ທ້າຍປີ 2018, ຄຳໄຕ ໄຊຍະວົງ ຖືກສົ່ງມາຮຽນຢູ່ກອງ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ). ໃນໄລຍະມໍ່ໆມານີ້, ອ້າຍ ໄດ້ຕັ້ງໜ້າຮ່ຳຮຽນ, ໂດຍສະເພາະແມ່ນວິຊາພາສາຫວຽດ, ເປັນພື້ນຖານສຳລັບການຮຽນວິຊາອື່ນ. ໝາກຜົນ, ອ້າຍໄດ້ຮັບໃບຍ້ອງຍໍເປັນນັກຮຽນເກັ່ງ. ເດືອນສິງຫາ 2019, ຄຳໄຕ ໄຊຍະວົງ ພ້ອມກັບເພື່ອນຮ່ວມກົມກອງ ໄດ້ມາຮຽນຢູ່ໂຮງຮຽນນາຍທະຫານດັ໊ກກົງ. ໄດ້ຮັບການຊ່ວຍເຫຼືອຈາກຄູອາຈານ ແລະນັກສຶກສາຫວຽດ, ຄວາມສາມາດເວົ້າພາສາຫວຽດ  ແລະຮຽນວິຊາອື່ນຂອງອ້າຍ ນັບມື້ນັບໄດ້ຍົກສູງຂຶ້ນ. ຄຳໄຕ ໄຊຍະວົງ ຍາມໃດກໍ່ນຳໜ້າໃນຫ້ອງຮຽນ, ເປັນແບບຢ່າງໃນການເຄື່ອນໄຫວ, ເພື່ອນຮ່ວມກົມກອງມີຄວາມໄວ້ວາງໃຈ, ຮັກແພງ, ທາງໂຮງຮຽນໄດ້ຍ້ອງຍໍຊົມເຊີຍຫຼາຍເທື່ອ. ເມື່ອຖາມກ່ຽວກັບຄວາມໃຝ່ຝັນຂອງຕົນ, ສະຫາຍຮ້ອຍໂທ ຄຳໄຕ ໄຊຍະວົງ ແບ່ງປັນວ່າ "ກ່ອນທີ່ຈະມາຮຽນຢູ່ຫວຽດນາມ, ຂ້າພະເຈົ້າ ແມ່ນຄູສອນຢູ່ໂຮງຮຽນກອງທັບ. ຂ້າພະເຈົ້າ ຈະໝູນໃຊ້ຄວາມຮູ້ທີ່ໄດ້ຮ່ຳຮຽນຢູ່ຫວຽດນາມ ເພື່ອຖ່າຍທອດໃຫ້ນັກສຶກສາຢູ່ໂຮງຮຽນຂອງຕົນ. ຂ້າພະເຈົ້າ ຫວັງວ່າ ໃນໄລຍະຈະມາເຖິງຈະໄດ້ມາຮຽນ, ຍົກລະດັບຄວາມຮູ້ຢູ່ຫວຽດນາມ ຕື່ມອີກ".

leftcenterrightdel
ສະຫາຍຮ້ອຍໂທ ຄຳໄຕ ໄຊຍະວົງ (ຢູ່ນອກສຸດເບື້ອງຊ້າຍ) ໃນການດຳເນີນຊີວິດກັບເພື່ອນຮ່ວມກົມກອງ. ພາບ: ຮ່າທ້ຽນຮຸ່ງ.

ຄວາມໃຝ່ຝັນຂອງສະຫາຍຮ້ອຍໂທ ຄຳໄຕ ໄຊຍະວົງ ກໍ່ຄື ນັກຮຽນທະຫານລາວ ຄົນອື່ນໆ, ນັ້ນແມ່ນຈະນຳເອົາຄວາມຮູ້ທີ່ໄດ້ຮ່ຳຮຽນຢູ່ຫວຽດນາມ ໄປຮັບໃຊ້ປະເທດຂອງຕົນ, ໃນໄລຍະຈະມາເຖິງຈະໄດ້ກັບຄືນມາຮ່ຳຮຽນ, ຍົກສູງລະດັບຄວາມຮູ້ຢູ່ ຫວຽດນາມ. ຄວາມໃຝ່ຝັນທີ່ລຽບງ່າຍ, ແທດຈິງ, ສະແດງໃຫ້ເຫັນຈິດໃຈມັກຮຽນ, ມັກຄວາມກ້າວໜ້າຂອງນັກຮຽນທະຫານລາວ. ສິ່ງດັ່ງກ່າວກໍ່ສະແດງໃຫ້ເຫັນຈິດໃຈສາມັກຄີ, ອູ້ມຊູຊ່ວຍເຫຼືອເຊິ່ງກັນ ແລະກັນລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ຫວຽດນາມ-ລາວ ອ້າຍນ້ອງ.

ໂດຍ: ແສງເດືອນ