ທີ່ການເຮັດວຽກ, ພົນເອກ Vong Pisen ສະແດງຄວາມຂອບອົກຂອບໃຈຕໍ່ກອງທັບປະຊາຊົນຫວຽດນາມ ທີ່ຍາມໃດກໍ່ສະໜັບສະໜູນທຸກດ້ານໃຫ້ແກ່ກອງທັບລາດຊະວົງກຳປູເຈຍ ບົນຈິດໃຈຖານບ້ານໃກ້ເຮືອນຄຽງມິດຕະພາບ; ປາດຖະໜາຢາກຍູ້ຖອຍພະຍາດໂຄວິດ-19 ໂດຍໄວເພື່ອໃຫ້ກອງທັບສອງປະເທດ ຜັນຂະຫຍາຍການເຄື່ອນໄຫວຮ່ວມມືດ້ານປ້ອງກັນຊາດທີ່ໄດ້ລົງນາມ, ເພື່ອຜົນປະໂຫຍດລວມຂອງກອງທັບ ແລະປະຊາຊົນສອງປະເທດ.

leftcenterrightdel
ພົນໂທ ຫງວຽນເຕີນເກືອງ ທີ່ການເຮັດວຽກ. ພາບ: ຮວ່າງຫວູ.

ພົນເອກ Vong Pisen ແບ່ງປັນກັບພົນໂທ ຫງວຽນເຕີນເກືອງ ກ່ຽວກັບບົດຮຽນຮັບມືກັບພະຍາດໂຄວິດ-19 ຂອງປະຊາຊົນ ແລະກອງທັບລາດຊະວົງກໍາປູເຈຍ, ພ້ອມທັງຢັ້ງຢືນບົດບາດຂອງກອງທັບລາດຊະວົງກຳປູເຈຍ ໃນວຽກງານປ້ອງກັນ, ຕ້ານໂລກລະບາດ ແລະພ້ອມກັບບັນດາກຳລັງ, ປະຊາຊົນກຳປູເຈຍ ປັບຕົວກັບສະພາບປົກກະຕິໃໝ່. ນອກຈາກນີ້, ທ່ານພົນເອກ Vong Pisen ໄດ້ແຈ້ງແຜນການຈັດຕັ້ງກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ ຄັ້ງທີ 19 (ACDFM-19) ພ້ອມກັບບັນດາການເຄື່ອນໄຫວກ່ຽວຂ້ອງທີ່ຈັດຕ້ັງຜ່ານລະບົບທາງໄກໃນເດືອນມີນາ ປີ 2022 ຢູ່ກຳປູເຈຍ ໃຫ້ທ່ານພົນໂທ ຫງວຽນເຕີນເກືອງ ຮັບຊາບ ແລະຝາກຄຳເຊື້ອເຊີນຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ ACDFM-19.

leftcenterrightdel
ພົນໂທ ຫງວຽນເຕີນເກືອງ ທີ່ການເຮັດວຽກທາງໄກກັບພົນເອກ Vong Pisen. ພາບ: ຮວ່າງຫວູ.

ພົນໂທ ຫງວຽນເຕີນເກືອງ ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານຂອງກຳປູເຈຍ, ACDFM-19 ຈະປະສົບຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຊຸກຍູ້ການຮ່ວມມືຜ່ານຊ່ອງທາງການທະຫານ-ການປ້ອງກັນຊາດອາຊຽນ ໃຫ້ນັບມື້ນັບແທດຈິງ ແລະມີປະສິດທິຜົນ. ພົນໂທ ຫງວຽນເຕີນເກືອງ ຢັ້ງຢືນວ່າ ກອງທັບປະຊາຊົນຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະພ້ອມແລ້ວທີ່ຈະໜູນຊ່ວຍກອງທັບລາດຊະວົງກຳປູເຈຍ ເປັນເຈົ້າພາບຈັດຕັ້ງກອງປະຊຸມການທະຫານ-ການປ້ອງກັນຊາດອາຊຽນ ໃນປີ 2022 ປະສົບຜົນສຳເລັດຢ່າງຈົບງາມ.

ແບ່ງປັນກ່ຽວກັບບົດຮຽນປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ຫວຽດນາມ ໃນໄລຍະຜ່ານມາ, ພົນໂທ ຫງວຽນເຕີນເກືອງ ຢັ້ງຢືນວ່າ ກອງທັບປະຊາຊົນຫວຽດນາມ ແມ່ນກຳລັງຫຼັກແຫຼ່ງ, ນຳໜ້າໃນການປ້ອງກັນ, ຕ້ານໂລກລະບາດ, ພ້ອມທັງແບ່ງປັນໝາກຜົນ ແລະບົດຮຽນປ້ອງກັນ, ຕ້ານພະຍາດໂຄວິດ-19 ຢູ່ບັນດາທ້ອງຖິ່ນ ກໍ່ຄືໃນກອງທັບ. ບົນເນື້ອໃນຈິດໃຈແຜນການຮ່ວມມືດ້ານປ້ອງກັນຊາດ ປີ 2022 ເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດສອງປະເທດ ໄດ້ລົງນາມ, ພົນໂທ ຫງວຽນເຕີນເກືອງ ສະເໜີພົນເອກ Vong Pisen ສືບຕໍ່ເອົາໃຈໃສ່, ຊີ້ນໍາບັນດາອົງການກ່ຽວຂ້ອງສົມທົບກັນຢ່າງແໜ້ນແຟ້ນກັບບັນດາກົມກອງຂອງກອງທັບປະຊາຊົນຫວຽດນາມ ຜັນຂະຫຍາຍບັນດາການເຄື່ອນໄຫວຮ່ວມມືທີ່ໄດ້ກຳນົດໃນແຜນການຢ່າງຄົບຊຸດ, ມີປະສິດທິຜົນ, ໃນນ້ັນມີການສຸມໃສ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ແລກປ່ຽນຂໍ້ມູນຂ່າວສານ, ການຮ່ວມມືຄຸ້ມຄອງຊາຍແດນ, ປ້ອງກັນ, ຕ້ານອາດຊະຍາກຳ, ກະກຽມບັນດາກິດຈະກຳພົບປະແລກປ່ຽນ ໃນປີ 2022 ໃຫ້ເປັນຢ່າງດີ.

ໂດຍ: ແສງເດືອນ