ນີ້ແມ່ນຄັ້ງທໍາອິດທີ່ກໍາປັ່ນການທະຫານຂອງ ເຢຍລະມັນ ມາຢ້ຽມຢາມຫວຽດນາມ, ຜ່ານນັ້ນເພີ່ມທະວີການພົວພັນສອງຝ່າຍລະຫວ່າງຫວຽດນາມ ແລະເຢຍລະມັນ ເວົ້າລວມ, ການພົວພັນລະຫວ່າງກໍາລັງທະຫານເຮືອສອງປະເທດເວົ້າສະເພາະ.

leftcenterrightdel
ກໍາປັ່ນ FGS Bayern ກະກຽມເຂົ້າທຽບທ່າກໍາປັ່ນຍ່າຣົ່ງ, ນະຄອນໂຮ່ຈີມິນ. ພາບ: Qdnd.vn

ຕ້ອນຮັບກໍາປັ່ນ ແລະລູກເຮືອທີ່ທ່າກໍາປັ່ນຍ່າຣົ່ງ ມີຜູ້ຕາງໜ້າກອງບັນຊາການທະຫານເຮືອເຂດ 2, ກົມການພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດ), ກອງບັນຊາການທະຫານຊາຍແດນນະຄອນໂຮ່ຈີມິນ; ຕາງໜ້າສະຖານທູດເຢຍລະມັນ ປະຈໍາ ຫວຽດນາມ, ຫົວໜ້າກົງສູນໃຫຍ່ ແລະທູດປ້ອງກັນຊາດ ເຢຍລະມັນ ປະຈໍາ ນະຄອນໂຮ່ຈີມິນ.

ຕາມແຜນການ, ກຸ່ມບັນຊາກໍາປັ່ນ, ເອກອັກຄະລັດຖະທູດ, ຫົວໜ້າກົງສູນໃຫຍ່ ແລະທູດປ້ອງກັນຊາດ ເຢຍລະມັນ ຈະໄປຢ້ຽມຢາມ ແລະເຂົ້າຢ້ຽມຂໍ່ານັບການນໍາຄະນະກໍາມະການປະຊາຊົນ ນະຄອນໂຮ່ຈີມິນ. ພາຍຫຼັງອອກຈາກທ່າກໍາປັ່ນຍ່າຣົ່ງ ໃນວັນທີ 9 ມັງກອນ, ກໍາປັ່ນ FGS Bayern ຈະມີການຝຶກແອບການຕິດຕໍ່ ແລະສົມທົບ (PASSEX) ກັບທະຫານເຮືອເຂດ 2, ຜ່ານນັ້ນປະຕິບັດການຕິດຕັ້ງການຕິດຕໍ່ສື່ສານ, ເຄື່ອນທີ່ຕາມຮູບຖານການວາງກຳລັງເພື່ອຍົກສູງຄວາມເຂົ້າໃຈເຊິ່ງກັນ ແລະກັນເມື່ອປະຕິບັດໜ້າທີ່ຢູ່ທະເລ.

ໂດຍ: ເກື່ອງດັ້ງ