ຄວາມໝາຍທີ່ເປັນສັນຍາລັກ

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ແມ່ນໜຶ່ງໃນບັນດາການເຄື່ອນໄຫວດ້ວຍຂອບຂະໜາດໃຫຍ່, ມີຄວາມໝາຍເປັນສັນຍາລັກ. ຕັ້ງແຕ່ຮຸ່ງເຊົ້າ, ບັນຍາກາດຄຶກຄື້ນມ່ວນຊື່ນ, ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບຢູ່ດ່ານສາກົນຮວາລື ແລະ Trapeang Sre. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ແລະຄະນະຜູ້ແທນກໍາປູເຈຍ ນໍາໂດຍທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນຢູ່ເມືອງ Snuol ແລະເມືອງລົກນີງ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ໄປຢ້ຽມຢາມໂຮງຮຽນປະຖົມສຶກສາ Hun Sen 2 Thnou. ພາບ: ຊວນເກື່ອງ.
leftcenterrightdel
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ  ຕ້ອນຮັບທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ມາເຂົ້າຮ່ວມບັນດາກິດຈະກໍາເຄື່ອນໄຫວໃນຂອບເຂດການພົບປະແລກປ່ຽນ ທີ່ເມືອງລົກນີງ. ພາບ: ຊວນເກື່ອງ.
leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ປູກຕົ້ນໄມ້ມິດຕະພາບ ທີ່ດ່ານສາກົນຮວາລື. ພາບ: ຊວນເກ່ືອງ.

ໃນຊຸມປີຜ່ານມາ, ພ້ອມກັບການເພີ່ມທະວີ ແລະປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືຢ່າງບໍ່ຢຸດຢັ້ງ, ຫວຽດນາມ ແລະກໍາປູເຈຍ ຍາມໃດກໍ່ຢັ້ງຢືນເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ ເພາະວ່າຊາຍແດນ, ດິນແດນ ຍາມໃດກໍ່ແມ່ນບັນຫາສັກກາລະບູຊາສຳລັບແຕ່ລະປະເທດ, ຊົນຊາດ. ໃນຂະນະນັ້ນ, ການຮັບປະກັນຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະຄວາມປອດໄພທາງສັງຄົມຢູ່ເຂດຊາຍແດນ, ອໍານວຍຄວາມສະດວກໃຫ້ການພັດທະນາການພົບປະແລກປ່ຽນທຸກດ້ານລະຫວ່າງອໍານາດການປົກຄອງ ແລະປະຊາຊົນຢູ່ສອງຝາກຊາຍແດນ ກໍແມ່ນເພື່ອຜົນປະໂຫຍດ ແລະຄວາມຈະເລີນຮຸ່ງເຮືອງຂອງສອງປະເທດຫວຽດນາມ-ກໍາປູເຈຍ ເວົ້າລວມ. ດ້ວຍເນື້ອໃນຈິດໃຈຄືດັ່ງນັ້ນ, ເລື່ອງທ່ານລັດຖະມົນຕີ ຟານວັນຢາງ ແລະທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ດໍາເນີນພິທີເຄົາລົບຫຼັກໝາຍຊາຍແດນ, ປູກຕົ້ນໄມ້ມິດຕະພາບ ແລະເປັນສັກຂີພິຍານການລາດຕະເວນຮ່ວມຂອງກໍາລັງປົກປັກຮັກສາຊາຍແດນຂອງສອງປະເທດ ອີກເທື່ອໜຶ່ງປະກອບສ່ວນຍົກສູງສະຕິຄວາມຮັບຜິດຊອບຂອງປະຊາຊົນທຸກຊັ້ນວັນນະ ຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນທາງບົກຫວຽດນາມ-ກໍາປູເຈຍ ສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ.

ປັດໄຈເປັນຕາຍ ສຳລັບຊາຕາກໍາຂອງສອງປະເທດ

ໃນວິວັດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ສອງປະເທດ ຍາມໃດກໍ່ຄຽງບ່າຄຽງໄຫຼ່ກັນ. “ປັດຈຸບັນ, ຄົນຮຸ່ນໜຸ່ມສອງປະເທດ ໂຊກດີທີ່ໄດ້ກໍາເນີດ  ແລະເຕີບໃຫຍ່ໃນເມື່ອສອງປະເທດໄດ້ຮັບການປົດປ່ອຍຢ່າງສົມບູນ, ໄດ້ດໍາລົງຊີວິດໃນສັນຕິພາບ, ເອກະລາດ, ໄດ້ຮໍ່າຮຽນ ແລະຝຶກຝົນຫຼໍ່ຫຼອມ, ອຸທິດສ່ວນ ແລະເຕີບໃຫຍ່ຂະຫຍາຍຕົວ. ພວກຫຼານນັກຮຽນ ຈະແມ່ນເຈົ້າຂອງປະເທດຊາດ ໃນອະນາຄົດ. ຫວັງວ່າພວກຫຼານ ຈະພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ຍາດໄດ້ຜົນງານຫຼາຍຢ່າງ, ສູ້ຊົນເພື່ອອະນາຄົດຂອງປະເທດກໍາປູເຈຍ ທີ່ສວຍງາມ ແລະພ້ອມກັບຄົນຮຸ່ນໜຸ່ມຂອງຫວຽດນາມ ເພີ່ມພູນຄູນສ້າງ, ເສີມຂະຫຍາຍມູນເຊື້ອສາມັກຄີສະໜິດຕິດພັນລະຫວ່າງຫວຽດນາມ-ກໍາປູເຈຍ”, ທ່ານພົນເອກ ຟານວັນຢາງ  ກ່າວຄໍາເຫັນຄືດັ່ງກ່າວ ເມື່ອພ້ອມກັບທ່ານ Samdech Pichey Sena Tea Banh ແລະຄະນະຜູ້ແທນສອງປະເທດ ລົງຢ້ຽມຢາມໂຮງຮຽນປະຖົມສຶກສາ Hun Sen 2 Thnou ຢູ່ເມືອງ Snuol.

leftcenterrightdel
ທ່ານພົນເອກ ຟານວັນຢາງ ແລະທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ ພ້ອມດ້ວຍຄະນະຜູ້ແທນສອງປະເທດ ໄປຢ້ຽມຢາມໂຮງຮຽນປະຖົມສຶກສາ ລົກເຕິ໊ນ A. ພາບ: ຊວນເກື່ອງ.

ກ່າວປາໄສເມື່ອພ້ອມກັບທ່ານພົນເອກ ຟານວັນຢາງ ແລະຄະນະຜູ້ແທນສອງປະເທດ ລົງຢ້ຽມຢາມໂຮງຮຽນປະຖົມສຶກສາລົກເຕິ໊ນ A ຢູ່ເມືອງລົກນີງ, ທ່ານ Samdech Pichey Sena Tea Banh ຖືວ່າ: “ນີ້ແມ່ນປັດໄຈສໍາຄັນເພື່ອອະນາຄົດຂອງພວກຫຼານນັກຮຽນ. ໃນໂອກາດນີ້, ລຸງ ຢາກຕັກເຕືອນພວກຫຼານວ່າ ປັດຈຸບັນ, ຊາວໜຸ່ມສອງປະເທດໂຊກດີທີ່ໄດ້ກໍາເນີດ ໃນສະໄໝສອງປະເທດມີສັນຕິພາບ, ພັດທະນາ ແລະນໍາມາເຊິ່ງກາລະໂອກາດຫຼາຍຢ່າງໃຫ້ພວກຫຼານ ທີ່ໄດ້ຮໍ່າຮຽນຢູ່ພາຍໃນ ແລະຕ່າງປະເທດ . ພວກຫຼານຄວນພະຍາຍາມຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ ເພື່ອບັນລຸໄດ້ຜົນງານສູງ, ຕອບແທນບຸນຄຸນຂອງຄູອາຈານ ເພາະວ່າພວກຫຼານແມ່ນອະນາຄົດຂອງປະເທດ. ຄຽງຂ້າງນັ້ນ, ພວກຫຼານ ຄວນສາມັກຄີກັບເຍົາວະຊົນກໍາປູເຈຍ ເພື່ອປົກປ້ອງ, ຮັກສານໍ້າໃຈສາມັກຄີທີ່ເປັນມູນເຊື້ອລະຫວ່າງສອງປະເທດຫວຽດນາມ-ກໍາປູເຈຍ ໃຫ້ນັບມື້ນັບໝັ້ນແກ່ນ”.

ເສົາຄໍ້າສໍາຄັນຂອງສາຍພົວພັນຫວຽດນາມ-ກໍາປູເຈຍ

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1 ແມ່ນກາລະໂອກາດເພື່ອໃຫ້ການນໍາກະຊວງປ້ອງກັນປະເທດສອງປະເທດ ພົບປະ, ແລກປ່ຽນບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ແລກປ່ຽນ ແລະເຫັນດີເປັນເອກະພາບບັນດາທິດທາງໃຫຍ່ໃນການຮ່ວມມື, ສ້າງກໍາລັງໜູນຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ທີ່ການພົບປະເຈລະຈາ ເຊິ່ງດໍາເນີນ ຢູ່ເມືອງລົກນີງ, ທ່ານພົນເອກ ຟານວັນຢາງ ແລະທ່ານ Samdech Pichey Sena Tea Banh ຕີລາຄາວ່າ, ໃນໄລຍະຜ່ານມາ, ສາຍພົວພັນລະຫວ່າງຫວຽດນາມ-ກໍາປູເຈຍ ເວົ້າລວມ, ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍເວົ້າສະເພາະ ຍັງຢູ່ໃນທ່າພັດທະນາທີ່ດີງາມ. ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມື ທີ່ໄດ້ເຫັນດີເປັນເອກະພາບໃນການພົບປະເຈລະຈາລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດສອງທ່ານ ທີ່ນະຄອນຫຼວງພະນົມເປັນ ໃນເດືອນທັນວາ ປີ 2021. ບັນດາການເຄື່ອນໄຫວແລກປ່ຽນຂໍ້ມູນຂ່າວສານ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ເຂດຊາຍແດນ, ການໜູນຊ່ວຍເຊິ່ງກັນ ແລະກັນໃນວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19, ການຮ່ວມມືກໍ່ສ້າງລະຫວ່າງສອງຝ່າຍ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະກັນ, ຊຸກຍູ້ສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງປະຊາຊົນ ແລະກອງທັບສອງປະເທດ.

leftcenterrightdel
ທ່ານພົນເອກ ຟານວັນຢາງ ມອບຂອງຂວັນທີ່ລະນຶກໃຫ້ທ່ານ Samdech Pichey Sena Tea Banh ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາບ: ຊວນເກື່ອງ.

ກ່ຽວກັບທິດທາງຮ່ວມມືໃນໄລຍະຈະມາເຖິງ, ສອງຝ່າຍເຫັນດີເປັນເອກະສັນ ສຸມໃສ່ເພີ່ມທະວີວຽກງານຊີ້ນໍາໆພາການສົມທົບກັນຜັນຂະຫຍາຍເນື້ອໃນຮ່ວມມືທີ່ໄດ້ເຫັນດີເປັນເອກະພາບນຳກັນໃນອະນຸສັນຍາວ່າດ້ວຍການຮ່ວມມືດ້ານປ້ອງກັນຊາດ ໄລຍະ 5 ປີ, ແຜນການຮ່ວມມືປະຈໍາປີ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ກອງປະຊຸມປຶກສາຫາລືນະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ;  ການຮ່ວມມືລະຫວ່າງທະຫານເຂດ, ເຫຼົ່າທັບ, ເຫຼົ່າຮົບຕ່າງໆ, ທະຫານຊາຍແດນ; ການຮ່ວມມືກ່ຽວກັບວຽກງານໂຄສະນາ, ສຶກສາອົບຮົມດ້ານການເມືອງ; ສະໜັບສະໜູນເຊິ່ງກັນ ແລະກັນທີ່ບັນດາເວທີປາໄສຫຼາຍຝ່າຍຢູ່ພາກພື້ນ ແລະສາກົນ...

ອາດເວົ້າໄດ້ວ່າ, ໃນຕະຫຼອດໄລຍະປະຫວັດສາດກວ່າເຄິ່ງສະຕະວັດ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກ, ການທົດສອບ, ສິ່ງທ້າທາຍ, ການຜັນແປຫຼາຍຢ່າງ, ແຕ່ສາຍພົວພັນທີ່ເປັນມູນເຊື້ອລະຫວ່າງຫວຽດນາມ-ກໍປູເຈຍ ໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງ, ແມ່ນຊັບສົມບັດອັນລໍ້າຄ່າ, ສັກກາລະບູຊາຂອງສອງຊາດ. ຜົນສໍາເລັດຂອງການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີ 1  ສືບຕໍ່ສະແດງໃຫ້ເຫັນອາລົມຈິດຄວາມສະໜິດຕິດພັນທີ່ເລິກເຊິ່ງລະຫວ່າງສອງຊາດ ໄດ້ຮັບການຮັກສາໄວ້ ແລະນັບມື້ນັບສະໜິດແໜ້ນ.

ໂດຍ: ທູຈາງ