leftcenterrightdel
ທ່ານພົນເອກ ຟານວັນຢາງ ນໍາໜ້າຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ (ADMM) ຄັ້ງທີ 16. ພາບ: qdnd.vn

ຄະນະຜູ້ແທນການທະຫານຂັ້ນສູງຫວຽດນາມ ເຂົ້າຮ່ວມ ADMM ວົງແຄບ, ADMM+ ຄັ້ງທີ 9 ພ້ອມກັບບັນດາການພົບປະບໍ່ເປັນທາງການລັດຖະມົນຕີປ້ອງກັນປະເທດອາຊຽນ-ສະຫະລັດ ອາເມລິກາ ແລະອາຊຽນ-ອິນເດຍ ເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຂອງຫວຽດນາມ ແມ່ນສະມາຊິກທີ່ເປັນເຈົ້າການ, ຕັ້ງໜ້າ, ມີຄວາມຮັບຜິດຊອບໃນການຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດອາຊຽນ ກໍ່ຄືການຮ່ວມມືດ້ານປ້ອງກັນຊາດລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ສະແດງໃຫ້ເຫັນການສະໜັບສະໜູນສູງຂອງຫວຽດນາມ ຕໍ່ກັບກໍາປູເຈຍ ໃນບົດບາດເປັນປະທານ ADMM/ADMM+ ໃນປີ 2022, ພ້ອມທັງສະແດງໃຫ້ເຫັນເຈດຕະນາດີຂອງຫວຽດນາມ ກັບບັນດາຄູ່ຮ່ວມມືສະຫະລັດ ອາເມລິກາ ແລະອິນເດຍ, ຜ່ານນັ້ນປະກອບສ່ວນຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ-ສະຫະລັດ ອາເມລິກາ ແລະ ຫວຽດນາມ-ອິນເດຍ. ບັນດາການພົບປະສອງຝ່າຍຢູ່ນອກເຫດການ ຄັ້ງນີ້ກໍ່ແມ່ນກາລະໂອກາດເພື່ອປະກອບສ່ວນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດເວົ້າສະເພາະ ແລະການພົວພັນມິດຕະພາບເວົ້າລວມລະຫວ່າງຫວຽດນາມ ກັບບັນດາຄູ່ຮ່ວມມື.

ໂດຍ: ຈາງຫງວຽນ