ການພົວພັນສະໜິດຕິດພັນຫວຽດນາມ-ລາວ ໄດ້ກຳເນີດເກີດຂຶ້ນ ແລະຫຼໍ່ຫຼອມໃນປະຫວັດສາດ.  ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ຫວຽດນາມ ແລະລາວ ໄດ້ "ຄຽງບ່າຄຽງໄຫຼ່" ນຳກັນ, ກ້າວຂຶ້ນສ້າງສັງຄົມນິຍົມ. ຈາກນັ້ນ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ສາມາດຍາດໄດ້ຜົນງານອັນໃຫຍ່ຫຼວງ, ພັດທະນາຢ່າງຮອບດ້ານ, ເລິກເຊິ່ງໃນຫຼາຍຂົງເຂດຢ່າງບໍ່ຢຸດຢັ້ງ. ໂດຍສືບຕໍ່ສາລະຄະດີ "ສາຍໃຈຫວຽດນາມ-ລາວ, ໝັ້ນແກ່ນກວ່າພູເຂົາ ແລະແມ່ນ້ຳ", ມື້ນີ້ລາຍການໄດ້ອອກອາກາດບົດທີ 2 ເຊິ່ງມີຫົວຂໍ້ "ການຮ່ວມມືຮອບດ້ານເພື່ອອະນາຄົດອັນໃສແຈ້ງ".

leftcenterrightdel
ທ່າກຳປັ່ນສາກົນລາວ-ຫວຽດ. ພາບ: vov.vn

ນັບແຕ່ຮຸ່ງເຊົ້າ, ຕາມເສັ້ນທາງໄປຮອດທ່າກຳປັ່ນສາກົນລາວ-ຫວຽດ, ເຂດເສດຖະກິດຫວູງອ໊າງ, ເທດສະບານກີ່ແອງ, ແຂວງຮ່າຕິ້ງ, ຂະບວນລົດຂົນສົ່ງປ້າຍລາວ ຫຼາຍຄັນໄດ້ລຽນແຖວລໍຖ້າເຮັດລະບຽບການພາສີ. ຢູ່ຂົວຂອງທ່າກຳປັ່ນ ກຳມະກອນຫຼາຍຮ້ອຍຄົນກຳລັງຕັ້ງໃຈເຮັດວຽກ, ຂົນສິນຄ້າ, ເພື່ອໃຫ້ກຳປັ່ນລຳຕ່າງໆອອກຈາກທ່າຖືກຕາມກຳນົດເວລາ.

ຢືນຢູ່ໜຶ່ງໃນສາມສູນພົວພັນແລກປ່ຽນດ້ານການຄ້າທາງທະເລສາກົນຂອງຫວຽດນາມ, ທ່າກຳປັ່ນສາກົນລາວ-ຫວຽດ ໄດ້ກາຍເປັນຂົວເຊື່ອມຕໍ່ຂອງນ້ຳໃຈມິດຕະພາບລະຫວ່າງສອງປະເທດຢູ່ແຂວງຮ່າຕິ້ງ. ຢູ່ທີ່ນີ້, ອຳນາດການປົກຄອງຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ ລາວ ນຳໃຊ້ຂົວທ່າກຳປັ່ນຫວູງອ໊າງ ເລກທີ 1, ທີ 2 ແລະທີ 3 ພວມໄດ້ລົງມືກໍ່ສ້າງ.

ໝາກຜົນຂອງການຖ່າຍປ່ຽນສິນຄ້າຜ່ານທ່່າກຳປັ່ນຫວູງອ໊າງ ໃນຊຸມປີຜ່ານມາໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດຕໍ່ກັບເຂດຕອນເໜືອພາກກາງຫວຽດນາມ, ພ້ອມທັງຊຸກຍູ້ເສດຖະກິດລາວ ໃຫ້ເຕີບໂຕ, ມີທາງອອກສູ່ທະເລທີ່ກວ້າງໃຫຍ່. ສິ່ງນີ້ໄດ້ຢັ້ງຢືນຜ່ານການແບ່ງປັນຂອງທ່ານ ຫງວຽນຈິງເກື່ອງ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນລາວຫວຽດ.

leftcenterrightdel
ທ່ານ ຫງວຽນຈິງເກື່ອງ, ຮອງຜູ້ອຳນວຍການບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນລາວຫວຽດ. ພາບ: vov.vn

ທ່ານ ຫງວຽນຈິງເກື່ອງ ຖືວ່າ ສິນຄ້າຂອງລາວ ທີ່ຈະສົ່ງໄປປະເທດທີ 3 ຖ້າບໍ່ໄປຜ່ານທ່າຫວູງອ໊າງ, ຕາມປົກກະຕິແລ້ວແມ່ນຕ້ອງໄດ້ໄປຜ່ານໄທ. ໄລຍະຫ່າງແຕ່ລາວ ໄປຫາ ໄທ ຖ້າທຽບໃສ່ການຂົນສົ່ງຜ່ານທ່າຫວູງອ໊າງ ແລ້ວຈະມີລວງຍາວ ກວ່າ 400 km. ໃນຊຸມປີມໍ່ໆມານີ້, ບໍລິສັດໄດ້ມີນະໂຍບາຍໜູນຊ່ວຍ, ສ້າງເງື່ອນໄຂໃຫ້ລູກຄ້າທີ່ມີສິນຄ້າ ຈາກລາວ ຜ່ານແດນຫວຽດນາມ ເພື່ອສົ່ງອອກໄປຍັງປະເທດທີສາມ, ໃຫ້ບູລິມະສິດສາງ, ເດີນສຳລັບລູກຄ້ານັ້ນ.

ບົນພື້ນຖານຈິດໃຈມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ລັດຖະບານສອງປະເທດຫວຽດນາມ ແລະລາວ ໄດ້ສ້າງເງື່ອນໄຂສະດວກເພື່ອຊຸກຍູ້ການຮ່ວມມືເສດຖະກິດຕາມທິດລະອຽດກວ່າ. ໃນຈຳນວນຫຼາຍໂຄງການລົງທຶນທີ່ມີປະສິດທິຜົນ, ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດສອງປະເທດ, Unitel  ແມ່ນສັນຍາລັກຂອງຜົນສຳເລັດທີ່ເປັນແບບຢ່າງ.

ເຊິ່ງແມ່ນວິສາຫະກິດຮ່ວມທຸລະກິດລະຫວ່າງກຸ່ມບໍລິສັດອຸດສາຫະກຳ-ໂທລະຄົມມະນາຄົມກອງທັບ Viettel (ຫວຽດນາມ) ແລະ Lao Asia Telecom, Unitel ໄດ້ຮັບການສ້າງຕັ້ງໃນປີ 2008. ໃນໄລຍະທາງ 14 ປີຂອງວິສາຫະກິດນີ້ໄດ້ສ້າງຜົນງານທີ່ເປັນໜ້າປະທັບໃຈ: ຈາກຕຳແໜ່ງທີ່ເປັນບໍລິສັດອິນເຕີແນັດຂະໜາດນ້ອຍ ໄດ້ກາຍເປັນວິສາຫະກິດໂທລະຄົມ ອັນດັບທີ 1 ຢູ່ລາວ ດ້ວຍອັດຕາສ່ວນຕະຫຼາດຂຶ້ນເຖິງ 57%. ຄຽງຂ້າງກັນນັ້ນ, Unitel ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາເສດຖະກິດ-ສັງຄົມລາວ ໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ 27.000 ຄົນ, ແມ່ນບໍລິສັດຢືນອັນດັບທີ 2 ຢູ່ລາວ ກ່ຽວກັບການມອບອາກອນເຂົ້າງົບປະມານ.

leftcenterrightdel
ທ່ານ ຫງວຽນງອັກລອງ, ຮອງຜູ້ອຳນວຍການບໍລິສັດ Unitel. ພາບ: vov.vn

ທ່ານ ຫງວຽນງອັກລອງ, ຮອງຜູ້ອຳນວຍການບໍລິສັດ Unitel ໃຫ້ຮູ້ວ່າ ຄົນຫວຽດນາມ ແລະຄົນລາວ ທີ່ເຮັດວຽກໃນບໍລິສັດເຂົ້າໃຈຖືກັນຄືອ້າຍນ້ອງໃນຄອບຄົວດຽວກັນ. ການໜູນຊ່ວຍຂອງປະເທດລາວ ແມ່ນໃຫຍ່ຫຼວງ. ພວກຂ້າພະເຈົ້າ ມີຄວາມສະດວກໃນການເຄື່ອນໄຫວດຳເນີນທຸລະກິດຢູ່ປະເທດລາວ.

ໃນການຮ່ວມມືດ້ານການຄ້າ, 10 ເດືອນ ຂອງປີ 2022, ວົງເງິນການຄ້າ ຫວຽດນາມ-ລາວ ບັນລຸ 1,4 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 28% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະຫວັງວ່າ ຈະບັນລຸ 2 ຕື້ໂດລາສະຫະລັດໃນປີນີ້. ຫວຽດນາມ ສືບຕໍ່ຮັກສາອັນດັບແມ່ນໜຶ່ງໃນສາມນັກລົງທຶນໃຫຍ່ທີ່ສຸດຢູ່ລາວ. ຕາມທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຄະນະກຳມະການຮ່ວມມືລາວ-ຫວຽດ ແລ້ວ, ເຖິງວ່າໄດ້ຮັບຜົນສະທ້ອນບໍ່ໜ້ອຍຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການຮ່ວມມືເສດຖະກິດສອງຝ່າຍໄດ້ "ເກີດດອກອອກຜົນ" ຢ່າງບໍ່ຢຸດຢັ້ງ. ສະແດງໃຫ້ເຫັນຜ່ານບັນດາຂົງເຂດພົ້ນເດັ່ນ.

leftcenterrightdel
ທ່າກຳປັ່ນສາກົນລາວ-ຫວຽດ. ພາບ: vov.vn

ໂດຍສືບທອດມູນເຊື້ອມິດຕະພາບອັນດີງາມທີ່ໄດ້ສ້າງຕັ້ງໃນ 60 ປີຜ່ານມາ, ໄດ້ມີຫຼາຍຮູບແບບ, ວິທີການເຮັດທີ່ດີ, ຮັດແໜ້ນນ້ຳໃຈສາມັກຄີ ແລະການຮ່ວມມືພ້ອມກັນພັດທະນາ, ພົ້ນເດັ່ນແມ່ນຮູບແບບການແຮກສ່ຽວບ້ານ-ບ້ານລະຫວ່າງ 10 ແຂວງຂອງລາວ ທີ່ມີເສັ້ນຊາຍແດນຕິດກັບ 10 ແຂວງຂອງຫວຽດນາມ. ຂະບວນການແຮກສ່ຽວຍັງໄດ້ແຜ່ຂະຫຍາຍອອກໃນວົງກວ້າງລະຫວ່າງບັນດາແຂວງ, ນະຄອນທີ່ບໍ່ມີເສັ້ນຊາຍແດນຕິດຈອດກັນ. ກິດຈະກຳນີ້ໄດ້ປະກອບສ່ວນຊຸກຍູ້ການຮ່ວມມືໃນບັນດາຂົງເຂດ: ເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວ, ວັດທະນະທຳ, ການສຶກສາ, ການແພດ, ການປ້ອງກັນຊາດ.

ສອງຝ່າຍໄດ້ສົມທົບກັນໂຄສະນາໃຫ້ພະນັກງານ, ປະຊາຊົນກ່ຽວກັບມູນເຊື້ອສາມັກຄີ, ນໍ້າໃຈມິດຕະພາບແບບພິເສດຫວຽດນາມ-ລາວ, ພ້ອມກັນປະຕິບັດກົດລະບຽບຊາຍແດນແຫ່ງຊາດ, ເຫັນດີເປັນເອກະພາບຫຼາຍແຜນນະໂຍບາຍ, ມາດຕະການເພື່ອທັບມ້າງກົນອຸບາຍທຳລາຍຂອງບັນດາອິດທິກຳລັງປໍລະປັກ, ປະກອບສ່ວນຮັກສາຄວາມໝັ້ນຄົງດ້ານການເມືອງ, ສະພາບແວດລ້ອມແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.

ທ່ານ ຟ້າມງອັກແກ້ງ, ຮອງຫົວໜ້າຄະນະໂຄສະນາສຶກສາແຂວງເງະອານ ຖືວ່າ ຈາກການແຮກສ່ຽວດັ່ງກ່າວປະຊາຊົນສອງປະເທດມີຄວາມເຂົ້າອົກເຂົ້າໃຈກວ່າ, ພ້ອມກັນເພື່ອຈຸດປະສົງລວມແມ່ນນ້ຳໃຈມິດຕະພາບຂອງສອງປະເທດ. ກ່ອນການແຜ່ລະບາດຂອງພະຍາດໂຄວິດ-19, ແຂວງເງະອານ ໄດ້ຈັດຕັ້ງໜ່ວຍອາສາສະໝັກໄປສອນພາສາຫວຽດ, ກວດ ແລະປິ່ນປົວພະຍາດຢູ່ລາວ ແລະມີບັນດາຮູບແບບພັດທະນາເສດຖະກິດ. ຈາກພຶດຕິກຳຕົວຈິງດັ່ງກ່າວນັ້ນແນ່ນອນວ່າ ນ້ຳໃຈລະຫວ່າງປະຊາຊົນສອງປະເທດຈະຮັດແໜ້ນຂຶ້ນກວ່າເກົ່າ ແລະພ້ອມກັນມີຄວາມຮັບຜິດຊອບໃນການພັດທະນາ".

ໂດຍ: ແສງເດືອນ