ທ່ານພັນເອກພິເສດ ຟ້າມກວຽດຕ໊ຽນ, ຮອງຜູ້ບັນຊາການທະຫານເຮືອເຂດ 2 ຂອງຫວຽດນາມ ແລະທ່ານພັນໂທ Tilo Kalski, ກັບຕັນກໍາປັ່ນ FGS Bayern ເປັນປະທານພິທີດັ່ງກ່າວ.

ທ່ານພັນເອກພິເສດ ຟ້າມກວຽດຕ໊ຽນ ຕາງໜ້າກອງບັນຊາການທະຫານເຮືອເຂດ 2 ຂອງຫວຽດນາມ ຢືນຢັນວ່າ ພ້ອມກັບການພັດທະນາລວມຂອງການພົວພັນສອງປະເທດ, ການພົວພັນດ້ານປ້ອງກັນຊາດ ຫວຽດນາມ - ເຢຍລະມັນ ພວມພັດທະນາຢ່າງຕັ້ງໜ້າ. ໃນນັ້ນ, ຫວຽດນາມ ໄດ້ແຕ່ງຕັ້ງທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ເຢຍລະມັນ ແລະເຢຍລະມັນ ໄດ້ແຕ່ງຕັ້ງທີ່ປຶກສາທູດປ້ອງກັນຊາດເຢຍລະມັນ ປະຈໍາ ຫວຽດນາມ.

leftcenterrightdel
ຄະນະຜູ້ແທນຖ່າຍຮູບເປັນທີ່ລະນຶກ. ພາບ: ຈູງຮ່ຽວ

ການພົວພັນລະຫວ່າງທະຫານເຮືອສອງປະເທດກໍ່ໄດ້ຮັບການເພີ່ມທະວີເທື່ອລະກ້າວ. ນັບແຕ່ປີ 2011 ເປັນຕົ້ນມາ, ສອງໂຮງຮຽນຊັ້ນກາງເຕັກນິກທະຫານເຮືອຂອງສອງປະເທດໄດ້ແລກປ່ຽນຄະນະຜູ້ແທນ, ຄື: ຄະນະຜູ້ແທນຫວຽດນາມ ໄດ້ໄປຢ້ຽມຢາມເຢຍລະມັນ ໃນປີ 2011; ຄະນະຜູ້ແທນເຢຍລະມັນ ມາຢ້ຽມຢາມຫວຽດນາມ ໃນປີ 2012. ໃນການຢ້ຽມຢາມ, ສອງຝ່າຍໄດ້ແລກປ່ຽນບົດຮຽນໃນການສິດສອນ ແລະພັດທະນາອຸດສາຫະກຳປ້ອງກັນຊາດ.

leftcenterrightdel
ກຸ່ມບັນຊາການກຳປັ່ນ FGS Bayern. ພາບ: ຈູງຮ່ຽວ

ກັບຕັນກໍາປັ່ນ FGS Bayern ຢືນຢັນວ່າ ການຢ້ຽມຢາມຄັ້ງນີ້ແມ່ນການເຄື່ອນໄຫວຢ່າງແທດຈິງ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະກັນ. ໃນໄລຍະຈະມາເຖິງ, ທະຫານເຮືອເຢຍລະມັນ ຈະສືບຕໍ່ຈັດກຳປັ່ນມາຢ້ຽມຢາມຫວຽດນາມ ແລະຈັດຕັ້ງບັນດາການເຄື່ອນໄຫວຝຶກແອບ, ພົບປະແລກປ່ຽນມິດຕະພາບ, ປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມ, ລະຫວ່າງສອງກອງທັບ ແລະ ທະຫານເຮືອສອງປະເທດເວົ້າສະເພາະ.

ໂດຍ: ທະນາພອນ