leftcenterrightdel
ຜູ້ແທນພາຍໃນປະເທດ ແລະສາກົນ ພ້ອມກັບສໍາມະນາກອນທີ່ພິທີໄຂຊຸດຝຶກແອບ. ພາບ: ແຄ໊ງເງິນ.

ໃນໄລຍະ 3 ອາທິດ, ຊຸດຝຶກແອບດັ່ງກ່າວໄດ້ປະກອບຄວາມຮູ້ພື້ນຖານກ່ຽວກັບການເຄື່ອນໄຫວຮັກສາສັນຕິພາບ ສປຊ, ວິທີ ແລະທັກສະວິຊາການກ່ຽວກັບໜ້າທີ່ຂອງຜູ້ສັງເກດການທະຫານໃຫ້ແກ່ສໍາມະນາກອນ 6 ຄົນທີ່ມາຈາກ ມົງໂກນ, ເນປານ, ສີລັງກາ ແລະສໍາມະນາກອນຫວຽດນາມ 22 ຄົນທີ່ມາຈາກບັນດາອົງການ, ກົມກອງຂອງກະຊວງປ້ອງກັນປະເທດຫວຽດນາມ, ຄື: ກອງບັນຊາການທະຫານຊາຍແດນ, ກອງບັນຊາການຕໍາຫຼວດທະເລ, ກອງບັນຊາການ 86, ເຫຼົ່າຮົບສື່ສານ, ເຫຼົ່າຮົບຊ່າງແສງ, ເຫຼົ່າຮົບດັກກົງ, ວິທະຍາຄານການແພດ, ກົມຮັກສາສັນຕິພາບຫວຽດນາມ. ຄຽງຂ້າງເນື້ອໃນທິດສະດີ, ບັນດາສໍາມະນາກອນ ຈະປະຕິບັດທັກສະຂອງຜູ້ສັງເກດການທະຫານ ສປຊ ຜ່ານການແກ້ໄຂສະຖານະການຢູ່ກັບທີ່, ກໍ່ຄືຝຶກຊ້ອມສັງລວມຕາມແຜນທີ່ນຳໃຊ້ຢ່າງກວ້າງຂວາງໃນຊຸດຝຶກແອບລົງເລິກກ່ຽວກັບການຮັກສາສັນຕິພາບ ສປຊ.

ນອກຈາກນັ້ນ, ຊຸດຝຶກແອບ ຍັງປະກອບສ່ວນຖອດຖອນບົດຮຽນ, ຍົກສູງກໍາລັງຄວາມສາມາດດ້ານວິຊາສະເພາະໃນການຈັດຕັ້ງຊຸດຝຶກແອບລົງເລິກສາກົນ, ພັດທະນາຖັນແຖວຄູອາຈານກ່ຽວກັບການຮັກສາສັນຕິພາບ ສປຊ, ຜ່ານນັ້ນແນໃສ່ຫັນເປົ້າໝາຍກໍ່ສ້າງພື້ນຖານຝຶກແອບໜ້າທີ່ຮັກສາສັນຕິພາບ ສປຊ ຂອງຫວຽດນາມ ບັນລຸມາດຕະຖານພາກພື້ນ ແລະສາກົນ, ທີ່ກຳລັງຄວາມສາມາດຢ່າງພຽງພໍເພື່ອຈັດຕັ້ງຊຸດຝຶກແອບລົງເລິກທີ່ໄດ້ຮັບການຮັບຮອງຈາກ ສປຊ.

ໂດຍ: ເຈິ່ນຮວ່ຽນ