ທ່ານ Chay Navuth ເອກອັກຄະລັດຖະທູດກຳປູເຈຍ ປະຈຳ ຫວຽດນາມ ໄດ້ຢັ້ງຢືນຄືແນວນັ້ນໃນການແລກປ່ຽນກັບນັກຂ່າວກອງທັບ ກ່ອນການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີໜຶ່ງ ເຊິ່ງຈະດໍາເນີນໃນໄລຍະຈະມາເຖິງ.

leftcenterrightdel
ທ່ານພົນໂທ ຮວ່າງຊວນຈ໊ຽນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດກຳປູເຈຍ ປະຈຳ ຫວຽດນາມ ຢູ່ສໍານັກງານກະຊວງປ້ອງກັນປະເທດ, ໃນວັນທີ 21 ທັນວາ 2020. ພາບ: ວີງອານ.

ຫວຽດນາມ ແລະກໍາປູເຈຍ ແມ່ນສອງປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ, ມີສາຍພົວພັນມິດຕະພາບທີ່ມີມາແຕ່ດົນນານ. ປີ 2022 ເປັນຂີດໝາຍບາດລ້ຽວໃນການພົວພັນຫວຽດນາມ-ກໍາປູເຈຍ ເມື່ອສອງປະເທດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ-ກໍາປູເຈຍ (24-6-1967 / 24-6-2022). ທ່ານ Chay Navuth ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຢ່າງຮອບດ້ານ, ສະໜິດຕິດພັນ, ນັບມື້ນັບມີປະສິດທິຜົນຂອງການພົວພັນຮ່ວມມືຫວຽດນາມ-ກໍາປູເຈຍ ໃນ 55 ປີຜ່ານມາ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ປະຊາຊົນສອງປະເທດ. ສາຍພົວພັນອັນດີງາມນັ້ນໄດ້ພັດທະນາຢ່າງບໍ່ຢຸດຢັ້ງໃນທຸກດ້ານ, ໃນນັ້ນມີການຮ່ວມມືດ້ານປ້ອງກັນຊາດ. ທ່ານ Chay Navuth ຢັ້ງຢືນວ່າ: “ພະນັກງານກອງທັບລາດຊະວົງກໍາປູເຈຍ ຫຼາຍຄົນທີ່ໄດ້ຮັບການບໍາລຸງສ້າງຢູ່ຫວຽດນາມ ພາຍຫຼັງຮຽນຈົບມາກໍ່ໄດ້ປະກອບສ່ວນຫຼາຍຢ່າງໃຫ້ພື້ນຖານປ້ອງກັນຊາດຂອງກໍາປູເຈຍ”.

ການກໍ່ສ້າງແຫຼ່ງຊັບພະຍາກອນມະນຸດພຽງແມ່ນໜຶ່ງໃນຫຼາຍຂົງເຂດຮ່ວມມືຢ່າງມີປະສິດທິຜົນ, ແທດຈິງລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບລາດຊະວົງກໍາປູເຈຍ. ທ່ານ Chay Navuth ໃຫ້ຮູ້ວ່າ ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ໃນໂລກ, ກອງທັບສອງປະເທດຫວຽດນາມ-ກໍາປູເຈຍ ໄດ້ສົມທົບກັນຢ່າງຕັ້ງໜ້າແນໃສ່ສະກັດກັ້ນບໍ່ໃຫ້ພະຍາດນີ້ແຜ່ລະບາດໄປທົ່ວເຂດຊາຍແດນ. ຕ້ອງໄດ້ເວົ້າເຖິງການທີ່ແພດທະຫານຫວຽດນາມ ໄດ້ມາກວດພະຍາດ, ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນກໍາປູເຈຍ ຢູ່ເຂດຊາຍແດນ. ນອກຈາກນັ້ນ, ກອງທັບສອງປະເທດຍັງຮ່ວມມືກັນຢ່າງແໜ້ນແຟ້ນໃນການສະກັດກັ້ນ ແລະປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາຍແດນ, ທຸກກົນອຸບາຍມ້າງເພທຳລາຍ, ແບ່ງແຍກການພົວພັນຫວຽດນາມ-ກໍາປູເຈຍ. ທ່ານ Chay Navuth ເນັ້ນໜັກວ່າ: “ເວົ້າລວມແລ້ວ, ການຮ່ວມມືລະຫວ່າງກອງທັບປະຊາຊົນຫວຽດນາມ ແລະກອງທັບລາດຊະວົງກໍາປູເຈຍ ໄດ້ປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງສອງປະເທດກວ່າອີກ”.

ສຳລັບການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີໜຶ່ງ ທີ່ຈະມາເຖິງນີ້, ທ່ານ Chay Navuth ໃຫ້ຮູ້ວ່າ ເຫດການນີ້ຖືກຈັດຂຶ້ນໃນຈຸດເວລາພິເສດ, ເພາະວ່າປີ 2022 ແມ່ນປີທີ່ມີຄວາມໝາຍດ້ານການເມືອງຢ່າງເລິກເຊິ່ງໃນການພົວພັນຫວຽດນາມ-ກໍາປູເຈຍ, ດ້ວຍບັນດາເຫດການໃຫຍ່, ຄື: ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, “ປີມິດຕະພາບຫວຽດນາມ-ກໍາປູເຈຍ, ກໍາປູເຈຍ-ຫວຽດນາມ”, ພ້ອມທັງເປັນປີສະເຫຼີມສະຫຼອງ “ເສັ້ນທາງກ້າວໄປເຖິງການໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot ຂອງນາຍົກລັດຖະມົນຕີ  ຮຸນແຊນ ຄົບຮອບ 45 ປີ (20-6-1977 / 20-6-2022). ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ, ພິເສດແມ່ນກະຊວງປ້ອງກັນປະເທດສອງປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍວຽກງານກະກຽມຢ່າງຄົບຊຸດເພື່ອຮັບປະກັນໃຫ້ບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີໜຶ່ງ ປະສົບຜົນສຳເລັດ.

ດ້ວຍຫຼາຍການເຄື່ອນໄຫວທີ່ມີຄວາມໝາຍທີ່ຈະຈັດຕັ້ງໃນຂອບເຂດການພົບປະແລກປ່ຽນ, ທ່ານ Chay Navuth ຖືວ່າ ເຫດການນີ້ຈະນຳການຮ່ວມມືດ້ານປ້ອງກັນຊາດຫວຽດນາມ-ກໍາປູເຈຍ ຂຶ້ນສູ່ລະດັບສູງໃໝ່. ທ່ານ Chay Navuth ສະແດງວ່າ: “ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນຫວຽດນາມ-ກໍາປູເຈຍ ຄັ້ງທີໜຶ່ງ ທີ່ຈະມາເຖິງນີ້ຈະເປັນການສົ່ງເສີມບັນດາການເຄື່ອນໄຫວພົບປະແລກປ່ຽນລະຫວ່າງສອງປະເທດ, ເປັນຕົ້ນແມ່ນລະຫວ່າງບັນດາທ້ອງຖິ່ນຕິດກັບຊາຍແດນ, ເພາະວ່າພວກເຮົາຮູ້ວ່າ ມີຊາວກໍາປູເຈຍ ຫຼາຍຄົນດໍາລົງຊີວິດຢູ່ລຽບຕາມເຂດຊາຍແດນຕິດກັບຫວຽດນາມ ກໍ່ຄືຊາວຫວຽດນາມ ດໍາລົງຊີວິດຢູ່ລຽບຕາມເຂດຊາຍແດນຕິດກັບກໍາປູເຈຍ ແລະຈາກເຫດນີ້, ໄດ້ເປັນການປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ການພັດທະນາຢູ່ເຂດຊາຍແດນຂອງສອງປະເທດຫວຽດນາມ-ກໍາປູເຈຍ”.

ໂດຍ: ເຈິ່ນຮວ່ຽນ