ໃນນັ້ນ, ບັນດາກົມກອງທະຫານຊາຍແດນຢູ່ລຽບຕາມເສັ້ນຊາຍແດນຫວຽດນາມ-ກໍາປູເຈຍ ໄດ້ຈັດຕັ້ງກິດຈະກໍາເຄື່ອນໄຫວຫຼາຍຢ່າງທີ່ມີຄວາມໝາຍຊ່ວຍປະຊາຊົນ ແລະບັນດາກໍາລັງປ້ອງກັນຊາຍແດນຂອງກໍາປູເຈຍ, ຄື: ໜູນຊ່ວຍວັດຖຸອຸປະກອນການແພດໃນການປ້ອງກັນ, ຕ້ານພະຍາດໂຄວິດ-19, ກວດ ແລະປິ່ນປົວພະຍາດ, ແຈກຢາໂດຍບໍ່ເສຍຄ່າ, ມອບທຶນການສຶກສາ, ມອບງົວພັນໃຫ້ແກ່ຄົນທຸກຍາກ... ຜ່ານນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ-ກໍາປູເຈຍ, ຮ່ວມແຮງຮ່ວມໃຈສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາ.

leftcenterrightdel
ພະນັກງານການແພດທະຫານຊາຍແດນແຂວງລອງອານ ຈັດການກວດ ແລະປິ່ນປົວພະຍາດໂດຍບໍ່ເສຍຄ່າໃຫ້ຄົນທຸກຍາກກໍາປູເຈຍ. ພາບ: bienphong.com.vn.
leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງອານຢາງ ມອບງົວພັນໃຫ້ແກ່ຊາວກະສິກອນທຸກຍາກແຂວງ Kandal, ກໍາປູເຈຍ. ພາບ: bienphong.com.vn.
leftcenterrightdel
ຄ້າຍທະຫານຊາຍແດນຕວຽນບິ່ງ, ກອງບັນຊາການທະຫານຊາຍແດນແຂວງລອງອານ ມອບທຶນສຶກສາ “ຊ່ວຍນ້ອງໄປໂຮງຮຽນ” ໃຫ້ແກ່ນັກຮຽນທຸກຍາກຢູ່ກໍາປູເຈຍ. ພາບ: bienphong.com.vn.
leftcenterrightdel
ການນໍາກອງບັນຊາການທະຫານຊາຍແດນແຂວງດ່ົງທາບ ມອບເງິນຊ່ວຍເຫຼືອການປ້ອງກັນ ແລະຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການທະຫານແຂວງ Pray Veng, ກໍາປູເຈຍ. ພາບ: bienphong.com.vn.
leftcenterrightdel
ກອງບັນຊາການທະຫານຊາຍແດນແຂວງດັກນົງ ໜູນຊ່ວຍວັດຖຸອຸປະກອນການແພດ, ສະບຽງອາຫານ, ທັນຍາຫານໃຫ້ກໍາລັງປ້ອງກັນຊາຍແດນແຂວງ Mondulkiri, ກໍາປູເຈຍ. ພາບ: bienphong.com.vn.
leftcenterrightdel
ຄ້າຍທະຫານຊາຍແດນເຟືອກຈີ໋, ກອງບັນຊາການທະຫານຊາຍແດນແຂວງໄຕນີງ ມອບຂອງຂວັນ ໃຫ້ແກ່ກໍາລັງປ້ອງກັນຊາຍແດນຂອງກໍາປູເຈຍ ແລະອໍານາດການປົກຄອງຕາແສງ Brasat, ແຂວງ Svay Rieng, ກໍາປູເຈຍ. ພາບ: bienphong.com.vn.

ໂດຍ: ທູຈາງ