ຕາງໜ້າຄະນະ, ທ່ານ ຫງວຽນໂຮ່ຫາຍ ຮອງເລຂາພັກນະຄອນໂຮ່ຈີມິນ ໄດ້ຊົມເຊີຍບັນດາຜົນງານເຊິ່ງລາວ ບັນລຸໄດ້. ແບ່ງປັນຂໍ້ມູນຂ່າວສານກ່ຽວກັບພະຍາດໂຄວິດ-19 ຢູ່ນະຄອນໂຮ່ຈີມິນ, ທ່ານ ຫງວຽນໂຮ່ຫາຍ ໃຫ້ຮູ້ວ່າ ຕໍ່ໜ້າຜົນສະທ້ອນອັນໃຫຍ່ຫຼວງຂອງພະຍາດໂຄວິດ-19 ແຜ່ລະບາດ ຄັ້ງທີ 4 ນີ້, ນະຄອນໂຮ່ຈີມິນ ໄດ້ຮັບການຊ່ວຍເຫຼືອ, ແບ່ງປັນຈາກບັນດາທ້ອງຖິ່ນໃນທົ່ວປະເທດ ແລະເພື່ອນມິດສາກົນ, ໃນນັ້ນມີປະຊາຊົນລາວອ້າຍນ້ອງ. ບັນດານ້ຳໃຈອັນດີງາມນັ້ນໄດ້ຊ່ວຍນະຄອນໂຮ່ຈີມິນ ຜ່ານຜ່າຄວາມຫຍຸ້ງຍາກ, ຜ່ານຜ່າໂລກລະບາດ, ເລີ່ມດຳເນີນການຟື້ນຟູເສດຖະກິດ. ໃນນັ້ນ, ໃນເດືອນຕຸລາ ຜ່ານມາ, ໄດ້ດຳເນີນການເຊັນບົດບັນທຶກຊ່ວຍຈຳລະຫວ່າງນະຄອນໂຮ່ຈີມິນ ແລະນະຄອນຫຼວງວຽງຈັນ (ລາວ). ທ່ານ ຫງວຽນໂຮ່ຫາຍ ເຊື່ອໝັ້ນວ່າ ການພົວພັນສະໜິດແໜ້ນລະຫວ່າງຫວຽດນາມ ແລະລາວ ນັບມື້ນັບໝັ້ນແກ່ນຂຶ້ນເລື້ອຍໆ; ການຮ່ວມມືລະຫວ່າງນະຄອນໂຮ່ຈີມິນ ກັບບັນດາທ້ອງຖິ່ນຂອງລາວ ຈະມີບາດກ້າວພັດທະນາໃໝ່ຕື່ມອີກ.

leftcenterrightdel
ທ່ານ ຫງວຽນໂຮ່ຫາຍ ຮອງເລຂາພັກນະຄອນໂຮ່ຈີມິນ ມອບດອກໄມ້ອວຍພອນສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ. ພາບ: ສຳນັກຂ່າວສານຫວຽດນາມ.

ທ່ານນາງ ພິມພາ ແກ້ວມີໄຊ ຫົວໜ້າສະຖານກົງສູນໃຫຍ່ລາວ ປະຈຳ ນະຄອນໂຮ່ຈີມິນ ສະແດງຄວາມຂອບອົກຂອບໃຈຕໍ່ນ້ຳໃຈອັນດີງາມຂອງພັກ, ລັດ ແລະປະ ຊາຊົນຫວຽດນາມ. ໃນນັ້ນນະຄອນໂຮ່ຈີມິນ ໄດ້ສະຫງວນນ້ຳໃຈ ແລະການຊ່ວຍເຫຼືອຫຼາຍຢ່າງໃຫ້ບັນດາທ້ອງຖິ່ນຂອງລາວ ແລະສ້າງເງື່ອນໄຂສະດວກໃຫ້ພົນລະເມືອງລາວ ທີ່ພວມຮ່ຳຮຽນ, ດຳລົງຊີວິດຢູ່ນະຄອນໂຮ່ຈີມິນ.

ທ່ານນາງ ພິມພາ ແກ້ວມີໄຊ ຢັ້ງຢືນວ່າ ຈະມານະພະຍາຍາມໃນການເຄື່ອນໄຫວຕ່າງໆ ເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມືແບບພິເສດລະຫວ່າງສອງປະເທດລາວ-ຫວຽດນາມ ແລະນະຄອນໂຮ່ຈີມິນກັບບັນດາທ້ອງຖິ່ນຂອງລາວ. ທ່ານນາງ ພິມພາ ແກ້ວມີໄຊ ເຊື່ອໝັ້ນວ່າ ການພົວພັນມິດຕະພາບອັນດີງາມລະຫວ່າງລາວ ແລະຫວຽດນາມ ຈະນັບມື້ນັບພັດທະນາ, ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ໂດຍ: ສົມເພັດ