ມື້ນີ້ (ວັນທີ 13 ພະຈິກ), ເລີ່ມຕົ້ນງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2
ກປ.ອອນໄລ - ມື້ນີ້ (ວັນທີ 13 ພະຈິກ), ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2 ໄດ້ເລີ່ມຕົ້ນຢ່າງເປັນທາງການ. ງານພົບປະແລກປ່ຽນຄັ້ງນີ້ ໄດ້ດຳເນີນໄປແຕ່ວັນທີ 13-14 ພະຈິກ ຢູ່ແຂວງໄຕນິງ, ຫວຽດນາມ ແລະແຂວງ Svay Rieng, ກໍາປູເຈຍ.
ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. ຄະນະຜູ້ແທນກໍາປູເຈຍ ນໍາໂດຍ ທ່ານພົນເອກ Tea Seiha, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກຳປູເຈຍ ເຂົ້າຮ່ວມງານພົບປະແລກປ່ຽນ.
    |
 |
|
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ຫງວຽນເຈື່ອງຖັ໊ງ ພ້ອມກັບບັນດາຜູ້ແທນກວດຜ່ານຢູ່ສະຖານທີ່ຈັດຕັ້ງການແຮກສ່ຽວກຸ່ມບ້ານຢູ່ສອງຟາກຊາຍແດນ (ບ້ານລອງເກື່ອງ, ຕາແສງລອງທ້ວນ). ພາບ: qdnd.vn |
ກ່ອນໜ້ານັ້ນ, ວັນທີ 12 ພະຈິກ, ຢູ່ແຂວງໄຕນິງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການກວດຜ່ານງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2. ເຂົ້າຮ່ວມການກວດຜ່ານມີບັນດາສະຫາຍກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ: ທ່ານພົນໂທ ຮວ່າງຊວນຈ໊ຽນ, ຄະນະປະຈໍາຄະນະພັກການທະຫານສູນກາງ; ທ່ານພົນໂທ ຫງວຽນເຈື່ອງຖັ໊ງ.
ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ຫງວຽນເຈື່ອງຖັ໊ງ ໄດ້ດຳເນີນການກວດຜ່ານບັນດາການເຄື່ອນໄຫວໃນຂອບເຂດງານພົບປະແລກປ່ຽນຢູ່ດ່ານຊາຍແດນສາກົນມົກບ່າຍ, ກິດຈະກຳເຂດເຄິ່ງກິນນອນໂຮງຮຽນປະຖົມສົມບູນເບັ໊ນເກົ່າ; ສະຖານທີ່ຈັດຕັ້ງການຝຶກຊ້ອມແພດທະຫານຮ່ວມ, ສະຖານທີ່ຈັດຕັ້ງການແຮກສ່ຽວກຸ່ມບ້ານ ຢູ່ ສອງຟາກຊາຍແດນ, ເຂດຈັດຕັ້ງການພົບປະສອງຝ່າຍ... ທ່ານພົນໂທ ຮວ່າງຊວນຈ໊ຽນ ແລະທ່ານພົນໂທ ຫງວຽນເຈື່ອງຖັ໊ງ ຊົມເຊີຍບັນດາອົງການ, ກົມກອງທີ່ກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ໄດ້ຕັ້ງໜ້າ, ເປັນເຈົ້າການຜັນຂະຫຍາຍວຽກງານກະກຽມ; ຂອບໃຈການປະສານສົມທົບຢ່າງແໜ້ນແຟ້ນຂອງບັນດາຄະນະ, ພະແນກ, ຂະແໜງການ, ທ້ອງຖິ່ນຂອງແຂວງໄຕນິງ; ສະແດງຄວາມເຊື່ອໝັ້ນວ່າ ດ້ວຍວຽກງານກະກຽມຢ່າງຮອບຄອບຖີ່ຖ້ວນ, ງານພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ-ກໍາປູເຈຍ ຄັ້ງທີ 2 ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນໂດຍກົງເຂົ້າໃນການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການຮ່ວມມື, ເປັນຕົ້ນແມ່ນລະຫວ່າງກຳລັງຄຸ້ມຄອງ, ປົກປັກຮັກສາຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ແລະປະຊາຊົນຢູ່ເຂດຊາຍແດນສອງປະເທດຢ່າງແທດຈິງ ແລະມີປະສິດທິຜົນ, ກໍ່ສ້າງເສັ້ນຊາຍແດນຫວຽດນາມ-ກໍາປູເຈຍ ແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາ.
ໂດຍ: ເຈິ່ນຮວ່ຽນ