ນັກຂ່າວ: ການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະອົດສະຕາລີ ໃນໄລຍະຜ່ານມາ ບັນລຸໄດ້ບັນດາໝາກຜົນຄືແນວໃດ, ຂໍຮຽນທ່ານ?

ສະຫາຍພັນເອກ Paul Foura: ຫວຽດນາມ ແລະອົດສະຕາລີ ແມ່ນຄູ່ຮ່ວມມື, ເພື່ອນມິດສະໜິດສະໜົມຂອງກັນຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ພວກເຮົາມີການພົວພັນມິດຕະພາບຢ່າງແຮງ. ສອງປະເທດມີຈຸດທີ່ຄ້າຍຄືກັນກ່ຽວກັບຜົນປະໂຫຍດດ້ານຍຸດທະສາດ ແລະພ້ອມກັນແບ່ງປັນວິໄສທັດກ່ຽວກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ ກວມລວມ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ວັດທະນາຖາວອນ. ສອງປະເທດພ້ອມກັນຢູ່ພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ, ແບ່ງປັນກ່ຽວກັບຄວາມເອົາໃຈໃສ່ລວມຂອງພາກພື້ນ. ໃນສະພາບການດັ່ງກ່າວ, ການຮ່ວມມືດ້ານປ້ອງກັນຊາດຢ່າງແຮງແມ່ນເສົາຄ້ຳຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ.

leftcenterrightdel
ສະຫາຍພັນເອກ Paul Foura ຕອບສຳພາດຕໍ່ສື່ມວນຊົນ. ພາບ: ອານງວຽນ.

ພວກຂ້າພະເຈົ້າມີຄວາມພາກພູມໃຈທີ່ສຸດທີ່ສອງປະເທດໄດ້ກໍ່ສ້າງການພົວພັນປ້ອງກັນຊາດຢ່າງແທດຈິງໃນຕະຫຼອດ 20 ປີ ຜ່ານມາ. ການພົວພັນນີ້ແມ່ນເລີ່ມມາຈາກຂົງເຂດການສຶກສາ-ກໍ່ສ້າງ, ທຳອິດແມ່ນການສິດສອນພາສາອັງກິດຢູ່ກອງ 871 (ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ) ໃຫ້ນັກສຳມະນາກອນຈຳນວນໜ້ອຍ ທີ່ແມ່ນພົນທະຫານຫວຽດນາມ ຕໍ່ຈາກນັ້ນ, ໄລ່ສະເພາະໃນປີນີ້, ຈຳນວນນັກສຳມະນາກອນ ຈະແມ່ນກວ່າ 300 ຄົນທີ່ເຂົ້າຮ່ວມບັນດາລາຍການສິດສອນພາສາອັງກິດ ຂອງພວກຂ້າພະເຈົ້າຢູ່ນະຄອນຫຼວງຮ່າໂນ້ຍ ແລະນະຄອນຍາຈາງ. ການພົວພັນດ້ານປ້ອງກັນຊາດດ້ວຍຈຸດເລີ່ມຕົ້ນທຳອິດແມ່ນຂົງເຂດການສຶກສາ-ກໍ່ສ້າງ ຂະໜາດນ້ອຍ ແຕ່ວ່າມາໃນປະຈຸບັນແມ່ນນັບມື້ນັບເປີດກວ້າງໄປສູ່ຫຼາຍຂົງເຂດ, ຄື: ການເຈລະຈາຍຸດທະສາດ, ການພົບປະຂັ້ນສູງ ຫຼືວ່າການແລກປ່ຽນໃນບັນດາຂົງເຂດທີ່ສາມາດນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ທັງສອງຝ່າຍ, ໃນນັ້ນ, ໃນໄລຍະມໍ່ໆມານີ້ແມ່ນຂົງເຂດຮັກສາສັນຕິພາບສະຫະປະຊາຊາດ. ຂ້າພະເຈົ້າຕ້ອງຢັ້ງຢືນວ່າ ຂົງເຂດຮັກສາສັນຕິພາບສະຫະປະຊາຊາດ ແມ່ນຈຸດພົ້ນເດັ່ນແທ້ຈິງໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ.

ນັກຂ່າວ: ຄືທ່ານໄດ້ຢັ້ງຢືນມານັ້ນ, ຂົງເຂດຮັກສາສັນຕິພາບສະຫະປະຊາຊາດ ແມ່ນຈຸດພົ້ນເດັ່ນແທ້ຈິງໃນການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີ. ທ່ານ ສາມາດແບ່ງປັນສິ່ງດັ່ງກ່າວໃຫ້ລະອຽດກວ່າໄດ້ບໍ?

ສະຫາຍພັນເອກ Paul Foura: ອົດສະຕາລີ ມີຄວາມພາກພູມໃຈຍ້ອນວ່າໄດ້ຮ່ວມມືນັບແຕ່ຫວຽດນາມ ເລີ່ມເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບສະຫະປະຊາຊາດ,  ທຳອິດແມ່ນບັນດາຊຸດສອນພາສາອັງກິດເພື່ອໜູນຊ່ວຍພົນທະຫານຫວຽດນາມ ທີ່ໄດ້ຜັນຂະຫຍາຍຕາມຮູບການສ່ວນບຸກຄົນໄປຍັງຄະນະປະຕິບັດງານຮັກສາສັນຕິພາບ ສະຫະປະຊາຊາດ ຢູ່ຊູດັງໃຕ້ (UNMISS) ໃນປີ 2014 ແລະບັນດາຊຸດຮຽນນີ້ຍັງໄດ້ຈັດຕັ້ງຈົນມາຮອດປະຈຸບັນ. ພ້ອມກັນນັ້ນແມ່ນອົດສະຕາລີ ສະໜອງວັດຖຸອຸປະກອນສຳຄັນທີ່ໄດ້ນຳໃຊ້ເຂົ້າໃນການຝຶກແອບ ແລະກໍລະນີຕ່າງໆ, ບັນດາວັດຖຸອຸປະກອນຮັບໃຊ້ໃຫ້ພົນທະຫານຫວຽດນາມ ໃນການປະຕິບັດໜ້າທີ່ຢູ່ບັນດາຄະນະປະຕິບັດງານຂອງ ສະຫະປະຊາຊາດ. ນອກຈາກນັ້ນຍັງມີການແລກປ່ຽນບົດຮຽນ, ທັກສະຕ່າງໆ.

leftcenterrightdel
ພະນັກງານ, ແພດໝໍໂຮງໝໍກາງສະໜາມ ຂັ້ນ 2 ເລກ 4 ຂອງຫວຽດນາມ ຂຶ້ນເຮືອບິນ C-17. ພາບ: ຕ໊ວນຮຸຍ.

ສິ່ງທີ່ເປັນໜ້າທີ່ເອົາໃຈໃສ່ນັ້ນແມ່ນ ອົດສະຕາລີ ໄດ້ລະດົມເຮືອບິນຂົນສົ່ງການທະຫານ C-17 ໜູນຊ່ວຍຫວຽດນາມ ຂົນສົ່ງພົນທະຫານ ແລະວັດຖຸອຸປະກອນໃນ 4 ຄັ້ງທີ່ຜັນຂະຫຍາຍໂຮງໝໍກາງສະໜາມ ຂັ້ນ 2 ໄປຍັງ UNMISS ແລະມີແຜນການສືບຕໍ່ໜູນຊ່ວຍໃນ ຄັ້ງທີ 5 ໃນປີ 2023. ຮູບພາບກຳລັງຮັກສາສັນຕິພາບສະຫະປະຊາຊາດຂອງຫວຽດນາມ ຂຶ້ນເຮືອບິນ C-17 ແມ່ນສັນຍາລັກແຫ່ງການພົວພັນຮ່ວມມືທີ່ສະໜິດຕິດພັນ ແລະນັບມື້ນັບພັດທະນາລະຫວ່າງສອງປະເທດພວກເຮົາ. ເພີ່ມທະວີການຮ່ວມມືກັບຫວຽດນາມ ກ່ຽວກັບການຮັກສາສັນຕິພາບສະຫະປະຊາຊາດແມ່ນບູລິມະສິດຂອງພວກຂ້າພະເຈົ້າເພື່ອແນໃສ່ໜູນຊ່ວຍພວກເພື່ອນໃຫ້ມີການເຂົ້າຮ່ວມຂົງເຂດນີ້ນັບມື້ນັບຕັ້ງໜ້າກວ່າອີກ.

ນັກຂ່າວ: ຕາມທ່ານແລ້ວ, ແງ່ຫວັງການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ອົດສະຕາລີ ໃນໄລຍະຈະມາເຖິງຈະມີຄືແນວໃດ?

ສະຫາຍພັນເອກ Paul Foura: ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນຢ່າງແຮງເຂົ້າໃນການເປີດກວ້າງການພົວພັນສອງຝ່າຍເວົ້າລວມ.  ຕົວຢ່າງທີ່ພົ້ນເດັ່ນນັ້ນແມ່ນເມື່ອພະຍາດໂຄວິດ-19 ແຜ່ລະບາດ, ພວກເຮົາໄດ້ມີການຮ່ວມມືຢ່າງມີໄຫວພິບ, ຮ່ວມກັນແບ່ງປັນບົດຮຽນໃນການຮັບມືກັບພະຍາດໂຄວິດ-19. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນລະດັບຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງຝ່າຍ. ປະຈຸບັນ, ເມື່ອການພົວພັນສອງຝ່າຍນັບມື້ນັບ ພັດທະນາ, ພວກເຮົາໄດ້ຫັນປ່ຽນໄປສູ່ຂົງເຂດຮ່ວມມືທີ່ນຳມາເຊິ່ງຜົນປະໂຫຍດລວມໃຫຍ່ຫຼວງກວ່າເກົ່າມາໃຫ້ທັງສອງຝ່າຍເປັນຕົ້ນແມ່ນຄວາມໝັ້ນຄົງທາງທະເລ, ແບ່ງປັນຂໍ້ມູນຂ່າວສານ. ຕົວຢ່າງອື່ນອີກແມ່ນງານວາງສະແດງປ້ອງກັນຊາດສາກົນຫວຽດນາມ 2022 ໃນເດືອນທັນວາ ຈະມາເຖິງພວກເຮົາສາມາດເປີດກວ້າງກາລະໂອກາດຮ່ວມມືດ້ານອຸດສາຫະກຳປ້ອງກັນຊາດລະຫວ່າງອົດສະຕາລີ ແລະຫວຽດນາມ. ເພາະສະນັ້ນ, ສິ່ງທີ່ກ່າວມານີ້ພວກເຮົາຕ້ອງສືບຕໍ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດໃຫ້ເໝາະສົມກັບການພົວພັນຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ