ສືບຕໍ່ຍູ້ແຮງວຽກງານໂຄສະນາລະຫວ່າງກອງທັບສອງປະເທດ ຫວຽດນາມ-ລາວ
ກປ.ອອນໄລ - ຕອນເຊົ້າວັນທີ 12 ພະຈິກ, ທີ່ນະຄອນຫຼວງວຽງຈັນ, ລາວ, ຄະນະຜູ້ແທນກົມໂຄສະນາອົບຮົມກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນຕີ ຫງວຽນວັນດຶກ ຫົວໜ້າກົມໂຄສະນາອົບຮົມ, ໄດ້ເຂົ້າຢ້ຽມຂໍ່ານັບທ່ານພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ.
ທີ່ການຕ້ອນຮັບ, ທ່ານພົນຕີ ຫງວຽນວັນດຶກ ຊົມເຊີຍບັນດາຜົນງານອັນໃຫຍ່ຫຼວງ ເຊິ່ງພັກ, ລັດ, ກອງທັບ ແລະປະຊາຊົນລາວ ອ້າຍນ້ອງບັນລຸໄດ້ໃນໄລຍະຜ່ານມາ.
    |
 |
|
ບັນຍາກາດທີ່ການຕ້ອນຮັບ. ພາບ: ສໍານັກຂ່າວສານຫວຽດນາມ |
ທ່ານພົນຕີ ຫງວຽນວັນດຶກ ສະແດງວ່າ ໃນສະພາບການໂລກ ແລະພາກພື້ນມີການຜັນແປຫຼາຍຢ່າງ, ພ້ອມກັບກາລະໂອກາດ ແລະສິ່ງທ້າທາຍໃນທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນ, ບົນພື້ນຖານແຜນການຮ່ວມມືປີ 2025 ລະຫວ່າງສອງກະຊວງປ້ອງກັນປະເທດ ແລະສອງກົມໃຫຍ່ການເມືອງ, ກົມໂຄສະນາອົບຮົມສອງປະເທດ ຈະສືບຕໍ່ຍູ້ແຮງການຮ່ວມມືກ່ຽວກັບວຽກງານໂຄສະນາ, ສຶກສາອົບຮົມຄວາມໝາຍ ແລະຄວາມສໍາຄັນຂອງການເພີ່ມທະວີການພົວພັນທີ່ເປັນມູນເຊື້ອ, ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບໃນສະພາບການໃໝ່, ຕອບໂຕ້ກັບກົນອຸບາຍ, ເລ່ລ່ຽມຂອງອິດທິກໍາລັງປໍລະປັກ ຫວັງແບ່ງແຍກກຸ່ມກ້ອນສາມັກຄີ, ມິດຕະພາບແບບພິເສດລະຫວ່າງສອງປະເທດ.
ສ່ວນທ່ານພົນຕີ ວົງສອນ ອິນປານພິມ ຕີລາຄາສູງການຢ້ຽມຢາມ ແລະເຮັດວຽກຂອງຄະນະຜູ້ແທນກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ; ຢືນຢັນວ່າ ການຢ້ຽມຢາມປະກອບສ່ວນເພີ່ມພູນຄູນສ້າງ, ປັບປຸງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ, ສອງກອງທັບເວົ້າລວມ ກໍ່ຄືລະຫວ່າງສອງກົມໂຄສະນາອົບຮົມ, ກົມໃຫຍ່ການເມືອງກອງທັບປະຊາຊົນຂອງສອງປະເທດ ເວົ້າສະເພາະ ທີ່ນັບມື້ນັບຮັດແໜ້ນ ແລະພັດທະນາແບບຍືນຍົງ.
ເນື່ອງໃນໂອກາດນີ້, ໂດຍໄດ້ຮັບການມອບສິດຈາກນາຍົກລັດຖະມົນຕີລາວ, ທ່ານພົນຕີ ວົງສອນ ອິນປານພິມ ໄດ້ມອບຫຼຽນໄຊແຮງງານຊັ້ນ II ແລະຊັ້ນ III ຂອງພັກ, ລັດລາວ ໃຫ້ແກ່ພະນັກງານນາຍທະຫານຫວຽດນາມ ແລະບຸກຄົນທີ່ມີຜົນງານດີເດັ່ນໃນວຽກງານສໍາຫຼວດ, ອະນຸລັກຮັກສາເຂດປູຊະນີຍະສະຖານເສັ້ນທາງ 559-ເສັ້ນທາງໂຮ່ຈີມິນ ຢູ່ດິນແດນເບື້ອງລາວ.
ໂດຍ: ໄຊນີດາ