ທີ່ການຕ້ອນຮັບ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາຂອງພົນເອກ Narongpan Jittkaewtae, ທະຫານບົກແຫ່ງລາຊະອານາຈັກໄທ ຈະສືບຕໍ່ພັດທະນາຢ່າງແຮງ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນເວົ້າລວມ ແລະການພົວພັນຮ່ວມມືລະຫວ່າງສອງປະເທດ, ສອງກອງທັບ ຫວຽດນາມ-ໄທ ເວົ້າສະເພາະ.

leftcenterrightdel

ທ່ານພົນໂທ ຮວ່າງຊວນຈ໊ຽນ ແລກປ່ຽນກັບທ່ານພົນເອກ Narongpan Jittkaewtae. ພາບ: qdnd.vn

ສ່ວນທ່ານພົນເອກ Narongpan Jittkaewtae ກໍ່ແຈ້ງໃຫ້ທ່ານພົນໂທ ຮວ່າງຊວນຈ໊ຽນ ຮັບຊາບກ່ຽວກັບໝາກຜົນການເຈລະຈາກ່ອນໜ້ານັ້ນໃນວັນດຽວກັນກັບທ່ານພົນຕີ ຫງວຽນວັນເຫງັຍ, ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ.

ຕີລາຄາສູງຕໍ່ໝາກຜົນການເຈລະຈາ, ທ່ານພົນໂທ ຮວ່າງຊວນຈ໊ຽນ ສະແດງໃຫ້ເຫັນການສະໜັບສະໜູນຕໍ່ບັນດາເນື້ອໃນ, ທິດທາງການຮ່ວມມືເຊິ່ງສອງຝ່າຍໄດ້ເຫັນດີເປັນເອກະພາບ.

ກ່ອນໜ້ານັ້ນ, ໃນຕອນບ່າຍວັນດຽວກັນ, ທີ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນຕີ ຫງວຽນວັນເຫງັຍ ໄດ້ມີການພົບປະເຈລະຈາກັບທ່ານ ພົນເອກ Narongpan Jittkaewtae. ທີ່ການພົບປະເຈລະຈາ, ສອງຝ່າຍ ຕີລາຄາວ່າ, ໃນໄລຍະຜ່ານມາ, ການພົວພັນຮ່ວມມືດ້ານການທະຫານ, ການປ້ອງກັນຊາດສອງຝ່າຍ ໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ແລະບັນລຸໄດ້ໝາກຜົນຢ່າງຕັ້ງໜ້າໃນຂົງເຂດຕ່າງໆ, ຄື: ການແລກປ່ຽນຄະນະຜູ້ແທນ, ຮັກສາປະສິດທິຜົນຂອງບັນດາກົນໄກເຈລະຈາ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການ; ສົມທົບກັນ, ສະໜັບສະໜູນ ເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສຫຼາຍຝ່າຍໂດຍອາຊຽນຊັກຈູງ... ສອງທ່ານກໍ່ເຫັນດີເປັນເອກະພາບຕໍ່ບາງຈຸດສຸມຂອງການຮ່ວມມື, ຄື: ເພີ່ມທະວີ, ປັບປຸງຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະກັນ ຜ່ານການຮັກສາການແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນການຕີລາຄາສະພາບການ, ສືບຕໍ່ຜັນຂະຫຍາຍການແລກປ່ຽນຄະນະຜູ້ແທນຂັ້ນຕ່າງໆ, ການບໍາລຸງສ້າງພະນັກງານ, ການພົບປະແລກປ່ຽນນາຍທະຫານ; ເປີດກ້ວາງການຮ່ວມມືໃນຂົງເຂດຄວາມໝັ້ນຄົງແບບໃໝ່ ຄື ການຊອກຫາກູ້ໄພກູ້ຊີບ, ການແພດທະຫານ, ວຽກງານຄຸ້ມຄອງຊາຍແດນ, ປ້ອງກັນ, ຕ້ານອາດຊະຍາກໍາຂ້າມຊາດ, ຕ້ານການກໍ່ການຮ້າຍ...

ໂດຍ: ທູຈາງ