ທ່ານພົນຈັດຕະວາ Pehin Datu Lailaraja Dato Paduka Seri Haji Awang Halbi bin Haji Md Yussof, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີສອງ ຂອງບຣູໄນ, ເປັນປະທານພິທີໄຂກອງປະຊຸມ ADMM ວົງແຄບ. ເຂົ້າຮ່ວມພິທີໄຂມີລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ແລະທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ. ຄະນະຜູ້ແທນຫວຽດນາມ ນໍາໂດຍທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ເຂົ້າຮ່ວມ.
|
|
ພິທີໄຂກອງປະຊຸມ ADMM ວົງແຄບ ດໍາເນີນຜ່ານລະບົບທາງໄກ. ພາບ: ຝຸເຊີນ. |
ກ່າວຄໍາເຫັນໄຂກອງປະຊຸມ ADMM ວົງແຄບ, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີສອງຂອງບຣູໄນ ເນັ້ນໜັກວ່າ ໃນສະພາບການທີ່ບັນດາປະເທດສະມາຊິກມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອຮັບປະກັນສ້າງອາຊຽນ ໃຫ້ເຂັ້ມແຂງດ້ວຍຕົນເອງ, ກຽມພ້ອມໃຫ້ອະນາຄົດເພື່ອວັດທະນາຖາວອນລວມ, ບໍ່ອາດປະຕິເສດໄດ້ວ່າປີ 2021 ຍັງແມ່ນປີທີ່ເຕັມໄປດ້ວຍສິ່ງທ້າທາຍ. ໂດຍບໍ່ຫົວຊາຕໍ່ຜົນກະທົບຈາກພະຍາດໂຄວິດ-19, ບຣູໄນ ສະແດງຄວາມປິຕິຊົມຊື່ນຕໍ່ການສະໜັບສະໜູນຂອງບັນດາປະເທດສະມາຊິກໃນຕະຫຼອດອາຍຸການເປັນປະທານອາຊຽນ 2021.
ທ່ານພົນຈັດຕະວາ Pehin Datu Lailaraja Dato Paduka Seri Haji Awang Halbi bin Haji Md Yussof ສະແດງຄວາມປິຕິຊົມຊື່ນຍ້ອນວ່າບັນດາປະເທດສະມາຊິກອາຊຽນ ຍັງສືບຕໍ່ຮັກສາທ່າຮ່ວມມືດ້ານປ້ອງກັນຊາດໃນປີ 2021 ໄດ້ດີ. ສິ່ງເຫຼົ່ານີ້ສະແດງອອກຜ່ານການຮັບຮອງເອົາເອກະສານສໍາຄັນໃນການກໍານົດທິດພົວພັນລະຫວ່າງ ADMM ກັບບັນດາຄູ່ຮ່ວມມືພາຍນອກໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ເປີດກວ້າງ (ADMM+), ການຮັບຮອງເອົາຖະແຫຼງການ Bandar Seri Begawan ທີ່ກອງປະຊຸມ ADMM ຄັ້ງທີ 15 ແລະກອງປະຊຸມ ADMM+ ຄັ້ງທີ 8 ຜ່ານມາ.
|
|
ທ່ານພົນເອກ ຟານວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ ADMM ວົງແຄບ. ພາບ: ຝຸເຊີນ. |
ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ໃນສະພາບການບັນດາປະເທດໃຫຍ່ສ້າງກົນໄກຫຼາຍຝ່າຍ, ຍຸດທະສາດໃໝ່ນັບມື້ນັບຫຼາຍ, ADMM ໄດ້ ແລະຈະສືບຕໍ່ມານະພະຍາຍາມສະແດງຖານະບົດບາດ ແລະທີ່ຕັ້ງຂອງຕົນ, ຮັບປະກັນຜົນປະໂຫຍດພາຍໃນ ແລະພາຍນອກກຸ່ມໃຫ້ເທົ່າທຽມກັນ, ຕອບສະໜອງຄວາມເອົາໃຈໃສ່ຂອງບັນດາຄູ່ຮ່ວມມືທັງພາຍໃນ ແລະພາຍນອກ ADMM+, ຮັບປະກັນບັນດາປະເທດນອກອາຊຽນ ມີຄວາມຮັບຜິດຊອບຕໍ່ກັບບັນດາບັນຫາລວມຂອງພາກພື້ນ.
ທ່ານພົນເອກ ຟານວັນຢາງ ຢັ້ງຢືນວ່າ ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ, ການບິນແມ່ນຜົນປະໂຫຍດຂອງປະເທດທັງໝົດໃນໂລກ. ສະນັ້ນ, ອາຊຽນ ຄວນຢຶດໝັ້ນຕໍ່ຫຼັກໝັ້ນ, ຫຼັກການກ່ຽວກັບບັນຫາທະເລຕາເວັນອອກ, ເນັ້ນໜັກວ່າ ຕ້ອງແກ້ໄຂການແກ່ງແຍ້ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ກ່ຽວກັບພະຍາດໂຄວິດ-19, ທ່ານພົນເອກ ຟານວັນຢາງ ຢັ້ງຢືນເຖິງຄວາມສາມາດຮັບມືຂອງ ADMM ຕໍ່ກັບສະພາບການໃໝ່, ລວມມີເລື່ອງຈັດຕັ້ງການເຄື່ອນໄຫວທາງໄກ ແລະການເຄື່ອນໄຫວໂດຍກົງ, ສອດຄ່ອງກັບຄວາມຮັບຮູ້ລວມຂອງບັນດາການນໍາຂັ້ນສູງທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38, 39 ຜ່ານມາ ເປັນທັງຄວາມມານະພະຍາຍາມຮັບມືກັບພະຍາດ, ທັງກຽມພ້ອມປັບຕົວໃຫ້ເຂົ້າກັບສະພາບປົກກະຕິໃໝ່ຢ່າງປອດໄພ, ເປີດປະຕູເທື່ອລະກ້າວເພື່ອຮັບປະກັນການຟື້ນຟູເສດຖະກິດ-ສັງຄົມ.
|
|
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມພິທີໄຂກອງປະຊຸມ ADMM ວົງແຄບ ຢູ່ສະຖານທີ່ເຊື່ອມຕໍ່ຮ່າໂນ້ຍ. ພາບ: ຝຸເຊີນ. |
ເນື່ອງໃນກອງປະຊຸມ ADMM ວົງແຄບ ຄັ້ງນີ້ກໍ່ດໍາເນີນການພົບປະຢ່າງບໍ່ເປັນທາງການລະຫວ່າງລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນ-ສ. ເກົາຫຼີ ແລະອາຊຽນ-ອົດສະຕາລີ. ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ ADMM ວົງແຄບ ແລະເຂົ້າຮ່ວມການພົບປະບໍ່ເປັນທາງການແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນບົດບາດຂອງຫວຽດນາມ ເປັນສະມາຊິກທີ່ຕັ້ງໜ້າ, ເປັນເຈົ້າການ ແລະມີຄວາມຮັບຜິດຊອບໃນຂອບເຂດການຮ່ວມມືດ້ານປ້ອງກັນຊາດອາຊຽນ ກໍ່ຄືການຮ່ວມມືດ້ານປ້ອງກັນຊາດລະຫວ່າງອາຊຽນ ກັບບັນດາຄູ່ຮ່ວມມື, ຜ່ານນັ້ນສືບທອດຜົນງານຂອງປີປະທານອາຊຽນ 2020, ພ້ອມທັງສະແດງການສະໜັບສະໜູນຕໍ່ກັບບຣູໄນ, ປະເທດປະທານອາຊຽນ 2021, ກໍ່ຄືຕໍ່ກັບຄູ່ຮ່ວມມື ສ. ເກົາຫຼີ ແລະອົດສະຕາລີ ອີກດ້ວຍ.
ໂດຍ: ຈາງຫງວຽນ