ນັກຂ່າວ: ສະຫາຍຈົ່ງໃຫ້ຮູ້ກ່ຽວກັບການເຂົ້າຮ່ວມຂອງ GAET ທີ່ງານວາງສະແດງຄັ້ງນີ້?
ສະຫາຍພັນເອກ ຟານຕ໊ຽນທໍ້: ການເຂົ້າຮ່ວມງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2022 ໂດຍກະຊວງປ້ອງກັນປະເທດຫວຽດນາມ ຈັດຕັ້ງເປັນຄັ້ງທຳອິດໃນລະຫວ່າງວັນທີ 8-12 ທັນວາ ຢູ່ຮ່າໂນ້ຍ, GAET ເອກອ້າງທະນົງໃຈທີ່ເປັນກົມກອງແຖວໜ້າທີ່ກະຊວງປ້ອງກັນປະເທດ ໄດ້ມອບໜ້າທ່ີປະຕິບັດພາລະບົດບາດການຄ້າໃຫ້ຄະນະຈັດຕັ້ງງານວາງສະແດງ. GAET ໄດ້ຢັ້ງຢືນບົດບາດເມື່ອສົມທົບກັນຢ່າງແໜ້ນແຟ້ນກັບຫຼາຍພາກສ່ວນເພື່ອຜັນຂະຫຍາຍບັນດາການເຄື່ອນໄຫວຂອງງານວາງສະແດງ.
    |
 |
ສະຫາຍພັນເອກ ຟານຕ໊ຽນທໍ້, ຜູ້ອຳນວຍການໃຫຍ່ GAET. ພາບ: ນາມລອງ. |
ຄຽງຂ້າງນັ້ນ, GAET ກໍ່ຈັດຮ້ານວາງສະແດງຂະໜາດໃຫຍ່ເພື່ອແນະນຳໃຫ້ລູກຄ້າພາຍໃນ ແລະຕ່າງປະເທດກ່ຽວກັບການຍູ້ແຮງການສົ່ງເສີມການຄ້າ. ຮ້ານວາງສະແດງຂອງ GAET ໄດ້ຈັດຢູ່ເຂດໃຈກາງດ້ວຍບັນດາຮູບພາບ 3D, ທີ່ມີສີສັນຂອງເຄື່ອງຮັບຮູ້ເຄື່ອງໝາຍການຄ້າ, ພ້ອມກັບບາງຮູບຈຳລອງ, ຜະລິດຕະພັນພົ້ນເດັ່ນສະແດງໃຫ້ເຫັນພາລະບົດບາດ, ຂະແໜງຫຼັກຂອງບໍລິສັດໃຫຍ່. ໃນນັ້ນ, ພວກຂ້າພະເຈົ້າໄດ້ວາງສະແດງຮູບຈຳລອງຂອງອາວຸດຍຸດໂທປະກອນ, ຄື: ເຮືອສະເພົາຝຶກແອບ, ລູກສອນໄຟ, ເຮືອບິນ ເພື່ອແນະນຳເຖິງພາລະໜ້າທີ່ຂອງບໍລິສັດໃຫຍ່ໃນການເປັນເສນາທິການຊື້ອາວຸດຍຸດໂທປະກອນຮັບໃຊ້ໃຫ້ກອງທັບຝຶກແອບ, ກຽມພ້ອມສູ້ຮົບ ແລະຜະລິດຜະລິດຕະພັນອຸດສາຫະກຳປ້ອງກັນຊາດ; ຖ່າຍທອດເຕັກໂນໂລຢີ, ສ້ອມແປງ, ບູລະນະ, ຍົກລະດັບອາວຸດຍຸດໂທປະກອນການທະຫານ; ການເຄື່ອນໄຫວສົ່ງອອກບັນດາຜະລິດຕະພັນອຸດສາຫະກຳປ້ອງກັນຊາດໂດຍຫວຽດນາມ ຜະລິດ.
ພາລະໜ້າທີ່ດຳເນີນທຸລະກິດດິນລະເບີດອຸດສາຫະກຳໂດຍບັນດາໂຮງງານຂຶ້ນກັບກົມໃຫຍ່ອຸດສາຫະກຳປ້ອງກັນຊາດຜະລິດ. ນັ້ນແມ່ນໝາກຜົນຂອງການຖ່າຍທອດເຕັກໂນໂລຢີຂອງຕ່າງປະເທດ ຫຼືໂດຍຫວຽດນາມ ອອກແບບເອງແຕ່ກໍ່ຮັບປະກັນໂດຍອຸດສາຫະກຳປ້ອງກັນຊາດຫວຽດນາມ ຜະລິດ ແລະປະດິດສ້າງ.
ນອກຈາກນັ້ນ, ບໍລິສັດໃຫຍ່ ກໍ່ຜັນຂະຫຍາຍລະບົບບັນຊາ 4.0, ເພື່ອແນໃສ່ແນະນຳຄວາມສາມາດປະມວນລະບົບບັນຊາຂອງບໍລິສັດໃຫຍ່.
ນັກຂ່າວ: ເມື່ອໄດ້ຮັບມອບໝາຍໜ້າທີ່ຮັບຜິດຊອບວຽກງານການຄ້າ, GAET ໄດ້ເຮັດຫຍັງແດ່ ເພື່ອປະກອບສ່ວນເຂົ້າຜົນສຳເລັດຂອງງານວາງສະແດງ, ຂໍຮຽນສະຫາຍ?
ສະຫາຍພັນເອກ ຟານຕ໊ຽນທໍ້: ດ້ວຍໜ້າທີ່ນີ້, GAET ໄດ້ຕັ້ງໜ້າ, ເປັນເຈົ້າການເຊີນ ແລະເຊັນສັນຍາໃຫ້ເຊົ່າຮ້ານວາງສະແດງກັບບັນດາຄູ່ຮ່ວມມື; ເຊັນສັນຍາອຸປະຖຳ, ຮ່ວມເດີນທາງພ້ອມກັບບັນດາວິສາຫະກິດພາຍໃນ ແລະຕ່າງປະເທດ; ແນະນຳ, ໜູນຊ່ວຍບັນດາຄູ່ຮ່ວມມືຕ່າງປະເທດປະຕິບັດລະບຽບການນຳເຂົ້າ-ສົ່ງອອກຊົ່ວຄາວ, ຂົນສົ່ງ, ເກັບມ້ຽນ, ເກັບຮັກສາເຄື່ອງວາງສະແດງກ່ອນ, ໃນ ແລະຫຼັງງານວາງສະແດງ; ສະໜອງບາງການບໍລິການຕອບສະໜອງຄວາມຕ້ອງການຂອງບັນດາກົມກອງສ້າງຮ້ານວາງສະແດງ, ວາງສະແດງທີ່ງານວາງສະແດງ.
ບັນດາໜ້າທີ່ຂອງບໍລິສັດໃຫຍ່ເຊິ່ງຄະນະຈັດຕັ້ງໄດ້ມອບໝາຍນັ້ນລ້ວນແຕ່ໄດ້ສຳເລັດຢ່າງທັນການ, ມີປະສິດທິຜົນ, ສະແດງໃຫ້ເຫັນຄວາມຮອບຄອບຖີ່ຖ້ວນ, ສົມກຽດຂອງຄະນະຈັດຕັ້ງທີ່ສະຫງວນໃຫ້ບັນດາກົມກອງ. ມາຮອດປະຈຸບັນ, ງານວາງສະແດງດຶງດູດການເຂົ້າຮ່ວມຂອງ 174 ກົມກອງວາງສະແດງ, ແນະນຳຜະລິດຕະພັນ, ທີ່ມາຈາກ 30 ປະເທດ; 5 ກົມກອງຮ່ວມເດີນທາງພ້ອມກັບງານວາງສະແດງ. GAET ກໍ່ໄດ້ສົມທົບກັບບັນດາອົງການກ່ຽວຂ້ອງຂອງກະຊວງປ້ອງກັນປະເທດ ແກ້ໄຂບັນດາລະບຽບການນຳເຂົ້າ-ສົ່ງອອກສິນຄ້າຊົ່ວຄາວ ເພື່ອຮັບໃຊ້ການວາງສະແດງຂອງກວ່າ 30 ຄູ່ຮ່ວມມື, ດ້ວຍສິນຄ້າທີ່ມີນ້ຳໜັກເກືອບ 10 ໂຕນ.
ນັກຂ່າວ: ສະເໜີສະຫາຍເວົ້າແຈ້ງກວ່າກ່ຽວກັບຄວາມໝາຍບັນດາຜະລິດຕະພັນຂອງ GAET ທີ່ໄດ້ແນະນໍາຢູ່ງານວາງສະແດງ?
ສະຫາຍພັນເອກ ຟານຕ໊ຽນທໍ້: ແມ່ນວິສາຫະກິດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, GAET ຍາມໃດກໍ່ກໍານົດໄດ້ບົດບາດ, ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ການເມືອງນັ້ນແມ່ນການສົ່ງອອກ, ນຳເຂົ້າວັດຖຸອຸປະກອນການທະຫານ, ສົ່ງເສີມການຄ້າການທະຫານ, ແນະນຳຜະລິດຕະພັນອຸດສາຫະກຳປ້ອງກັນຊາດອອກສູ່ຕະຫຼາດສາກົນ. ດ້ວຍຄວາມໝາຍຂອງງານວາງສະແດງກ່ຽວກັບການປ້ອງກັນຊາດ, ພວກຂ້າພະເຈົ້າໄດ້ພິຈາລະນາ, ຕີລາຄາຢ່າງລະອຽດເມື່ອເລືອກເອົາຜະລິດຕະພັນມາວາງສະແດງ. ບັນດາຜະລິດຕະພັນ, ຮູບຈຳລອງທີ່ວາງສະແດງໄດ້ສະແດງໃຫ້ເຫັນພາລະບົດບາດ, ຄວາມສາມາດຂອງບໍລິສັດໃຫຍ່ໃນການສະໜອງວັດຖຸອຸປະກອນເພື່ອແນໃສ່ຫັນກອງທັບເປັນທັນສະໄໝກໍ່ຄືຮັບໃຊ້ໃຫ້ການຜະລິດການປ້ອງກັນຊາດ ແລະພື້ນຖານເສດຖະກິດແຫ່ງຊາດ.
ໂດຍແມ່ນໜຶ່ງໃນບັນດາວິສາຫະກິດກອງທັບທີ່ນຳໜ້າໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດໃນໄລຍະເຊື່ອມໂຍງ, GAET ໄດ້ ແລະພວມເຊື່ອມໂຍງຢ່າງເລິກເຊິ່ງ, ມີການພົວພັນຮ່ວມມືກັບຫຼາຍຮ້ອຍຄູ່ຮ່ວມມືຢູ່ 50 ປະເທດໃນໂລກ. ເພາະສະນັ້ນ, ພວກຂ້າພະເຈົ້າໄດ້ເລືອກເອົາບັນດາຮູບຈຳລອງ ແລະຜະລິດຕະພັນນີ້ ເພື່ອແນະນຳ, ໂຄສະນາເຜີຍແຜ່ຄວາມສາມາດ, ການເຄື່ອນໄຫວຕົ້ນຕໍຂອງບໍລິສັດໃຫຍ່ເຖິງລູກຄ້າພາຍໃນ ແລະຕ່າງປະເທດຢູ່ງານວາງສະແດງ.
ອາດເວົ້າໄດ້ວ່າ, ໃນບໍ່ວ່າຂົງເຂດໃດກໍ່ຕາມແຕ່ GAET ກໍ່ສ້າງໄດ້ຄວາມໄວ້ເນື້ອເຊື່ອໃຈ, ຄວາມໄວ້ວາງໃຈຕໍ່ຄູ່ຮ່ວມມື. ເຄື່ອງໝາຍການຄ້າ GAET ນັບມື້ນັບຢັ້ງຢືນໄດ້ຖານະບົດບາດໃນເວທີສາກົນ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງຂະແໜງອຸດສາຫະກຳປ້ອງກັນຊາດຫວຽດນາມ, ກໍ່ຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງປະເທດ.
ນັກຂ່າວ: ຂໍຂອບໃຈ!
ໂດຍ: ສົມເພັດ