ພາຍຫຼັງຮັບຟັງການລາຍງານຈາກຜູ້ຕາງໜ້າກະຊວງປ້ອງກັນປະເທດສະຫະພັນລັດເຊຍ ກ່ຽວກັບສະພາບການກະກຽມໃຫ້ງານແຂ່ງຂັນ ແລະຄໍາຄິດເຫັນຂອງບາງປະເທດເຂົ້າຮ່ວມ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບສະພາບການກະກຽມ, ເງື່ອນໄຂຮັບປະກັນຂອງຫວຽດນາມ ໃຫ້ແກ່ບັນດາປະເທດທີ່ເຂົ້າຮ່ວມການແຂ່ງຂັນ  “ເຂດອຸບັດຕິເຫດ” ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ, ການຝາກຈົດໝາຍເຊີນບັນດາປະເທດເຂົ້າຮ່ວມ, ແຈ້ງໃຫ້ຊາບຄາດຄະເນວ່າ ຫວຽດນາມ ຈະເຂົ້າຮ່ວມ 14 ເນື້ອໃນທີ່ Army Games 2022.

leftcenterrightdel
ບັນດານັກກິລາຫວຽດນາມ ເຂົ້າຮ່ວມການແຂ່ງຂັນ “ເຂດອຸບັດຕິເຫດ” ທີ່ Army Games 2021. ພາບ: qdnd.vn.

ກ່ອນໜ້ານັ້ນ, ວັນທີ 15 ເມສາ, ທີ່ກອງປະຊຸມທາບທາມຄໍາເຫັນກັບສະຫະພັນລັດເຊຍ ຜ່ານລະບົບທາງໄກ, ທ່ານພົນຈັດຕະວາ ໂດ໊ດີ່ງແທັງ, ຜູ້ບັນຊາການເຫຼ່ົາຮົບລົດຕັງຍານເກາະ, ຫົວໜ້າຄະນະຜູ້ແທນກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ສະເໜີຕໍ່ຝ່າຍລັດເຊຍ ບາງບັນຫາທີ່ກ່ຽວຂ້ອງເຖິງທີມລົດຕັງຂອງຫວຽດນາມ ເພື່ອເຂົ້າຮ່ວມການແຂ່ງຂັນ “ລົດຕັງເຄື່ອນທີ່” ທີ່ Army Games 2022 ບັນລຸໝາກຜົນດີທີ່ສຸດ.

ໂດຍ: ທູຈາງ