງກົມການເມືອງ ຊຸດທີ XIII ກ່ຽວກັບການ "ຍູ້ແຮງພັດທະນາອຸດສາຫະກໍາປ້ອງກັນຊາດ ຮອດປີ 2030 ແລະຊຸມປີຕໍ່ໄປ” ໂດຍຄະນະພັກການທະຫານສູນກາງ ຈັດຕັ້ງ ຢູ່ຮ່າໂນ້ຍ ໃນວັນທີ 22 ສິງຫາ 2022, ທ່ານນາຍົກລັດຖະມົນຕີ ຟ້າມມີງຈີ໊ງ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການພັດທະນາອຸດສາຫະກໍາປ້ອງກັນຊາດ ຕາມທິດເປັນເຈົ້າການ, ສ້າງຄວາມເຂັ້ມແຂວງດ້ວຍຕົນເອງ, ທັນສະໄໝ ແລະນໍາໃຊ້ໄດ້ສອງຢ່າງ; ຕິດພັນກັບຢ່າງແໜ້ນແຟ້ນ ແລະກາຍເປັນປາຍແຫຼມຂອງອຸດສາຫະກໍາຂອງຊາດ. ໂດຍເລີ່ມມາຈາກແນວທາງ, ແຜນນະໂຍບາຍ ນັ້ນ,  ການຈັດຕັ້ງງານວາງສະແດງ ແມ່ນຈຸດພົ້ນເດັ່ນ ເພື່ອໃຫ້ອຸດສາຫະກໍາປ້ອງກັນຊາດຫວຽດນາມ ບືນຕົວຂຶ້ນຢັ້ງຢືນທີ່ຕັ້ງຂອງຕົນ, ເພື່ອທັງຮັບປະກັນສະໜອງອາວຸດຍຸດໂທປະກອນ ໃຫ້ໜ້າທີ່ກຽມພ້ອມສູ້ຮົບ ແລະປົກປັກຮັກສາປະເທດຊາດ, ທັງມີຄວາມສາມາດຢ່າງພຽງພໍ ເພື່ອຊັກຈູງການພັດທະນາອຸດສາຫະກໍາຂອງຊາດ. ຜ່ານການພັດທະນາອຸດສາຫະກໍາປ້ອງກັນຊາດຂອງບັນດາປະເທດໃນອາຊຽນ ສະແດງໃຫ້ເຫັນວ່າ ແຜນນະໂຍບາຍຊຸກຍູ້ອຸດສາຫະກໍາປ້ອງກັນຊາດແມ່ນຖືກຕ້ອງ, ສົມກັບຄວາມກຳລັງບົ່ມຊ້ອນຂອງຫວຽດນາມ.

ສ້າງຄວາມຮັກແພງເຊື່ອໝັ້ນຕື່ມອີກ

ງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2022 ໄດ້ດຶງດູດຄວາມເອົາໃຈໃສ່ພິເສດຂອງປະຊາຊົນ ແລະສື່ມວນຊົນຢູ່ພາຍໃນ ແລະຕ່າງປະເທດ. ພາບພົດຂອງກອງທັບປະຊາຊົນຜ່ານລາຍການສະແດງຕີມວຍຂອງທະຫານຕີພິເສດ ຫຼືຜ່ານບັນດາລົດຕັງ T-90S ຂອງກອງທັບຫວຽດນາມ ທີ່ວາງສະແດງຢູ່ທີ່ນີ້ ໄດ້ສ້າງຄວາມເອກອ້າງທະນົງໃຈຕໍ່ຊາດ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ທີ່ສະຫງວນໃຫ້ກອງທັບເຮົາ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແນະນໍາເຂດວາງສະແດງຢູ່ກາງແຈ້ງຂອງງານວາງສະແດງປ້ອງກັນຊາດສາກົນ 2022 ໃຫ້ທ່ານ ຟ້າມມີງຈີ໊ງ ນາຍົກລັດຖະມົນຕີ ຫວຽດນາມ. ພາບ: ຮວ່າງຮ່າ.

ມີປະຊາຊົນນັບພັນເທື່ອຄົນໄດ້ລຽນແຖວເຂົ້າມາຢ້ຽມຊົມງານວາງສະແດງ, ເຂົາເຈົ້າໄດ້ເບິ່ງລູກສອນໄຟ, ນັ່ງເທິງປືນໃຫຍ່, ປີນຂຶ້ນລົດຕັງ, ຊອກຮູ້ກ່ຽວກັບອາວຸດຍຸດໂທປະກອນ, ນັ້ນເປັນການຢັ້ງຢືນກ່ຽວກັບຄວາມເອົາໃຈໃສ່ຂອງປະຊາຊົນຕໍ່ການພັດທະນາຂອງກອງທັບເຮົາ. ອາດຈະຢັ້ງຢືນໄດ້ວ່າ: ນີ້ແມ່ນງານວາງສະແດງປ້ອງກັນຊາດສາກົນຄັ້ງທໍາອິດນັບແຕ່ເມື່ອສ້າງຕັ້ງປະເທດ. ນີ້ກໍ່ແມ່ນສະຖານທີ່ ເຊິ່ງປະຊາຊົນໄດ້ເຫັນປະຈັກຕາອາວຸດຍຸດໂທປະກອນທັນສະໄໝປະເພດຕ່າງໆຂອງກອງທັບເຮົາ, ເຫັນບັນດາຜະລິດຕະພັນປ້ອງກັນຊາດຂອງບັນດາກົມກອງ ແລະບັນດາບໍລິສັດຢູ່ພາຍໃນ ແລະຕ່າງປະເທດທີ່ນຳມາແນະນຳໃນງານວາງສະແດງດ້ວຍຈຸດປະສົງຮ່ວມມື, ພັດທະນາເພື່ອໂລກທີ່ສວຍງາມກວ່າ ເຊິ່ງກະຊວງປ້ອງກັນປະເທດຫວຽດນາມ ໄດ້ວາງອອກ.

ໂດຍ: ທູຈາງ